ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ​ ແຕ່ງ​ຕັ້ງ ຫົວ​ໜ້າ ຕໍ່​ຕ້ານ​ກໍ່​ການ​ຮ້າຍ ເປັນ​ຜູ້​ຮັກ​ສາ​ການ ອຳ​ນວຍ​ການ ອົງ​ການ​ສືບ​ລັບ​ແຫ່ງ​ຊາດ


ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່ ເມື່ອ​ວັນ​ທີ 25 ກໍ​ລະ​ກົດ 2018 ພົນ​ເຮືອ​ເອກ ເບ້ຍ​ບຳ​ນານ ໂຈ​ເຊັ​ຟ ແມັກ​ກວຍ​ເອີ ໃຫ້​ການ ຕໍ່​ຄະ​ນະ​ກຳ​ມະ​ການສືບ​ລັບ ຂອງ​ສະ​ພາ​ສູງ.
ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່ ເມື່ອ​ວັນ​ທີ 25 ກໍ​ລະ​ກົດ 2018 ພົນ​ເຮືອ​ເອກ ເບ້ຍ​ບຳ​ນານ ໂຈ​ເຊັ​ຟ ແມັກ​ກວຍ​ເອີ ໃຫ້​ການ ຕໍ່​ຄະ​ນະ​ກຳ​ມະ​ການສືບ​ລັບ ຂອງ​ສະ​ພາ​ສູງ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້ເລີ້ມ​ຕົ້ນ​ໃໝ່​ກ່ຽວ​ກັບອົງ​ການ​ສືບ​ລັບ​ທີ່​ສຳ​ຄັນ​ຂອງ​ປະ​ເທດ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ຮັບ​ເອົາ​ການ​ລາ​ອອກ​ຂອງ​ຮອງ​ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ທ່ານ​ນາງ​ຊູ ກໍ​ດັອນ (Sue Gordon) ໃນ​ຕອນ​ແລງວັນ​ພະຫັດ​ວານນີ້ ບໍ່​ຮອດ​ສອງ​ອາ​ທິດ​ຫຼັງ​ຈາກການ​ປະ​ກາດ​ຂອງ​ທ່ານ​ແດນ ໂຄ​ຕ​ສ໌ ​ຜູ້ອຳ​ນວຍ​ການ​ອົງ​ການ​ດັ່ງ​ກ່າວ ຈະ​ລາ​ອອກ​ເຊັ່ນ​ດຽວ​ກັນ.

ປະ​ທາ​ນາ​ທິ​ບໍ​ດີ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່​າ “ທ່ານນ​າງ​ຊູ ກໍ​ດັອນ ເປັນ​ມື​ອາ​ຊີບ​ທີ່​ຍິ່ງໃຫຍ່ ມີ​ອາ​ຊີບ​ມາ​ເປັນ​ເວ​ລາຍາວ​ນານ ​ແລະກໍມີ​ຊື່​ສຽງ” ແລະ​ທ່ານ​ກ່າວ​ຕື່ມ​ວ່າ “ຂໍ​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ທ່ານ​ນາງ​ເປັນ​ຢ່າງ​ຍິ່ງ.”

ບໍ່​ຮອດ​ນຶ່ງ​ຊົ່ວ​ໂມງ​ຕໍ່​ມາ ທ່ານ​ທ​ຣຳ ກໍ​ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້ ກ່ຽວ​ກັບ​ທ່ານ​ໂຈ​ເຊັ​ຟ ແມັກ​ກວຍ​ເອີ (Joseph Maguire) ພົນ​ເຮືອ​ເອກ​ເບ້ຍ​ບຳ​ນານ​ຊຶ່ງຮັບ​ໜ້າ​ທີ່​ເປັນ​ຜູ້​ອຳ​ນວຍ​ການສູນ​ກາງ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍແຫ່ງ​ຊາດ​ຂອງ​ສະຫະ​ລັດ​ໃນ​ເວ​ລານີ້ ຈະ​ເຂົ້າ​ຮັບ​ໜ້າ​ທີ່​ ເປັນ​ຜູ້​ຮັກ​ສາ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດໃນ​ວັນ​ທີ 15 ສິງ​ຫາ ຊຶ່ງ​ເປັນ​ມື້​ທີ່​ການ​ລາ​ອອກ​ຂອງ​ທ່ານ​ໂຄ​ຕ​ສ໌ແລະ​ທ່ານ​ນາງ​ກໍ​ດັອນ ເລີ້ມ​ມີ​ຜົນ​ນັ້ນ.

ທ່ານ​ທ​ຣຳ​ ເປັນ​ຜູ້​ພາ​ໃຫ້​ມີ​ການ​ຄາດເດົາ​ກ່ຽວ​ກັບ​ການ​ລາ​ອອກ​ຂອງ​ທ່ານ​ນາງ​ກໍດັອນ ເຈົ້າ​ໜ້າ​ອະ​ວຸ​ໂສ​ໃນ​ປະ​ຊາ​ຄົມ​ສືບ​ລັບ​ ມາ​ເປັນ​ເວ​ລາ 30 ປີ ເວ​ລາ​ທ່ານ

​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້ ທ່ານ​ມີ​ແຜນ​ທີ່​ຈະ​ແຕ່ງ​ຕັ້ງ​ຜູ້​ອຳ​ນວຍ​ການ​ຊົ່ວ​ຄາວຫຼັງ​ຈາກ​ທ່ານ​ໂຄ​ຕ​ສ໌​ລາ​ອອກ​ໃນ​ເດືອນ​ແລ້ວນີ້.

ອີງ​ຕາມ​ກົດ​ໝາຍ​ຂອງ​ສະ​ຫະ​ລັດ​ແລ້ວ ໃນ​ຂະ​ນະ​ທີ່​ບໍ່​ມີ​ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດນັ້ນ ຮອງ​ຜູ້​ອຳ​ນວຍ​ການ​ ຂອງ​ອົງ​ການ​ດັ່ງ​ກ່າວ ກໍ​ຄວນ​ທີ່​ຈະເປັນ​ຜູ້​ຮັກ​ສາ​ການ​ແທນ.

ເມື່ອ​ມີ​ການ​ຖາມ​ໃນ​ຕົ້ນ​ເດືອນນີ້ ກ່ຽວ​ກັບ​ຄວາມ​ລັງ​ເລ​ໃຈ​ຂອງ​ທ່ານ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ທ່ານນາງ​ກໍ​ດັອນ ຮັບ​ໜ້າ​ທີ່​ເປັນ​ຜູ້​ອຳ​ນວຍ​ການ​ຊົ່ວ​ຄາວນັ້ນ ທ່ານ​ທ​ຣຳຕອບ​ພວກ​ນັກ​ຂ່າວ​ວ່າ “ຂ້າ​ພະ​ເຈົ້າ​ມັກ​ທ່ານນາງ​ຊູ ​ກໍ​ດັອນ.”

ທ່ານ​ກ່າວ​ຕື່ມ​ວ່າ “ທ່ານ​ນາງ​ຢູ່​ທີ່ນັ້ນ​ໃນ​ເວ​ລານີ້ ແລະ​ແນ່ນອນ​ທ່ານ​ນາງ​ຈະ​ຖືກ​ພິ​ຈາ​ລະ​ນາ​ໃນ​ການ​ເປັນ​ຜູ້​ຮັກ​ສາ​ການ ນັ້ນ​ອາດ​ຈະ​ເກີດ​ຂຶ້ນ​ໄດ້.”

ບໍ່​ຄື​ກັນ​ກັບ​ທ່ານ​ໂຄ​ຕ​ສ໌ ຜູ້​ອຳ​ນວຍ​ການ​ທີ່​ກຳ​ລັງ​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ ຊຶ່ງ​ໄດ້​ປະທະ​ຄາ​ລົມ​ກັບ​ທ່ານ​ທ​ຣຳ​ຢ່າງ​ເປັນ​ການ​ເປີດ​ເຜີຍ ​ໃນ​ຫຼາຍໆ​ໂອ​ກາດ ທ່ານນາງ​ກໍ​ດັອນ ມັກ​ຈະ​ຫຼີກ​ລ່ຽງ ໃນ​ການ​ຖົກ​ຖຽງ​ກັນ​ຢ່າງ​ເປັນ​ການ​ເປີດ​ເຜີຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG