ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລົດລະເບີດ ສັງຫານ ພະນັກງານຂອງ ສປຊ 3 ຄົນ ຂະນະທີ່ ຂໍ້ຕົກລົງຢຸດຍິງ ໄດ້ບັນລຸກັນ ລະຫວ່າງຝ່າຍສູ້ລົບຕ່າງໆ ໃນລີເບຍ


ການໂຈມຕີທາງອາກາດຖະລົ່ມເປົ້າໝາຍ ຢູ່ທີ່ຕຣີໂປລີ ໃນວັນທີ 7 ກໍລະກົດ 2019, ຂະນະທີ່ກຳລັງຈົງຮັກພັກດີຕໍ່ລັດຖະບານແຫ່ງຊາດ ສູ້ລົບກັບ ກຳລັງທີ່ຈົງຮັກພັກດີ ຕໍ່ທ່ານຄາລີຟາ ຮັຟຕາ Khalifa Haftar, ຜູ້ທີ່ປະກາດຕົນເປັນຜູ້ນຳ ໄດ້ປະຕິຍານວ່າ ເຂົ້າຍຶດເອົານະຄອນຫຼວງຈາກກຳລັງລັດຖະຍບານ. (H. Murdock/VOA)
ການໂຈມຕີທາງອາກາດຖະລົ່ມເປົ້າໝາຍ ຢູ່ທີ່ຕຣີໂປລີ ໃນວັນທີ 7 ກໍລະກົດ 2019, ຂະນະທີ່ກຳລັງຈົງຮັກພັກດີຕໍ່ລັດຖະບານແຫ່ງຊາດ ສູ້ລົບກັບ ກຳລັງທີ່ຈົງຮັກພັກດີ ຕໍ່ທ່ານຄາລີຟາ ຮັຟຕາ Khalifa Haftar, ຜູ້ທີ່ປະກາດຕົນເປັນຜູ້ນຳ ໄດ້ປະຕິຍານວ່າ ເຂົ້າຍຶດເອົານະຄອນຫຼວງຈາກກຳລັງລັດຖະຍບານ. (H. Murdock/VOA)

ພະນັກງານຂອງອົງການສະຫະປະຊາຊາດ ຢ່າງໜ້ອຍ 3 ຄົນຖືກຂ້າຕາຍໃນ ວັນເສົາ
ວານນີ້ ເມື່ອລົດບັນຈຸລະເບີດຄັນນຶ່ງ ໄດ້ລະເບີດຂຶ້ນຢູ່ໃນເຂດເມືອງ ເບັນກາຊີ ທາງ
ພາກຕາເວັນອອກຂອງລີເບຍ ອີງຕາມການກ່າວຂອງໂຄສົກ ອົງການສະຫະປະຊາຊາດ.

ການໂຈມຕີດັ່ງກ່າວ ​ໄດ້ເກີດຂຶ້ນໃນຂະນະທີ່ ຝ່າຍຕ່າງໆກຳລັງສູ້ລົບກັນຢູ່ໃນ ລີເບຍ
ໄດ້ບັນລຸຂໍ້ຕົກລົງຢຸດຍິງ ເພື່ອສິ້ນສຸດການສູ້ລົບຢູ່ນະຄອນຫຼວງ ຕຣີໂປລີ ໃນລະຫວ່າງ
ວັນພັກທາງສາສະໜາຂອງອິສລາມ ທີ່ເອີ້ນວ່າ ອີດ ອາລ-ອາດາ (Eid al-Adha)
ທີ່ກຳລັງຈະມາເຖິງນີ້.

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູແຕເຣັສ ໄດ້ປະນາມການ
ໂຈມຕີນັ້ນ ໃນຖະແຫລງການສະບັບນຶ່ງ ທີ່ໄດ້ນຳອອກເຜີຍແຜ່ໂດຍ ໂຄສົກຂອງທ່ານ.
ຖະແຫລງການໄດ້ກ່າວວ່າ ພະນັກງານອົງການສະຫະປະ ຊາຊາດອີກ 3 ຄົນ ແມ່ນ
ລວມຢູ່ໃນຈຳນວນຜູ້ທີ່ໄດ້ຮັບບາດເຈັບ.

ສະພາຄວາມໝັ້ນຄົງຂອງ​ອົງ​ການສະຫະປະຊາຊາດ ໄດ້ເຂົ້າປະຊຸມໃນຕອນບ່າຍວັນ
ເສົາ ວານນີ້ ເພື່ອປຶກສາຫາລືມາດຕະການຕ່າງໆໃນ ລີເບຍ.

“ສະຫະປະຊາຊາດ ບໍ່ມີເຈດຕະນາທີ່ຈະຍົກຍ້າຍອອກຈາກ ລີເບຍ” ທ່ານນາງ ບິນຕູ
ຄີຕາ ຜູ້ຊ່ວຍເລຂາທິການໃຫຍ່ ຮັບຜິດຊອບດ້ານປະຕິບັດການຮັກສາ ສັນຕິພາບ
ໄດ້ກ່າວຕໍ່ສະພາດັ່ງກ່າວ ຊຶ່ງທ່ານນາງ ຍັງໄດ້ກ່າວປະນາມການ ໂຈມຕີນຳດ້ວຍ.

ອົງການສະຫະປະຊາຊາດ ບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມ ກ່ຽວກັບ ການ​ລະ​ເບີດລົດ.

ທ່ານ ກາສຊານ ຊາລາເມ ທູດພິເສດຂອງສະຫະປະຊາຊາດປະຈຳ ລີເບຍ ໄດ້ເອີ້ນ
ການວາງລະເບີດນັ້ນວ່າ “ການໂຈມຕີທີ່ຂີ້ຂາດຕາຂາວ.”

ທ່ານໄດ້ກ່າວໃນຖະແຫລງການວ່າ “ການໂຈມຕີນີ້ ຈະບໍ່ໄດ້ເຮັດໃຫ້ພວກເຮົາທໍ້ຖອຍ
ໃຈ ຫລື ຈະຫ້າມປາມພວກເຮົາບໍ່ໃຫ້ດຳເນີນການວຽກງານຕໍ່​ໄປ ເພື່ອນຳມາຊຶ່ງ
ສັນຕິພາບ ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ສູ່​ປ​ະ​ເທດລີເບຍ ແລະ
ປະຊາຊົນຂອງປະເທດນີ້.”

ຖະແຫລງການຂອງເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ໝົດທຸກ
ຝ່າຍ “ຈົງເຄົາລົບຕໍ່ຂໍ້ຕົກລົງຢຸດຍິງເພື່ອມະນຸດສະທຳ” ໃນລະຫວ່າງ ວັນພັກຂອງຊາວ
ມຸສລິມ ຊຶ່ງຈະເລີ້ມຕົ້ນຂຶ້ນໃນວັນອາທິດມື້ນີ້ ແລະໃຫ້ “ກັບຄືນ ເຂົ້າສູ່ການເຈລະຈາ
ເພື່ອສະແຫວງຫາ ຄວາມສະຫງົບສຸກມາໃຫ້ປະຊາຊົນ ລີເບຍ ທີ່ຄວນໄດ້ຮັບໃນ
ອະນາຄົດ.”

ຜູ້ບັນຊາການກອງທັບແຫ່ງຊາດ ລີເບຍ ທ່ານ ຄາລີຟາ ຮັຟຕາ ໄດ້ເຫັນດີນຳ ຂໍ້ສະເໜີ
ຂອງ ອົງການສະຫະປະຊາດ ໃຫ້ຢຸດຍິງພາຍໃນ 48 ຊົ່ວໂມງໃນວັນ ເສົາວານນີ້ ຊຶ່ງ
ໂຄສົກຂອງທ່ານ ຄືທ່ານ ອາເມດ ອາລ-ເມັສມາຣີ ໄດ້ກ່າວໄປ ຢູ່ທີ່ກອງປະຊຸມຖະ
ແຫລງຂ່າວ ໃນນະຄອນ ເບັນກາຊີ.

ລັດຖະບານຂອງ ລີເບຍ ທີ່ສະໜັບສະໜຸນໂດຍອົງການສະຫະປະຊາຊາດ ໄດ້ກ່າວ
ເມື່ອຕອນເຊົ້າວັນເສົາວານນີ້ວ່າ ຕົນໄດ້ຮັບເອົາຂໍ້ສະເໜີຢຸດຍິງດັ່ງກ່າວ ເພື່ອວັນພັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG