ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນ​ລະ​ຍາ ນັກ​ສຶກ​ສາ ສ​ຫລ ທີ່​ຖືກ​ຄຸກ ຢູ່​ອີ​ຣ່ານ ຮ້ອງ​ຂໍ ການ​ຊ່ວຍ​ເຫຼືອ ຈາກ ປ. ທ​ຣຳ


ທ່ານ​ນາງ​ຫົວ ຈູ ພັນ​ລະ​ຍາ​ຂອງ​ທ່ານ​ຊີ​ຢູ ຫວັງ ນັກ​ສຶກ​ສາ​ປ​ະ​ລິນ​ຍາ​ເອກ ທີ່​ໄປ​ຄົ້ນ​ຄວ້າ ແລະ​ຖືກ​ຈັບ​ຢູ່​ອີ​ຣ່ານ
ທ່ານ​ນາງ​ຫົວ ຈູ ພັນ​ລະ​ຍາ​ຂອງ​ທ່ານ​ຊີ​ຢູ ຫວັງ ນັກ​ສຶກ​ສາ​ປ​ະ​ລິນ​ຍາ​ເອກ ທີ່​ໄປ​ຄົ້ນ​ຄວ້າ ແລະ​ຖືກ​ຈັບ​ຢູ່​ອີ​ຣ່ານ

ພັນ​ລະ​ຍາ​ຂອງ​ນັກ​ສຶກ​ສາ​ສະ​ຫະ​ລັດ​ຄົນ​ນຶ່ງທີ່​ຖືກ​ຄຸກ​ຢູ່​ອີ​ຣ່ານ ໃນ​ຂໍ້​ຫາ​ສອດ​ແນມນັ້ນ ໄດ້​ຮ້ອງ​ຂໍ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ດຳ​ເນີນ​ການ​ເພີ້ມ​ຕື່ມ ເພື່ອ​ຊ່ວຍໃຫ້​ສາ​ມີ​ຂອງ​ນາງ​ຖືກ​ປ່ອຍ.

ທ່ານ​ນາງ ຫົວ ຈູ (Hua Qu) ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້ເນື່ອງ​ໃນ​ໂອ​ກາດ​ການ​ຖືກ​ຈັບຄົບ​ຮອບ 3 ປີຂອງ​ທ່ານ​ຊີ​ຢູ ຫວັງ (Xiyue Wang) ໂດຍ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ຂໍ​ອ້ອນວອນ​ຕໍ່​ອີ​ຣ່ານ ຕໍ່​ສະ​ຫະ​ລັດ ຕໍ່​ປະ​ເທດ​ຂອງ​ຂ້າ​ພະ​ເຈົ້າຄື​ຈີນ ແລະສະ​ມາ​ຊິກ​ອື່ນໆ​ຂອງ​ປະ​ຊາ​ຄົມ​ນາໆ​ຊາດ ຈົ່ງ​ຮ່ວມ​ມື​ກັນ ແລະ​ຊອກ​ຫາ​ຊ່ອງ​ທາງເພື່ອ​ໃຫ້​ມີ​ການ​ປ່ອຍ​ຜູ​ຊາຍ ​ທີ່​ບໍ່​ມີ​ຄວາມ​ຜິດ​ຄົນ​ນີ້.” ທ່ານ​ນາງ​ກ່າວ​ຕື່ມ​ວ່າ ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ ​ແລະ​ຄອບຄົວ​ຂອງ​ພວກ​ເຮົາ ໄດ້​ກາຍ​ເປັນ​ຜູ້​ເຄາະ​ຮ້າຍ ​ທີ່​ບໍ່​ມີ​ຄວາມ​ຜິດ ໃນ​ອັນ​ທີ່​ປາ​ກົດ​ວ່າເປັນ​ການ​ຜິດ​ຂ້ອງ​ຕ້ອງ​ຖຽງ​ທີ່​ຮ້າຍ​ແຮງ ລະ​ຫວ່າງ​ມະ​ຫາ​ອຳ​ນາດ​ຂອງ​ໂລກ.”

ທ່ານ​ນາງ​ຫົວກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳຄວນ​ຈະ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ຄະ​ດີ​ຂອງ​ທ່ານ​ຫວັງ ຄືກັນ​ກັບ​ຄະ​ດີ​ນັກ​ຮ້ອງ​ແຣບ​ເປີ້ A$AP Rocky ທີ່​ໄດ້​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ສະ​ວີ​ເດັນບ່ອນ​ທີ່​ລາວ​ຖືກ​ຈັບ​ຍ້ອນການ​ໂຈມ​ຕີ​ຕາມ​ທີ່​ມີການ​ກ່າວ​ຫານັ້ນ.​

ອີ​ຣ່ານ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ແລກ​ປ່ຽນ​ນັກ​ໂທດກັບ​ສະ​ຫະ​ລັດ ​ສຳ​ລັບ​ຊາວ​ອີ​ຣ່ານທີ່​ເຕ​ຫະ​ຣ່ານ​ກ່າວ​ວ່າ ພວມ​ຖືກ​ຂັງ​ຢູ່​ໃນ​ສະ​ຫະ​ລັດ. ແຕ່​ວໍ​ຊິງ​ຕັນ​ໄດ້​ທວງ​ໃຫ້​ເຕຫະ​ຣ່ານ ປ່ອຍ​ໂຕ​ຊາວ​ອາ​ເມ​ຣິ​ກັນ​ທັງ​ໝົດ​ທີ່​ພວມ​ຖືກ​ຄຸກ​ຢູ່​ໃນ​ອີ​ຣ່ານ ທີ່​ສະ​ຫະລັດ​ເວົ້າ​ວ່າ ເປັນ​ພວກ​ທີ່​ບໍ່​ມີ​ຄວາມ​ຜິດນັ້ນ.

ທ່ານນາງ​ຫົວກ່າວ​ວ່າ “ຄະ​ດີນີ້ ຈະ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ອັດ​ຕະ​ໂນ​ມັດ. ແນ່ ນອນຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ເຈ​ລະ​ຈາ​ ແລະ​ໂອ້​ລົມ​ກັນ​ກ່ຽວ​ກັບ​ເລື້ອງນີ້.”

ທ່ານ​ຫວັງ​ຊຶ່ງ​ເກີດ​ຢູ່​ຈີນ ແມ່ນ​ນັກສຶກ​ສາປ​ະ​ລິນ​ຍາ​ເອກ ​ວິ​ຊາ​ປະ​ຫວັດ​ສາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ປ​ຣິນ​ຕັນ. ທ່ານ​ໄດ້​ເດີນ​ທາງ​ໄປ​ອີ​ຣ່ານ​ໃນ​ປີ 2016 ອັນ​ເປັນ​ສ່ວນນຶ່ງ​ໃນ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ວິ​ຊາ​ປະ​ຫວັດ​ສາດ​ຂອງ​ອີ​ຣ່ານ ເວ​ລາ​ພວກ​ເຈົ້າ​ໜ້າ​ທີ່ຈັບ​ລາວ. ສານ​ໄດ້​ຕັດ​ສິນ​ລົງ​ໂທດຜູ້​ກ່ຽວ​ ໃຫ້ຈຳ​ຄຸກ​ເປັນ​ເວ​ລາ 10 ປີ ໃນ​ຂໍ້​ຫາ​ສອດ​ແນມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG