ເຈົ້າໜ້າທີ່ອິນເດຍກ່າວວ່າ ມີຢ່າງໜ້ອຍ 42 ຄົນໄດ້ເສຍຊີວິດ ຍ້ອນດິນເຈື່ອນແລະໄພນ້ຳຖ້ວມ ທີ່ເກີດມາຈາກຝົນຕົກໜັກ.
ເຈົ້າໜ້າທີ່ຮັບມືກັບເຫດການສຸກເສີນ ກ່າວວ່າ ມີ 10,000 ຄົນໄດ້ຖືກຍົກຍ້າຍອອກໜີ. ລັດເກຣາລາ (Kerala) ຂອງອິນເດຍ ເປັນລັດທີ່ໄດ້ຮັບຜົນກະທົບຮ້າຍແຮງສຸດ ແຕ່ລັດການາຕາກາ (Karnataka) ແລະ ລັດມະຫາຣາສຕຣາ (Maharashtra) ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.
ແຕ່ເດືອນມິຖຸນາ ຫາກັນຍາ ແມ່ນລະດູລົມມໍລະສຸມໃນປະເທດອິນເດຍ ທີ່ພາໃຫ້ເກີດຝົນຕົກໜັກ ຊຶ່ງພວກພໍ່ໄຮ່ຊາວນາມີຄວາມຕ້ອງການນັ້ນ ແຕ່ໃນຂະນະດຽວກັນ ຝົນຍັງໄດ້ນຳເອົາການເສຍຊີວິດ ແລະຄວາມເສຍຫາຍ ມາສູ່ປະເທດອິນເດຍນຳດ້ວຍ.
Indian officials say at least 42 people have been killed in landslides and flooding caused by heavy rains.
Emergency officials say 100,000 people have been evacuated. The Indian state of Kerala has been worst hit, but Karnataka and Maharashtra states are also affected.
June to September is India's monsoon season which brings the heavy rains that farmers depend on, but the rains also bring heavy death and destruction.