ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ຈີນ ເຕືອນຜູ້​ປະ​ທ້ວງ ບໍ່​ໃຫ້​ທ້າ​ທາຍ ສະ​ຖາ​ນະພາບ ໃນ​ປັດ​ຈຸ​ບັນ​ ຂອງ ຮົງ​ກົງ


​ທ່ານ ຢາງ ກວາງ, ກາງ, ໂຄ​ສົກ​ຫ້ອງ​ການຮັບ​ຜິດ​ຊອບ ກິດ​ຈະ​ການ ຮົງ​ກົງ ແລະ ມາ​ເກົ້າ ສຳ​ລັບ​ລັດ​ຖະ​ບານ ຈີນ ກ່າວ​ຄຳ​ປາ​ໄສ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. 6 ສິງ​ຫາ, 2019.
​ທ່ານ ຢາງ ກວາງ, ກາງ, ໂຄ​ສົກ​ຫ້ອງ​ການຮັບ​ຜິດ​ຊອບ ກິດ​ຈະ​ການ ຮົງ​ກົງ ແລະ ມາ​ເກົ້າ ສຳ​ລັບ​ລັດ​ຖະ​ບານ ຈີນ ກ່າວ​ຄຳ​ປາ​ໄສ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. 6 ສິງ​ຫາ, 2019.

ໃນ​ຂະ​ນະ​ທີ່ ຮົງ​ກົງ ກຳ​ລັງ​ອະ​ນາ​ໄມ​ບ້ານ​ເມືອງຫຼັງ​ຈາກ​ການ​ນັດ​ຢຸດ​ງານ​ທົ່ວ​ໄປ ທີ່​ໄດ້​
ກາຍເປັນຄ່ຳຄືນ ຂອງການປະທະກັນຢ່າງຮຸນແຮງ ລະຫວ່າງ ຕຳຫຼວດ ແລະ ຜູ້ປະ
ທ້ວງນັ້ນ, ເຈົ້າໜ້າທີ່ລັດຖະບານ ຈີນ ຄົນນຶ່ງໄດ້ເຕືອນຝ່າຍຄ້ານໃນວັນອັງຄານວານນີ້
ວ່າ “ຜູ້ໃດຫຼິ້ນກັບໄຟກໍຈະຫາຍໄປກັບມັນ.”

ທ່ານ ຢາງ ກວາງ, ໂຄ​ສົກ​ຫ້ອງ​ການ​ຮັບ​ຜິດ​ຊອບ​ກິດ​ຈະ​ການ ຮົງ​ກົງ ແລະ ມາ​ເກົ້າ ຂອງ​
ລັດຖະບານ ຈີນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຜູ້ປະທ້ວງ ຮົງກົງ ໄດ້ລະເມີດສິດທິເພື່ອ
ການເຕົ້າໂຮມກັນຂອງເຂົາເຈົ້າ ແລະ ໄດ້ເຕືອນວ່າ ຈີນ ຈະບໍ່ອະນຸຍາດໃຫ້ດິນແດນ
ເຄິ່ງປົກຄອງຕົນເອງດັ່ງກ່າວ ທ້າທາຍອຳນາດອະທິປະໄຕຂອງ ຈີນ.

ທ່ານ​ຍັງ​ໄດ້​ກ່າວ​ວິ​ຈານ​ການ​ຮ້ອງ​ຄຳ​ຂວັນ ແລະ ພາບ​ແຕ້ມ​ໃສ່​ຝາ​ຂອງ​ພວກ​ປະ​ທ້ວງ ທີ່​
ເນັ້ນຄຳເວົ້າຂອງທ່ານ ເອັດເຫວີດ ລຶງ, ອະດີດຜູ້ລົງແຂ່ງຂັນເອົາຕຳແໜ່ງໃນສະພານິຕິ
ບັນຍັດທີ່ຖືກຂັງຄຸກ ຜູ້ທີ່ໄດ້ສະໜັບສະໜູນຄວາມເປັນເອກະລາດຂອງຮົງກົງຈາກ ຈີນ,
ທີ່ເວົ້າວ່າ “ປົດປ່ອຍ ຮົງກົງ! ການປະຕິວັດແຫ່ງຍຸກເວລາຂອງພວກເຮົາ.”

ໃນ​ຖະ​ແຫຼງ​ການ​ນັ້ນ, ທ່ານ ຢາງ ໄດ້​ກ່າວ​ຢ້ຳ​ຄຳ​ເວົ້າ​ຂອງ​ທ່ານ​ນາງ ແຄ​ຣີ ແລມ, ຜູ້​ບໍ​ລິ​
ຫານໃຫຍ່ຂອງຮົງກົງ, ຜູ້ທີ່ໄດ້ເວົ້າໃນນຶ່ງວັນກ່ອນໜ້ານັ້ນວ່າ “ການກະທຳຂອງຜູ້ປະ
ທ້ວງ ໄດ້ຂັດແຍ້ງອຳນາດອະທິປະໄຕແຫ່ງຊາດ” ແລະ ໄດ້ຂົ່ມຂູ່ຕໍ່ສິດທິພິເສດ ຂອງ ຮົງ
ກົງ, ເຊິ່ງແມ່ນການຕົກລົງກັບ ຈີນ ທີ່ຮູ້ຈັກກັນໃນຊື່ “ນຶ່ງປະເທດ, ສອງລະບົບ.”

​ຜູ້​ປະ​ທ້ວງ​ທັງຫຼາຍປາ​ກົດ​ວ່າບໍ່​ໄດ້​ສົນ​ໃຈ. ຊາວ​ໜຸ່ມ​ສາມ​ຄົນ​ທີ່​ໃສ່​ໜ້າ​ກາກ​ສີ​ດຳ ແລະ
ໝວກກັນກະທົບກຳມະກອນ ໄດ້ປາກົດຕົວໃນກອງປະຊຸມຖະແຫຼງຂ່າວໃນວັນອັງຄານ
ວານນີ້, ແລະ ໄດ້ຢືນຢັນວ່າ ການສະແຫວງຫາປະຊາທິປະໄຕ ແມ່ນ “ສິດທິທີ່ບໍ່ສາມາດ
ຖືກຍຶດເອົາໄປໄດ້ຂອງປະຊາຊົນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG