ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຈະ​ໄປ​ຢ້ຽມ​ຢາມ ສະ​ຖານ​ທີ່​ ​ຍິງ​ສັງ​ຫານ​ໝູ່ ​ໃນ​ລັດ ໂອ​ໄຮ​ໂອ ແລະ ເທັກ​ຊັ​ສ


ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ການ​ຍິງ​ສັງ​ຫານ​ໝູ່ໃນ​ເມືອງ ແອ​ລ ປາ​ໂຊ ລັດ ເທັກ​ຊັ​ສ, ແລະ ເມືອງ ເດ​ຕັນ ລັດ ໂອ​ໄຮ​ໂອ ໃນ​ຫ້ອງ​ຕ້ອນ​ຮັບ​ທາງ​ການ​ທູດ​ຂອງ ທຳ​ນຽບ​ຂາວ.
ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ການ​ຍິງ​ສັງ​ຫານ​ໝູ່ໃນ​ເມືອງ ແອ​ລ ປາ​ໂຊ ລັດ ເທັກ​ຊັ​ສ, ແລະ ເມືອງ ເດ​ຕັນ ລັດ ໂອ​ໄຮ​ໂອ ໃນ​ຫ້ອງ​ຕ້ອນ​ຮັບ​ທາງ​ການ​ທູດ​ຂອງ ທຳ​ນຽບ​ຂາວ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຈະ​ຂຶ້ນ​ເຮືອ​ບິນ ແອ​ຟ​ອ​ສ ວັນ (Air
Force One) ໃນວັນພຸດມື້ນີ້ ເພື່ອໄປຢ້ຽມຢາມເມືອງ ເດຕັນ ລັດ ໂອໄຮ ໂອ ທາງພາກ
ຕາເວັນອອກຕອນກາງ ແລະ ເມືອງ ແອລ ປາໂຊ ລັດ ເທັກຊັສ ທາງພາກຕາເວັນຕົກ
ສຽງໃຕ້, ບ່ອນທີ່ 31 ຄົນລວມກັນໃນສອງບ່ອນນັ້ນຖືກຂ້າຕາຍເມື່ອທ້າຍອາທິດທີ່ຜ່ານ
ມາໃນການສັງຫານໝູ່ທີ່ຮ້າຍແຮງ, ແລະ ເປັນບ່ອນ ທີ່ປະຊາຊົນຫຼາຍຄົນ, ຖິ້ມໂທດ
ໃສ່ຄຳເວົ້າຂອງທ່ານປະທານາທິບໍດີ ສຳລັບການກະຕຸ້ນຄວາມຮຸນແຮງນັ້ນ, ໄດ້ຮຽກ
ຮ້ອງໃຫ້ທ່ານຢູ່ໄກໆ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ໄດ້​ກ່າວ​ວ່າ ການ​ຢ້ຽມ​ຢາມ​ຂອງ​ທ່ານ ທ​ຣຳ ຈະ​ ຄ້າຍ​ຄື
ກັບບ່ອນທີ່ທ່ານໄດ້ໄປຢ້ຽມຢາມຊຸມຊົນທີ່ກຳລັງໄວ້ທຸກໃນອະດີດ ຫຼັງຈາກການຍິງສັງ
ຫານໝູ່, ລວມທັງເມືອງ ພາກແລນ ໃນລັດ ຟລໍຣິດາ, ແລະ ນະຄອນ ລາສ ເວກັສ, ເຊິ່ງ
ທ່ານປະທານາທິບໍດີ ແລະ ສະຕີໝາຍເລກນຶ່ງ ໄດ້ກ່າວທັກທາຍເຈົ້າໜ້າທີ່ໜ່ວຍສຸກ
ເສີນ ແລະ ໃຊ້ເວລາກັບຄອບຄົວທີ່ກຳລັງໄວ້ທຸກ ແລະ ຜູ້ລອດຊີວິດ.

ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ ໂຮ​ແກນ ກິດ​ລີ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ສິ່ງ​ທີ່​
ທ່ານຢາກຈະເຮັດແມ່ນເດີນທາງໄປຊຸມຊົນດັ່ງກ່າວນີ້ ແລະ ໄວ້ທຸກກັບເຂົາເຈົ້າ, ສູດ
ມົນກັບເຂົາເຈົ້າ, ສະແດງຄວາມເສົ້າສະຫຼົດໃຈ ແລະ ສະແດງຄວາມຂອບໃຈ ແລະ
ຄວາມກະຕັນຍູ ຕໍ່ບັນດາເຈົ້າໜ້າທີ່ໜ່ວຍສຸກເສີນນັ້ນ ຜູ້ທີ່ໄດ້ເອົາຊີວິດຂອງເຂົາເຈົ້າ
ແຂວນຢູ່ເສັ້ນດ້າຍ ແລະ ສາມາດທີ່ຈະກຳຈັດມີປືນຢ່າງວ່ອງໄວ. ທ່ານໄດ້ກ່າວວ່າ ທ່ານ
ທຣຳ ຍັງຢາກ “ທີ່ຈະສົນທະນາ” ກ່ຽວກັບ ວິທີທີ່ຈະກີດກັ້ນເຫດການທີ່ຮ້າຍແຮງນີ້ໃນ
ອະນາຄົດ.

ແຕ່​ການ​ຢ້ຽມ​ຢາມ​ທີ່​ໄດ້​ວາງ​ແຜນ​ໄວ້​ນີ້ ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມບໍ່​ແນ່​ໃຈ​ຂອງ​ບາງ​ຄົນ ຜູ້
ທີ່ໄດ້ສົງໄສວ່າ ທ່ານ ທຣຳ, ຍ້ອນຄຳເວົ້າທີ່ເປັນການຍຸຍົງນັ້ນ, ມີສິດທີ່ຈະຮັກສາບຳບັດ
ຊຸມຊົນທີ່ກຳລັງໄວ້ທຸກນີ້ຫຼືບໍ່.

ເຈົ້າ​ເມືອງ ເດ​ຕັນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານນາງ ແນນ ເວ​ລີ ໄດ້​ກ່າວ​ວ່າ ໃນ​ຂະ​
ນະທີ່ທ່ານນາງຜິດຫວັງກັບຄຳປາໄສຂອງທ່ານ ທຣຳ ລຸນຫຼັງການຍິງກັນນັ້ນ, ແນວ
ໃດກໍຕາມ ທ່ານນາງຈະມີຄວາມຍິນດີຕ້ອນຮັບທ່ານປະທານາທິບໍດີສູ່ເມືອງຂອງທ່ານ
ນາງ, ໂດຍຫວັງວ່າການຢ້ຽມຢາມຂອງທ່ານ “ຈະເພີ່ມຄຸນຄ່າ ແລະ ຊ່ວຍເຫຼືອຊຸມຊົນ
ຂອງພວກເຮົາ.”

ໃນ​ເມືອງ ແອ​ລ ປາ​ໂຊ, ຜູ້​ອາ​ໄສ​ຢູ່​ບາງ​ຄົນ ແລະ ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ເດ​ໂມ​
ແຄຣັດ ໃນທ້ອງຖິ່ນບາງຄົນ ໄດ້ກ່າວວ່າ ປະຊາຊົນບໍ່ໄດ້ຕ້ອນຮັບທ່ານ ແລະ ໄດ້ຮຽກ
ຮ້ອງໃຫ້ທ່ານຢູ່ໄກໆ. ທ່ານ ເບໂຕ ໂອຣວກ, ຜູ້ລົງແຂ່ງຂັນເພື່ອຖືກສະເໜີຊື່ສຳລັບ
ການເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີໃນປີ 2020 ສັງກັດເດໂມແຄຣັດ ຜູ້ທີ່ໄດ້
ເຄີຍເປັນຕົວແທນໃຫ້ເມືອງ ແອລ ປາໂຊ ໃນລັດຖະສະພານັ້ນ ໄດ້ກ່າວວ່າ ຄຳເວົ້າ
ຂອງທ່ານ ທຣຳ ໄດ້ນຳໄປສູ່ການສັງຫານໝູ່ໃນວັນເສົາທີ່ຜ່ານມາ, ແລະ ໄດ້ຮຽກຮ້ອງ
ໃຫ້ທ່ານ ທຣຳ ຍົກເລີກແຜນການເດີນທາງຢ້ຽມຢາມເມືອງດັ່ງກ່າວຂອງທ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG