ນຶ່ງອາທິດພາຍຫລັງທີ່ມີການລົງໂທດຂອງສະຫະລັດຕໍ່ທ່ານ ໂມຮຳມາດ ຈາວາດ ຊາຣິຟ, ລັດຖະມົນຕີກະຊວງການຕ່າງປະເທດອີຣ່ານ ໄດ້ເຮັດໃຫ້ຄວາມເປັນໄປໄດ້ສູງທີ່ທ່ານຈະເສຍສິດເຂົ້າໄປໃຊ້ສື່ສັງຄົມອອນລາຍຂອງສະຫະລັດໄດ້, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດ ແລະພວກບໍລິສັດເທັກໂນໂລຈີ ພາກັນມິດງຽບຢູ່ ຕໍ່ບັນຫາດັ່ງກ່າວ.
ລັດຖະບານທ່ານທຣຳ ໄດ້ລົງໂທດຕໍ່ທ່ານ ຊາຣິຟ (Zarif) ໃນວັນທີ 31 ກໍລະກົດ ຍ້ອນໄດ້ "ກະທຳການ ຫລື ມີເຈດຈຳນົງທີ່ຈະກະທຳການ" ຕາງໜ້າໃຫ້ແກ່ ຜູ້ນຳສູງສຸດຂອງອີຣ່ານ ທ່ານອາຢາໂຕລາ ອາລີ ຄາເມນີ (Ayatollah Ali Khamenei), ຜູ້ທີ່ສະຫະລັດປະກາດລົງໂທດຕໍ່ ກ່ອນໜ້ານີ້ ນຶ່ງເດືອນ ໂດຍເປັນສ່ວນນຶ່ງຂອງ "ການປຸກລະດົມໃກ້ທຳການກົດດັນສູງສຸດ" ຂອງຕົນຕໍ່ເຕຫະຣ່ານ.
ຄຳຖະແຫລງການສະບັບນຶ່ງຂອງກະຊວງການເງິນຂອງສະຫະລັດ ປະກາດວ່າ ການເຄື່ອນໄຫວໃນເວັບໄຊທ໌ hyperlink: http://bit.ly/2MdhCt1 ເວົ້າວ່າ ທ່ານ ຊາຣິຟ (Zarif) ໄດ້ຖືກລົງໂທດຢູ່ພາຍໃຕ້ດຳລັດທີ່ອອກມາໃນວັນທີ 24 ມິຖຸນາຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ກີດກັນ "ຊັບສິນ ແລະຜົນປະໂຫຍດທຸກຢ່າງ" ຂອງທ່ານ ຄາເມນີ (Khamenei) ທີ່ຢູ່ໃນເຂດອຳນາດຂອງສະຫະລັດ, ພ້ອມທັງຂອງໃຜກໍຕາມທີ່ ໄດ້"ກະທຳການ ຫລື ມີເຈດຈຳນົງທີ່ຈະກະທຳການ" ຕາງໜ້າໃຫ້ແກ່ທ່ານ.
ໃນພາກທີ 4 ຂອງຄຳສັ່ງນັ້ນ ໄດ້ວາງ "ຂໍ້ຫ້າມ" ບໍ່ໃຫ້ສະໜອງ "ທຶນ, ສິນຄ້າ ຫລື ການບໍລິການ … ແກ່ ຫລື ເພື່ອເປັນຜົນປະໂຫຍດຂອງບຸກຄົນໃດກໍຕາມ" ທີ່ມີຊັບສິນ ແລະຜົນປະໂຫຍດຖືກເກືອດຫ້າມໄວ້ ໂດຍອີງຕາມຄຳສັ່ງດັ່ງກ່າວນັ້ນ.
ຄຳຖະແຫລງການຂອງກະຊວງການເງິນ ເວົ້າວ່າ ຫ້ອງການຄວບຄຸມຊັບສິນຕ່າງປະເທດ ຫລື OFAC ຂອງກະຊວງດັ່ງກ່າວ ຍັງໄດ້ເອົາຊື່ຂອງທ່ານຊາຣິຟ (Zarif) ເຂົ້າໃນບັນຊີຂອງຄົນສັນຊາດທີ່ໄດ້ຖືກໝາຍຫົວເປັນພິເສດ ແລະບຸກຄົນທີ່ຖືກເກືອດຫ້າມ ທີ່ເອີ້ນວ່າບັນຊີ SDN ຂອງຕົນນັ້ນອີກດ້ວຍ.
ກະຊວງການເງິນຂອງສະຫະລັດ ບໍ່ໄດ້ຕອບຕໍ່ການຄຳຮ້ອງຂອງວີໂອເອ ພະແນກະສາ ເປີເຊຍ ທີ່ຂໍຄຳເຫັນວ່າການຫ້າມບໍ່ໃຫ້ສະໜອງ “ການບໍລິການ” ແກ່ທ່ານ ຊາຣິຟ (Zarif) ລວມມີ ການຫ້າມບໍ່ໃຫ້ທ່ານເຂົ້າໃຊ້ເວທີສົນທະນາໃນສື່ສັງຄົມອອນລາຍຂອງສະຫະລັດ ຊຶ່ງລວມທັງບັນຊີໃນທວີດເຕີ ແລະອິນສຕຣາ ແກຣມ (Instagram) ຂອງທ່ານນຳຫລືບໍ່.
ທ່ານ ຊາຣິຟ (Zarif) ມີຄົນຕິດຕາມອ່ານ ຢູ່ 1 ລ້ານ ສອງແສນຄົນໃນທວີດເຕີຂອງທ່ານ ແລະ ມີຄົນຕິດຕາມອ່ານ 729,000 ຄົນ ຢູ່ໃນອິນສຕຣາແກຣມ (Instagram) ຂອງທ່ານ ທີ່ Facebook ເປັນເຈົ້າຂອງນັ້ນ. ທ່ານຍັງສາມາດໃຊ້ບັນຊີທັງສອງອັນນີ້ໄດ້ ຢູ່ໃນຫລາຍມື້ ນັບແຕ່ມີການຈັດຊື່ທ່ານວ່າເປັນຜູ້ຖືກລົງໂທດໃນວັນທີ 31 ກໍລະກົດເປັນຕົ້ນມາ.
https://twitter.com/JZarif/status/1156707044814204928 ]]
ຢູ່ໃນການຂຽນລົງໃນທວີດເຕີຂອງທ່ານອັນນຶ່ງ ທ່ານ ຊາຣິຟ (Zarif) ຖາມວ່າ ການທີ່ໄດ້ຈັດວ່າທ່ານເປັນຜູ້ຖືກລົງໂທດນັ້ນ ມີຄວາມໝາຍວ່າ "ບຸກຄົນຂອງສະຫະລັດຕ້ອງໄດ້ຮັບອະນຸຍາດຈາກຫ້ອງການ OFAC ກ່ອນບໍ່ ຈຶ່ງສາມາດພົວພັນກັບຂ້າພະເຈົ້າໄດ້ ໂດຍການອ່ານຂໍ້ຄວາມທີ່ຂ້າພະເຈົ້າຂຽນລົງ ຫລືຟັງການສຳພາດຂອງຂ້າພະເຈົ້າ."
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ