ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ສະ​ແຫວ​ງ​ບຸນ ຮາ​ຈ໌ ແກວ່ງ​ກ້ອນ​ຫີນ​ໃສ່ ເສົາ​ແຫ່ງ ​ຜີ​ສາງ​ມານ​ຮ້າຍ


ນັກ​ສະ​ແຫວງ​ບຸນ ຊາວມຸ​ສ​ລິມ ແກວ່ງ​ກ້ອນ​ຫີນ​ໃສ່​ເສົາ ທີ່​ເປັນ​ສັນ​ຍາ​ລັກ​ຂອງຜີ​ສາງ​​ມານ​ຮ້າຍ, ໃນ​ວັນ​ທຳ​ອິດ​ຂອງ​ບຸນ ອີດ-ອາ​ລ-ອາ​ດາ, ທີ່ເມືອງສັກ​ສິດ ເມັກ​ກະ, ປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ. 11 ສິງ​ຫາ, 2019.
ນັກ​ສະ​ແຫວງ​ບຸນ ຊາວມຸ​ສ​ລິມ ແກວ່ງ​ກ້ອນ​ຫີນ​ໃສ່​ເສົາ ທີ່​ເປັນ​ສັນ​ຍາ​ລັກ​ຂອງຜີ​ສາງ​​ມານ​ຮ້າຍ, ໃນ​ວັນ​ທຳ​ອິດ​ຂອງ​ບຸນ ອີດ-ອາ​ລ-ອາ​ດາ, ທີ່ເມືອງສັກ​ສິດ ເມັກ​ກະ, ປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ. 11 ສິງ​ຫາ, 2019.

ຜູ້​ສະ​ແຫວງ​ບຸນ​ໃນ​ບຸນ​ນະ​ມັດ​ສະ​ການ ຮາ​ຈ໌ ທີ່ປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ວັນ​ອາ​
ທິດມື້ນີ້ ໄດ້ແກວ່ງກ້ອນຫີນໃສ່ ເສົາຫີນທີ່ເປັນຕົວແທນໃຫ້ຜີສາງມານຮ້າຍ, ເຊິ່ງເປັນ
ສັນຍາລັກຂອງການຂັບໄລ່ຜີຮ້າຍອອກຈາກຕົວ.

ຊາວ​ມຸ​ສ​ລິມຫຼາຍກວ່າ 2 ລ້ານ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ປະ​ເທດ​ ຊາ​ອຸ​ດີ ອາ​ຣາ​ເບຍ ສຳ​
ລັບບຸນປະຈຳປີດັ່ງກ່າວ, ເຊິ່ງແມ່ນການສະແຫວງບຸນດົນຫ້າວັນ.

ຜູ້​ເຄົາ​ລົບ​ບູ​ຊາ​ທັງຫຼາຍ​ໄດ້​ໃຊ້​ຄ່ຳ​ຄືນ​ຂອງວັນ​ເສົາ​ວານນີ້ ຢູ່​ສະ​ຖານ​ທີ່​ພັກ​ແຮມ​ອ້ອມ
ໂນນຄ້ອຍທີ່ບັນດາຜູ້ນັບຖືສາສະໜາອິສລາມ ຖືວ່າ ພະເຈົ້າໄດ້ທົດລອງຄວາມສັດທາ
ຂອງສາດສະດາ ເອບຣາແຮມ ດ້ວຍການສັ່ງໃຫ້ເພິ່ນ ເສຍສະຫຼະລູກຊາຍ ອິມເມລ
ຂອງເພິ່ນ. ມັນຍັງແມ່ນບ່ອນທີ່ ສາດສະດາ ມູຮຳມັດ ໄດ້ກ່າວຄຳສັ່ງສອນຄັ້ງສຸດທ້າຍ
ຂອງເພິ່ນ.

ມື້​ສຸດ​ທ້າຍ​ຂອງ​ບຸນ ຮາ​ຈ໌ ແມ່ນ​ກົງ​ກັບ​ບຸນ ອີດ ອາ​ລ-ອາດາ ເຊິ່ງ​ແມ່ນ​ເທດ​ສະ​ການ​
ກິນລ້ຽງ ຂອງການເສຍສະຫຼະ, ທີ່ສະເຫຼີມສະຫຼອງກັນໂດຍຊາວ ມຸສລິມ ໃນທົ່ວໂລກ.

ລັດ​ຖະ​ບານ ຣີ​ຢາດ ໄດ້​ໃຊ້​ຜູ້ເບິ່ງ​ແຍງຫຼາຍ​ພັນ​ຄົນ, ຜູ້​ທີ່​ຊ່ວຍ​ຈັດ​ແຈງ​ຄວາມ​ເປັນ​ລະ​
ບຽບຂອງຝູງຄົນ ເພື່ອປ້ອງກັນການຢຽບກັນຕາຍ ທີ່ໄດ້ເກີດຂຶ້ນໃນງານຫຼາຍແຫ່ງໃນ
ປີທີ່ຜ່ານມາ, ເຊັ່ນໃນປີ 2015 ເມື່ອຜູ້ສະແຫວງບຸນປະມານ 2,300 ຄົນໄດ້ເສຍຊີວິດ.

ບຸນ ຮາ​ຈ໌, ເຊິ່ງ​ແມ່ນ​ນຶ່ງ​ໃນ​ຫ້າ​ເສົາຫຼັກ​ຂອງ​ສາ​ສະ​ໜາ​ອິ​ສ​ລາມ, ໄດ້​ຮຽກ​ຮ້ອງ​ໃຫ້​ຊາວ​
ມຸສລິມທຸກຄົນໄປເຄົາລົບ ຢ່າງໜ້ອຍຄັ້ງນຶ່ງໃນຊີວິດຂອງເຂົາເຈົ້າ, ຕາບໃດທີ່ເຂົາ
ເຈົ້າຍັງມີສຸຂະພາບແຂງແຮງພໍ ແລະ ມີຄວາມຕັ້ງໃຈທີ່ຈະເຮັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG