ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົບ​ຂອງ​ນັກ​ສຶກ​ສາ ຈີນ ທີ່​ຖືກ​ຂ​້າ​ຕາຍ ຖືກ​ເອົາ​ຖິ້ມ​ ໃສ່​ຖັງ​ຂີ້​ເຫຍື້ອ


ນາງ ຢິງຢິງ ສາງ, ນັກ​ສຶກ​ສາ​ ຈີນ ທີ່​ຖືກ​ຂ້າ​ຕາຍ​ໃນ​ລັດ ອີ​ລີ​ນອຍ.
ນາງ ຢິງຢິງ ສາງ, ນັກ​ສຶກ​ສາ​ ຈີນ ທີ່​ຖືກ​ຂ້າ​ຕາຍ​ໃນ​ລັດ ອີ​ລີ​ນອຍ.

ພໍ່​ທີ່​ໂສກ​ເສົ້າ​ເສຍ​ໃຈ​ຂອງ​ນາງ ຢິງ​ຢິງ ສາງ ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຄົນ ຈີນ ທີ່​ຖືກ
ຄາດຕະກຳໃກ້ກັບມະຫາວິທະຍາໄລ ອີລີນອຍ ເວົ້າວ່າ ລາວຮູ້ວ່າ ລາວອາດຈະບໍ່ມີວັນ
ໄດ້ຮັບສົບຂອງລູກສາວຂອງລາວເມືອຝັງ.

ທ່ານ ຣອງ​ກາວ ສາງ ໄດ້​ກ່າວ​ຜ່ານ​ນາຍພາ​ສາ​ໃນ​ເມືອງ​ ເອີ​ບາ​ນາ, ລັດ ອີ​ລີ​ນອຍ ໃນ​
ວັນພຸດວານນີ້ວ່າ “ມັນບໍ່ມີຫຍັງທີ່ຂ້າພະເຈົ້າຕ້ອງການຫຼາຍກວ່າການຊອກຫາລູກສາວ
ຂອງເຮົາ ແລະ ນຳເອົາລາວກັບບ້ານ. ພວກເຮົາເຂົ້າໃຈວ່າ ມັນອາດເປັນໄປບໍ່ໄດ້.”

ຄາດ​ຕະ​ກອນ​ສັງ​ຫານ​ນາງ ຢິງ​ຢິງ, ທ້າວ ເບ​ຣັ້ນ ຄ​ຣິ​ສ​ເຕັນ​ເຊັນ, ແມ່ນ​ກຳ​ລັງ​ຖືກ​ຂັງ​ຄຸກ​
ຕະຫຼອດຊີວິດ ພ້ອມກັບບໍ່ມີໂອກາດສຳລັບການຜ່ອນຜັນໂທດໃຫ້.

ຫຼັງ​ຈາກຫຼາຍ​ເດືອນ​ທີ່​ຄອບ​ຄົວ ສາງ ໄດ້​ຂໍ​ຮ້ອງ​ໃຫ້​ລາວເປີດ​ເຜີຍ​ວ່າ ​ສົບ​ຂອງ​ນາງ​ຢູ່​ໃສ
ນັ້ນ, ທ້າວ ຄຣິສເຕັນເຊັນ ໄດ້ບອກທະນາຍຄວາມຂອງລາວ ກ່ຽວກັບ ສິ່ງທີ່ລາວໄດ້
ເຮັດກັບສົບຂອງນາງ ຢິງຢິງ ຫຼັງຈາກທີ່ລາວໄດ້ຂົ່ມຂືນ, ໃຊ້ມີດແທງ, ທຸບຕີ ແລະ ຕັດ
ຊິ້ນສ່ວນຮ່າງກາຍຂອງລາວ.

ທ້າວ ຄ​ຣິ​ສ​ເຕັນ​ເຊັນ ອ້າງວ່າ​ລາວ​ໄດ້​ເອົາ​ເຄື່ອງ​ນຸ່ງ, ໂທ​ລະ​ສັບ​ມື​ຖື, ປື້ມ ແລະ ຊິ້ນ​ສ່ວນ​
ຂອງຮ່າງກາຍຂອງນາງ ຢິງຢິງ ໃສ່ໃນຖົງຢາງສາມຖົງ ແລະ ກໍຖິ້ມມັນລົງໃສ່ຖັງຂີ້
ເຫຍື້ອຢູ່ອ້ອມເມືອງ ແຊມປຽນ, ລັດ ອີລີນອຍ, ບ່ອນທີ່ມະຫາວິທະຍາໄລຕັ້ງຢູ່.

ບັນ​ດາ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ສິ່ງ​ຂອງ​ຢູ່​ໃນ​ຖັງ​ຂີ້​ເຫຍື້ອ​ໄດ້​ຖືກ​ຖອກ​ໃສ່​ລົດ​ເກັບ​ຂີ້​ເຫຍື້ອ,
ຖືກອັດ ແລະ ຝັງຢູ່ໃນສະຖານທີ່ຖົມຂີ້ເຫຍື້ອ, ບ່ອນທີ່ເຂົາເຈົ້າຄິດວ່າຈະຢູ່ກ້ອງຂີ້ເຫຍື້ອ
ເລິກ 9 ແມັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG