ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ເໜືອ ຍິງ​ລູກ​ສອນ​ໄຟ ຕື່ມ​ອີກ 2 ລູກ ອອກ​ສູ່​ທະ​ເລ ກ້ຳ​ຕາ​ເວັນ​ອອກ


ເກົາ​ຫຼີ​ເໜືອ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ຢູ່​ສະ​ຖານ​ທີ່​ແຫ່ງ​ນຶ່ງ ເມື່ອ​ວັນ​ທີ 7 ສິ​ງ​ຫາ 2019.
ເກົາ​ຫຼີ​ເໜືອ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ຢູ່​ສະ​ຖານ​ທີ່​ແຫ່ງ​ນຶ່ງ ເມື່ອ​ວັນ​ທີ 7 ສິ​ງ​ຫາ 2019.

ເກົາ​ຫຼີ​ເໜືອ​ຍິງທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ອອກ​ສູ່​ທະ​ເລ​ກ້ຳ​ຕາ​ເວັນ​ອອກຂອງ​ຕົນ​ຕື່ມ​ອີກ ຊຶ່ງ​ການ​ຍິງ​ໃນ​ຄັ້ງ​ນີ້ ແມ່ນ​ເປັນ​ເທື່ອ​ທີຫ້າ ໃນ​ເວ​ລາ​ພຽງ​ສອງອາ​ທິດກວ່າໆ.

ການ​ຍິງ​ໃນ​ວັນ​ເສົາ​ມື້ນີ້ ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຮັບ “ຈົດ​ໝາຍ​ງາມໆ” ອີກ​ສະ​ບັບ​ນຶ່ງ ຈາກ​ຜູ້​ນຳເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ແລະ​ກ່າວ​ຢ້ຳ​ວ່າ ທ່ານ​ບໍ່​ມີ​ຄວາມ​ເປັນ​ຫ່ວງ​ແຕ່ຢ່າງ​ໃດ ກ່ຽວ​ກັບ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ​ພຽງ​ຢາງ.

ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ເກົາ​ຫຼີ​ໃຕ້ ​ແລະ​ສະ​ຫະ​ລັດ ກ່າວ​ວ່າ ການ​ຍິງ​ທົດ​ລອງ​ໃນ​ເທື່ອນີ້​ປາ​ກົດ​ວ່າ ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ໄລ​ຍະ​ໃກ້ ອີງ​ຕາມ​ຄຳ​ຖະ​ແຫຼງຂອງ​ທຳ​ນຽບ​ສີ​ຟ້າ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້.

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ເສ​ນາ​ທິ​ການຮ່ວມກອງ​ທັບ​ເກົາ​ຫຼີ​ໃຕ້ ກ່າວ​ວ່າ ລູກ​ສອນ​ໄຟທີ່​ຍິງ​ຂຶ້ນ​ຈາກ​ບໍ​ລິ​ເວນ ​ໃກ້ໆ​ເມືອງ​ແຮມ​ຮຸງ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ເກົາ​ຫຼີ​ເໜືອໄດ້​ເດີນ​ທາງ​ໄປ​ໃນ​ໄລ​ຍະ 400 ກິ​ໂລ​ແມັດແລະ​ສູງ​ເຖິງ 48 ກິ​ໂລ​ແມັດ.

ຖະ​ແຫຼງ​ການ​ຂອງ​ເກົາ​ຫຼີ​ໃຕ້​ກ່າວ​ວ່າ ມີ “ຄວາມ​ເປັນ​ໄປ​ໄດ້​ສູງ” ທີ່​ເກົາ​ຫຼີ​ເໜືອຈະ​ຍິງທົດ​ລອງ​ລູກ​ສອນ​ໄຟ​ຕື່ມ​ອີກໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ຂ້າງ​ໜ້ານີ້ ຍ້ອນມີການ​ຊ້ອມ​ລົບ​ຮ່ວມ​ທາງ​ທະ​ຫານ ລະ​ຫວ່າງ​ສະ​ຫະ​ລັດ ກັບ​ເກົາ​ຫຼີ​ໃຕ້.

ໃນ​ຈົດ​ໝາຍ​ສະ​ບັບ​ຫຼ້າ​ສຸດນັ້ນ ທ່ານ​ທ​ຣຳກ່າວ​ວ່າ ທ່ານ​ກິມ ໄດ້​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ ກ່ຽວ​ກັບ “ການ​ຊ້ອມ​ລົບ.”

ທ່ານ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ສຸກວານນີ້ວ່​າ “ແລະ​ດັ່ງ​ທີ່​ພວກ​ເຈົ້າ​ຮູ້ ຂ້າພະ​ເຈົ້າ​ກໍ​ບໍ່​ມັກ​ຄື​ກັນ. ຂ້າ​ພະ​ເຈົ້າ​ບໍ່​ມັກ​ມັນ​ເລີຍ ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເປັນ​ແຟນ​ກ່ຽວກັບ​ເລື້ອງນີ້. ພວກ​ເຈົ້າ​ຮູ້​ບໍ​ວ່າ​ເປັນ​ຫຍັງ? ຂ້າ​ພະ​ເຈົ້າ​ບໍ່​ຢາກ​ຈ່າຍ​ເງິນໃນ​ເລື້ອງນີ້ພວກ​ເຮົາ​ຄວນ​ໄດ້​ຮັບ​ການ​ຊົດ​ໃຊ້​ຄ່າ​ໃຊ້​ຈ່າຍ​ຄືນ.”

ໃນ​ອາ​ທິດນີ້ ສະ​ຫະ​ລັດ​ໄດ້​ເລີ້ມ​ການ​ຊ້ອມ​ລົບ​ທາງ​ທະ​ຫານ​ຄືນ​ກັບ​ເກົາ​ຫຼີ​ໃຕ້ທັງໆທີ່​ໄດ້​ຮັບ​ການ​ປະ​ທ້ວງ​ຈາກ​ພຽງ​ຢາງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG