ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ ຣັດ​ເຊຍ ລາ​ອອກ ​ຈາກ​ຕຳ​ແໜ່ງ


ທ່ານ ຈອນ ຮັ້ນ​ສ​ແມນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ຣັດ​ເຊຍ, ເດີນ​ທ​າງ​ຮອດ​ປະ​ຕູ​ກວດ​ກາ​ ຄວາມ​ປອດ​ໄພ ຢູ່​ທຳ​ນຽບ​ຂາວ. 30 ພຶດ​ສະ​ພາ, 2018.
ທ່ານ ຈອນ ຮັ້ນ​ສ​ແມນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ຣັດ​ເຊຍ, ເດີນ​ທ​າງ​ຮອດ​ປະ​ຕູ​ກວດ​ກາ​ ຄວາມ​ປອດ​ໄພ ຢູ່​ທຳ​ນຽບ​ຂາວ. 30 ພຶດ​ສະ​ພາ, 2018.

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ຣັດ​ເຊຍ ທ່ານ ຈອນ ຮັ້ນ​ສ​ແມນ ຈູ​ເນຍ, ໄດ້
ສົ່ງໜັງສືລາອອກຈາກຕຳແໜ່ງ ເຖິງປະທານາທິບໍດີ ດໍໂນລ ທຣຳ, ເປັນການສິ້ນສຸດ
ໄລຍະການເຮັດວຽກສອງປີຂອງທ່ານ.

ໃນ​ໜັງ​ສື​ດັ່ງ​ກ່າວ ທ່ານ ຮັ້ນ​ສ​ແມນ ໄດ້​ຂອບ​ໃຈ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ “ສຳ​ລັບ​ຄວາມ​ຊື່​
ຖືທີ່ມີຕໍ່ທ່ານ ໃນການເປັນເອກອັກຄະລັດຖະທູດ ສະຫະລັດ ປະຈຳ ຣັດເຊຍ ໃນລະ
ຫວ່າງໄລຍະທີ່ຫຍຸ້ງຍາກເປັນປະຫວັດສາດ ຂອງສາຍພົວພັນສອງຝ່າຍ.

ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ ​ຈະ​ມີ​ຜົນ​ໃນ​ວັນ​ທີ 3 ຕຸ​ລານີ້.

ທ່ານ ຮັ້ນ​ສ​ແມນ, ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ, ໄດ້​ອອກ​ຈາກ​ຫ້ອງ​ການ​ຜູ້​ປົກ​ຄອງ​ລັດ ຢູ​ທາ
ໃນປີ 2009, ໃນເວລາທີ່ອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້ແຕ່ງຕັ້ງທ່ານເປັນ
ເອກອັກຄະລັດຖະທູດປະຈຳ ຈີນ. ທ່ານໄດ້ຖືກເລືອກໃຫ້ປະຈຳຕຳແໜ່ງເປັນສະໄໝທີ
ສອງນຶ່ງປີກ່ອນໜ້ານັ້ນ.

ປະ​ທານສະ​ພາ​ນະ​ຄອນ ຊອ​ລ​ທ໌ ເລກ (Salt Lake) ທ່ານ ເດ​ເຣັກ ມິ​ລ​ເລີ, ຜູ້​ທີ່​ໄດ້​ເຮັດ​
ວຽກກັບຜູ້ປົກຄອງລັດ ຮັ້ນສແມນ, ໄດ້ກ່າວວ່າ ທ່ານມີແຜນທີ່ຈະກັບມາລັດບ້ານເກີດ
ຂອງທ່ານ ແລະ ມີລາຍງານວ່າກຳລັງພິຈາລະນາລົງແຂ່ງຂັນເປັນຜູ້ປົກຄອງລັດອີກ.

ອົງ​ການ​ຂ່າວ ທາ​ສ (Tass) ຂອງ​ທາງ​ການ ຣັດ​ເຊຍ ໄດ້​ກ່າວ​ຢ້ຳ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ກະ
ຊວງການຕ່າງປະເທດວ່າ ທ່ານ ຮັ້ນສແມນ ແມ່ນມືອາຊີບ, ແຕ່ “ບັນຫາທາງການເມືອງ
ພາຍໃນປະເທດ ສະຫະລັດ” ໄດ້ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະພັດທະນາສາຍພົວພັນ
ສອງຝ່າຍຢ່າງເຕັມທີ່.”

ໂທ​ລະ​ພາບ CNN ໄດ້​ລາຍ​ງານ​ວ່າ ທ່ານ ທ​ຣຳ ກັບ ທ່ານ ປູ​ຕິນ ໄດ້​ປຶກ​ສາ​ຫາ​ລື​ກັນ
ກ່ຽວກັບ ຄວາມຈຳເປັນສຳລັບເອກອັກຄະລັດຖະທູດຄົນໃໝ່ໃນ ຣັດເຊຍ ໃນລະຫວ່າງ
ການໂທລະສັບເມື່ອອາທິດທີ່ຜ່ານມາ. ທັງສອງທ່ານບໍ່ໄດ້ກ່າວເຖິງຊື່ຂອງຜູ້ທີ່ອາດຈະ
ມາດຳລົງຕຳແໜ່ງແທນທ່ານ ຮັ້ນສແມນ, ອີງຕາມໂທລະພາບດັ່ງກ່າວ.

ທ່ານ ຮັ້ນ​ສ​ແມນ ຍັງ​ໄດ້​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ປະ​ເທດ ສິງ​ກະ​ໂປ
ໃນ​ຕົ້ນ​ຊຸມ​ປີ 1990, ພ້ອມ​ກັບ​ເປັນ​ຮອງ​ຜູ້​ແທນ​ການ​ຄ້າ ສະ​ຫະ​ລັດ ພາຍ​ໃຕ້​ອະ​ດີດ​ປະ​
ທານາທິບໍດີ ຈອຣ໌ຈ ດັບເບິນຢູ ບຸຊ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG