ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ເປີດກວ້າງ ສຳ​ລັບ​ ​ການ​ເຈ​ລະ​ຈາ ເພີ່ມ​ເຕີມ ໃນຂະ​ນະ​ທີ່ ສົງ​ຄາມ​ການ​ຄ້າກັບ ຈີນ ຮຸນ​ແຮງ​ຂຶ້ນ


ຮອງ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຈີນ ທ່ານ ຫຼິວ ຮີ, ຂວາ, ນັ່ງ​ກັບ​ຜູ້ຕາງ​ໜ້າ​ທາງດ້ານ​ການ​ຄ້າ ສະ​ຫະ​ລັດ, ທ່ານ ໂຣ​ເບີດ ໄລ​ໄຕ​ເຊີ, ທີ​ສອງ​ຈາກ​ຂວາ, ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ, ທ່ານ ສ​ຕີ​ຟ ມະ​ນູ​ຊິນ, ຊ້າຍ, ກ່ອນ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ, ນະ​ຄອນ ຊຽງ​ໄຮ, 31 ກໍ​ລະ​ກົດ, 2019.
ຮອງ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຈີນ ທ່ານ ຫຼິວ ຮີ, ຂວາ, ນັ່ງ​ກັບ​ຜູ້ຕາງ​ໜ້າ​ທາງດ້ານ​ການ​ຄ້າ ສະ​ຫະ​ລັດ, ທ່ານ ໂຣ​ເບີດ ໄລ​ໄຕ​ເຊີ, ທີ​ສອງ​ຈາກ​ຂວາ, ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ, ທ່ານ ສ​ຕີ​ຟ ມະ​ນູ​ຊິນ, ຊ້າຍ, ກ່ອນ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ, ນະ​ຄອນ ຊຽງ​ໄຮ, 31 ກໍ​ລະ​ກົດ, 2019.

ທຳ​ນຽບ​ຂາວ​ໄດ້​ໃຫ້ຄຳ​ສັນ​ຍານ​ວ່າ ເຂົາ​ເຈົ້າ​ຈະ​ບໍ່​ພະ​ຍາ​ຍາມ​ເຮັດ​ໃຫ້​ສົງ​ຄາມ​ການ​ຄ້າ
ກັບ ປັກກິ່ງ ຮຸນແຮງຂຶ້ນອີກຕໍ່ໄປ, ຫຼັງຈາກລັດຖະບານຂອງປະທານາທິບໍດີ ດໍໂນລ
ທຣຳ ໄດ້ດຳເນີນການທີ່ເກືອບວ່າເປັນສັນຍາລັກ ໃນການປະກາດວ່າ ຈີນ ເປັນຜູ້ປັບ
ປ່ຽນເງິນຂອງຕົນ.

ທ່ານ ແລ​ຣີ ຄຸດ​ໂລ ຜູ້​ອຳ​ນວຍ​ການ​ຂອງ​ສະ​ພາ​ເສດ​ຖະ​ກິດ​ແຫ່ງ​ຊາດ ໄດ້​ກ່າວ​ຕໍ່​ບັນ​ດາ​
ນັກຂ່າວໃນວັນອັງຄານວານນີ້ວ່າ “ພວກເຮົາໄດ້ເຈລະຈາດ້ວຍຄວາມຊື່ສັດ, ແລະ
ພວກເຮົາຢາກຈະສືບຕໍ່ເຈລະຈາດ້ວຍຄວາມຊື່ສັດກັບ ຈີນ,” ເຖິງແມ່ນຈະມີຄວາມຜິດ
ຫວັງກັບບັນດານັກເຈລະຈາ ຈີນ ທີ່ບໍ່ສາມາດປະຕິບັດຕາມຄຳສັນຍາກ່ອນໜ້ານີ້ ແລະ
ການຂາດຄວາມກ້າວໜ້າ.

ທ່ານ ຄຸດ​ໂລ ໄດ້​ກ່າວ​ວ່າ ປະ​ຕູ​ແມ່ນ​ໄດ້​ເປີດ​ໄວ້​ສຳ​ລັບ​ການ​ເຈ​ລະ​ຈາ​ເພີ່ມ​ເຕີມ, ພວກ
ເຮົາມີແຜນທີ່ຈະໃຫ້ທີມຂອງ ຈີນ ເດີນທາງມາທີ່ນີ້ໃນເດືອນກັນຍາ” ຫຼັງຈາກການເຈ
ລະຈາຮອບຫຼ້າສຸດ ເມື່ອສັບປະດາທີ່ຜ່ານມາໃນນະຄອນ ຊຽງໄຮ ບໍ່ໄດ້ບັນລຸຄວາມ
ກ້າວໜ້າ.

ທີ່​ປຶກ​ສາ​ດ້ານ​ເສດ​ຖະ​ກິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ກ່າ​ວຕື່​ມ​ວ່າ ທ່ານ ທ​ຣຳ ຖ້າມີ​ຂໍ້
ຕົກລົງ ຫຼື ຄວາມກ້າວໜ້ານັ້ນ, ອາດຈະພິຈາລະນາໃໝ່ ການດຳເນີນການທີ່ທ່ານໄດ້
ເຮັດມາ, ເຊັ່ນການຕ່າວປີ້ນການຂຶ້ນພາສີຕໍ່ສິນຄ້າ ຈີນ.

ທ່ານ ຄຸດ​ໂລ ຍັງ​ໄດ້​ເຕືອນ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາດ​ດຳ​ເນີນ​ການ​ລົງ​ໂທດ​ເພີ່ມ​ເຕີມ
ຕໍ່ ຈີນ, ຖ້າບໍ່ມີຄວາມກ້າວໜ້າ.

ທ່ານ ຄຸດ​ໂລ ໄດ້​ກ່າວ​ເນັ້ນ​ວ່າ “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ກຳ​ລັງ​ປ້ອງ​ກັນ​ເສດ​ຖະ​ກິດ​ຂອງ ອາ
ເມຣິກາ.”

ໃນຂໍ້​ຄວາມ​ທີ່​ຂຽນ​ຢູ່ ທວິດ​ເຕີ ໃນ​ຕອນ​ເຊົ້າ​ຂອງວັນ​ດັ່ງ​ກ່າວ, ທ່ານ ທ​ຣຳ ໄດ້​ສັນ​ຍາ​ວ່າ
ຈະປົກປ້ອງຂົງເຂດກະເສດຕະກຳ ອາເມຣິກັນ ຕໍ່ໄປ, ເຊິ່ງ ຈີນ ໄດ້ລະງັບການຊື້ໄວ້ນັ້ນ.

ທ່ານ ທ​ຣຳ ໄດ້​ຂຽນ​ໃນ​ທວິດ​ເຕີ ເມື່ອ​ວັນ​ອັງ​ຄານ​ວານນີ້​ວ່າ “ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮູ້​ໃນ​ສອງ​
ປະທີ່ຜ່ານມາ, ຊາວນາ ອາເມຣິກັນ ທີ່ຍິ່ງໃຫຍ່ຮູ້ວ່າ ຈີນ ບໍ່ສາມາດທີ່ຈະສ້າງຄວາມເສຍ
ຫາຍຕໍ່ເຂົາເຈົ້າ ຍ້ອນວ່າປະທານາທິບໍດີຂອງເຂົາເຈົ້າ ໄດ້ຢືນຄຽງຂ້າງກັບເຂົາເຈົ້າ ແລະ
ໄດ້ເຮັດສິ່ງຕ່າງໆທີ່ບໍ່ມີປະທານາທິບໍດີຄົນໃດຈະເຮັດ. ຂ້າພະເຈົ້າຈະເຮັດມັນອີກປີໜ້າ
ຖ້າມີຄວາມຈຳເປັນ.”

ທ່ານ ທ​ຣຳ ໄດ້​ສັ່ງ​ໃຫ້​ອອກ​ການ​ຊ່ວຍ​ເຫຼືອ​ຂອງ​ລັດ​ຖະ​ບານ ສະ​ຫະ​ລັດ ຫຼາຍ​ພັນ​ລ້ານ​ໂດ
ລາສຳລັບຊາວນາ ເພື່ອປົກປ້ອງການສູນເສຍລາຍໄດ້ຂອງເຂົາເຈົ້າ. ທ່ານຈະໄດ້ແຂ່ງ
ຂັນເພື່ອດຳລົງຕຳແໜ່ງອີກໃນປີ 2020 ແລະ ບັນດາລັດກະເສດຕະກຳທັງຫຼາຍ ກໍໄດ້
ເປັນຖານທີ່ໝັ້ນ ການສະໜັບສະໜູນສຳລັບທ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG