ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວມຸ​ສ​ລິມ ປະ​ທະ​ກັບ ຊາວອິ​ສ​ຣາ​ແອ​ລ ຢູ່​ສະ​ຖານ​ທີ່​ສັກ​ສິດ​ ໃນ​ນະ​ຄອນ ເຈ​ຣູ​ຊາແເລັມ


ຕຳຫຼວດ ອິ​ສ​ຣາ​ແອ​ລ ຈັບ​ນັກ​ສະ​ແຫວງ​ບຸນ​ຊາວ ປາ​ແລັ​ສ​ໄຕ​ນ໌ ຢູ່​ບໍ​ລິ​ເວນວັດ​ອິ​ສ​ລາມ ອາ​ລ-ອັກ​ຊາ, ນະ​ຄອນ ເຈ​ຣູ​ຊາ​ແລັມ. 11 ສິງ​ຫາ, 2019. (AP Photo/Mahmoud Illean)
ຕຳຫຼວດ ອິ​ສ​ຣາ​ແອ​ລ ຈັບ​ນັກ​ສະ​ແຫວງ​ບຸນ​ຊາວ ປາ​ແລັ​ສ​ໄຕ​ນ໌ ຢູ່​ບໍ​ລິ​ເວນວັດ​ອິ​ສ​ລາມ ອາ​ລ-ອັກ​ຊາ, ນະ​ຄອນ ເຈ​ຣູ​ຊາ​ແລັມ. 11 ສິງ​ຫາ, 2019. (AP Photo/Mahmoud Illean)

ຊາວປາແລັສໄຕນ໌ ແລະຕຳຫຼວດອິສຣາແອລ ໄດ້ປະທະກັນຢູ່ສະຖານທີ່ສັກສິດ ຂອງ
ນະຄອເຈຣູຊາແລັມ ຊຶ່ງເປັນຈຸດຮ້ອນແຮງ ໃນຂະນະທີີ່ ຊາວຢິວ ແລະຊາວມຸສລິມ ໄດ້
ມາບັນຈົບກັນຢູ່ສະຖານທີ່ດັ່ງກ່າວ ໃນວັນສັກສິດນີ້.

ບັນດາເຈົ້າໜ້າທີ່ ກ່າວວ່າ ເກີດການສົນລະວົນກັນ ໃນເລື້ອງຂອງການເຂົ້າໄປໃນສະ
ຖານທີ່ສັກສິດ ໃນຕອນເຊົ້າຂອງວັນອາທິດມື້ນີ້ ບ່ອນທີ່ຊາວມຸສລິມ ແມ່ນກຳລັງພາກັນ
ໄຫວ້ພາວັນນາຢູ່ແລ້ວນັ້ນ. ໄດ້ມີລາຍງານວ່າ ພວກທີ່ປະທະກັນ ບາງສ່ວນ ໄດ້ຮັບ
ບາດເຈັບ.

ການ​ຊຸກ​ຍູ້​ກັນ​ໄດ້​ເກີດ​ຂຶ້ນ​ຢູ່​ບໍ​ລິ​ເວນ​ອ້ອມ​ແອ້ມ​ວັດ​ອິ​ສ​ລາມ ອາ​ລ-ອັກ​ຊາ ເຊິ່ງ​ເປັນ​ສະ​
ຖານທີ່ສັກສິດທີ່ສຸດແຫ່ງທີ່ສາມໃນສາສະໜາ ອິສລາມ.

ພ​ວກ​ຊາ​ວ ຢິວ ໄດ້​ເອີ້ນ​ສະ​ຖານ​ທີ່​ສັກ​ສິດ​ດັ່ງ​ກ່າວ​ວ່າ​ເປັນ ວັດ​ພູ ຫຼື Temple Mount
ເຊິ່ງເປັນສະຖານທີ່ສັກສິດທີ່ສຸດຂອງສາສະໜາ ຢິວ.

ພວກ​ນັກ​ສະ​ແຫວງ​ບຸນ​ຊາວ ມຸ​ສ​ລິມ ແມ່ນ​ໄດ້​ຢູ່​ໃນ​ວັດ​ອິ​ສ​ລາມ ໃນ​ວັນ​ອາ​ທິດມື້ນີ້ ເພື່ອ
ລະນຶກເຖິງວັນບຸນ ອີດ-ອາລ-ອາດາ ເຊິ່ງແມ່ນບຸນເທດສະການຂອງການເສຍສະຫຼະ.

ວັນ​ອາ​ທິດມື້ນີ້​ຍັງ​ເປັນ​ຂີດ​ໝາຍ​ວັນ​ທີ 9 ຂອງ​ການ​ອົດ​ອາ​ຫານ ເຊິ່ງ​ເປັນ​ມື້​ໄວ້​ອາ​ໄລ​
ຂອງການຖືກທຳລາຍຂອງວັດບູຮານສອງແຫ່ງທີ່ໃນຄັ້ງນຶ່ງ ເຄີຍຕັ້ງຢູ່ເທິງຈອມພູ,
ພ້ອມກັບໄພພິບັດອື່ນໆທີ່ເກີດຂຶ້ນໃນປະຫວັດສາດຂອງຊາວ ຢິວ.

ບຸນ​ທີ່​ເກີດ​ຂຶ້ນ​ພ້ອມ​ກັນ​ດັ່ງ​ກ່າວ​ນັ້ນ ໄດ້​ດຶງ​ດູດ​ເອົາ​ຜູ້​ສັດ​ທາ​ຈາກ​ທັງ​ສອງ​ສາ​ສະ​ໜາ
ຫຼາຍພັນຄົນມາເຕົ້າໂຮມກັນຢູ່ນຶ່ງໃນສະຖານທີ່ໆລະອຽດອ່ອນທີ່ສຸດ ໃນບັນຫາຂັດ
ແຍ້ງກັນ ລະຫວ່າງ ຊາອິສຣາແອລ ກັບ ຊາວປາແລັສໄຕນ໌.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG