ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ອ້າງ​ເຖິງ​ ທ່ານ ທ​ຣຳ ໃນ​ການ​ປ້ອງ​ກັນ​ຕົນເອງ ກ່ຽວ​ກັບ ການ​ທົດ​ລອງ ​ລູກ​ສອນ​ໄຟ


​ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ນຳ​ພາ​ການ​ທົດ​ລອງ​ຍິງ​ອາ​ວຸດ​ລຸ້ນ​ໃໝ່. 11 ສິງ​ຫາ, 2019.
​ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ນຳ​ພາ​ການ​ທົດ​ລອງ​ຍິງ​ອາ​ວຸດ​ລຸ້ນ​ໃໝ່. 11 ສິງ​ຫາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ເປັນ​ເວ​ລາຫຼາຍ​ອາ​ທິດ​ແລ້ວ​ວ່າ
ທ່ານ “ບໍ່ມີບັນຫາ” ກັບ ການທົດລອງລູກສອນໄຟໄລຍະໃກ້ຂອງ ເກົາຫຼີເໜືອ, ໂດຍຢືນ
ຢັນວ່າ ມັນບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ ສະຫະລັດ, ແລະ ເບິ່ງຄືວ່າລັດຖະບານ ພຽງຢາງ ໄດ້
ຮັບຮູ້ຂໍ້ຄວາມນັ້ນ.

ສື່ມວນ​ຊົນ​ລັດ​ຖະ​ບານ ເກົາຫຼີ​ເໜືອ ໃນ​ວັນ​ອາ​ທິດ​ວານນີ້ ໄດ້​ອ້າງ​ເຖິງ​ຄຳ​ເຫັນ​ຂອງ​ທ່ານ
ທຣຳ, ຫຼາຍຊົ່ວໂມງຫຼັງຈາກໄດ້ດຳເນີນສິ່ງທີ່ປາກົດວ່າ ຈະເປັນລະບົບລູກສອນໄຟໄລ
ຍະໃກ້ອີກຄັ້ງນຶ່ງ ທີ່ເປັນໄພຂົ່ມຂູ່ຕໍ່ບັນດາພັນທະມິດຂອງ ສະຫະລັດ ໃນພາກພື້ນດັ່ງ
ກ່າວ.

ໃນ​ບົດ​ລາຍ​ງານ​ນຶ່ງ​ຈາກ​ອົງ​ການ​ສູນ​ກາງ​ຂ່າວ​ທາງ​ການ ເກົາ​ຫຼີ, ໂຄ​ສົກ​ກະ​ຊວງ​ການ​
ຕ່າງປະເທດ ເກົາຫຼີເໜືອ ໄດ້ຕໍ່ວ່າ ເກົາຫຼີໃຕ້ ສຳລັບການຕິໜິວິຈານການທົດລອງຍິງ
ຄັ້ງຫຼ້າສຸດຂອງເຂົາເຈົ້າ.

ໂຄ​ສົກ​ຄົນ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ “ແມ່ນ​ກະ​ທັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ຍັງ​ໄດ້​ໃຫ້​ຄຳ​
ເຫັນ ເຊິ່ງໄດ້ຮັບຮູ້ສິດທິໃນການປົກປ້ອງຕົນເອງ ຂອງປະເທດທີ່ມີອຳນາດອະທິປະໄຕ,
ທີ່ເວົ້າວ່າ ມັນແມ່ນການທົດລອງລູກສອງໄຟຂະໜາດນ້ອຍ ທີ່ຫຼາຍປະເທດພາກັນທົດ
ລອງ.”

ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ເກົາຫຼີ​ເໜືອ ໄດ້​ເນີນ​ການ​ທົດ​ລອງ​ລູ​ກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​
ເຂົາເຈົ້າເປັນຄັ້ງທີຫ້າ ໃນຮອບສອງອາທິດເທົ່ານັ້ນ, ແລະ ເປັນຄັ້ງທີເຈັດ ໃນສອງ
ເດືອນທີ່ຜ່ນາມາ. ລວມທັງໝົດ, ເກົາຫຼີເໜືອ ໄດ້ເປີດຕົວລະບົບລູກສອນໄຟຂີປະນາ
ວຸດໄລຍະໃກ້ລຸ້ນໃໝ່ສາມລູກ ໃນລະຫວ່າງໄລຍະເວລານັ້ນ, ເຊິ່ງທຸກລູກປະກົດວ່າ
ໄດ້ຖືກອອກແບບມາ ເພື່ອຫຼົບຫຼີກ ຫຼື ທຳລາຍລະບົບປ້ອງກັນລູກສອນໄຟຂອງ ສະຫະ
ລັດ ແລະ ເກົາຫຼີໃຕ້.

ໃນ​ວັນ​ເສົາ​ວານ​ນີ້, ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ເມື່ອບໍ່​ດົນ​ມ​ານີ້ ຜູ້​ນຳ​ ເກົາຫຼີ​ເໜືອ ທ່ານ ກິມ
ຈົງ ອຶນ ໄດ້ສະເໜີການຂໍໂທດເລັກນ້ອຍ ສຳລັບການທົດລອງທັງ ຫຼາຍ ແລະ ໄດ້ປະຕິ
ຍານວ່າຈະຢຸດການຍິງ ໄວເທົ່າທີ່ການຊ້ອມທະຫານຮ່ວມລະຫວ່າງ ສະຫະລັດ ແລະ
ເກົາຫຼີໃຕ້ ໄດ້ຢຸດລົງ.

ທ່ານ ທ​ຣຳ ກ່າວ​ວ່າ ທ່ານ ກິມ ໄດ້​ສົ່ງ​ຈົດ​ໝາຍ​ຂໍ​ໂທດ​ສ່ວນ​ຕົວ ທີ່​ໄດ້​ກ່າວ​ໂຈມ​ຕີ​ການ
ຝຶກຊ້ອມທະຫານ ສະຫະລັດ-ເກົາຫຼີໃຕ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG