ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຈີນກ່າວວ່າ ຈະ​ເອົາ ມາດ​ຕະ​ການຕອບ​ໂຕ້ ຖ້າ​ ສຫລ ​​ຕິດ​ຕັ້ງ ລູກ​ສອນ​ໄຟ ​ໄລ​ຍະ​ໃກ້ ​ ຢູ່ເຂດ​ເອ​ເຊຍ​ປາ​ຊິ​ຟິກ


ທ່ານ Fu Cong ຜູ້​ອຳ​ນວຍ​ການ​​ພະ​ແນກ​​ຄວບ​ຄຸມ​ອາ​ວຸດ​​ຂອງ​ກະ​ຊວງການຕ່າງ​ປະ​ເທດຂອງ​ຈີນ ກ່າວ​ຕໍ່​ກອງ​ປະ​ຊຸມ ສາຍ​ພົວ​ພັນ​ການ​ຕ່າງ​ປະ​ເທດ ທີ່​ປັກ​ກິ່ງ, 6 ສິງ​ຫາ 2019.
ທ່ານ Fu Cong ຜູ້​ອຳ​ນວຍ​ການ​​ພະ​ແນກ​​ຄວບ​ຄຸມ​ອາ​ວຸດ​​ຂອງ​ກະ​ຊວງການຕ່າງ​ປະ​ເທດຂອງ​ຈີນ ກ່າວ​ຕໍ່​ກອງ​ປະ​ຊຸມ ສາຍ​ພົວ​ພັນ​ການ​ຕ່າງ​ປະ​ເທດ ທີ່​ປັກ​ກິ່ງ, 6 ສິງ​ຫາ 2019.

ຈີນ ກ່າວ​ວ່າ ຕົນ​ຈະ​ເອົາ “ມາດ​ຕະ​ການຕອບ​ໂຕ້” ຖ້າ​ຫາກວ່າ​ສະ​ຫະ​ລັດ ຈະຕິດ​ຕັ້ງ
ລູກ​ສອນ​ໄຟ​ໄລ​ຍະ​ໃກ້ ​ທີ່​ຍິງຈາກ​ພາກພື້ນ​ດິນ ໃນ​ຂົງ​ເຂດ​ເອ​ເຊຍ​ປາ​ຊິ​ຟິກ.

ທ່ານ Fu Cong ຜູ້​ອຳ​ນວຍ​ການພະ​ແນກຄວບ​ຄຸມ​ອາ​ວຸດຂອງ​ກະ​ຊວງການຕ່າງ
​ປະ​ເທດ ໄດ້​ບອກກັບ​ພວກ​ນັກ​ຂ່າວ ໃນ​ວັນ​ອັງ​ຄານ​ມື້​ນີ້ ວ່າ ປັກ​ກິ່ງ “ຈະ​ບໍ່​ຢືນ​ ​ເບິ່ງ​ລ້າ”
ຖ້າ​ຫາກວ່າ​ວໍ​ຊິງ​ຕັນ ຍັງ​ຈະ​ປະ​ຕິ​ບັດ​ຕາມ​ການ​ປະ​ຕິ​ຍານ ທີ່​ໄດ້​ໃຫ້​ໄວ້ ໃນ​ວັນ​ທ້າຍ​
ສັບ​ປະ​ດາ​ທີ່​ແລ້ວ​ນີ້ ໂດຍລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ Mark Esper ທີ່​ຈະ​ຕິດ​ຕັ້ງ
ລູກ​ສອນ​ໄຟ​ຢູ່​ໃນ​ຂົງ​ເຂດ “ບໍ່​ຊ້າ ກໍ​ໄວ,” ຄື​ປະ​ມານ​ໃນ​ອີກ​ບໍ່​ເທົ່າ​ໃດ​ເດືອນ​ເທົ່າ​ນັ້ນ.

ທ່ານ​ໄດ້ຮຽກ​ຮ້ອງ​ໃຫ້ ເພື່ອນ​ບ້ານ​ຂອງ​ຈີນ, ໂດຍ​ສະ​ເພາະຍີ່​ປຸ່ນ, ເກົາ​ຫຼີ​ໃຕ້ແລະ ​
ອອສ​ເຕ​ຣ​ເລ​ຍ ໃຫ້​ “ໃຊ້​ຄວາມ​ລະ​ມັດ​ລະ​ວັງ” ໂດຍປະ​ຕິ​ເສດ ​ຕໍ່​ການ​ຕິດ​ຕັ້ງລູກ​ສອນ​ໄຟ
ຂອງສະ​ຫະ​ລັດ ​ໂດຍ​ກ່າວ​ເພີ້ມ​ວ່າ ມັນ​ຈະ​ເປັນ​ຜົນ​ປະ​ໂຫຍດທາງ​ດ້ານ ຄວາມ​ໝັ້ນ​ຄົງ
ຂອງ​ປະ​ເທດ​ເຫຼົ່າ​ນັ້ນ​.

ທ່ານ Fu ​ບໍ່​ໄດ້​ລະ​ບຸ​ວ່າ ມາດ​ຕະ​ການຕອບ​ໂຕ້ ທີ່​ຈີນຈະ​ເອົາ​ນັ້ນ​ແມ່ນ​ຫຍັງ, ແຕ່​ໄດ້​
ກ່າວວ່າ “ທຸກ​ສິ່ງ​ຢ່າງ​ແມ່ນ​ຢູ່​ເທິງ​ໂຕະ.”

ທ່ານ Esper ຊຶງ​ໄດ້​ກ່າວ​ເຖິງຈຸດ​ປະ​ສົງ​ທີ່​ຈະ​ຕິດ​ຕັ້ງລູກ​ສອນ​ໄຟ ທີ່​ຍິງ​ຈາກ​ພື້ນ​ດິນ
ຢູ່ໃນ​ຂົງ​ເຂດ ມີ​ຂຶ້ນ ຫຼັງ​ຈາກ ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳໄດ້​ຖອນສະ​ຫະ​ລັດ ອອກຢ່າງ
​ເປັນ​ທາງ​ການ ຈາກ​ສົນ​ທິ​ສັນ​ຍາ ກຳ​ລັງ​ນິວ​ເຄ​ລຍ​ ໄລ​ຍະ​ປານ​ປາງ ສະ​ບັບ​ປີ 1987
ໃນ​ສັບ​ປະ​ດາ​ແລ້ວ​ນີ້. ສົນ​ທິ​ສັນ​ຍາ ຊຶ່ງ​ໄດ້​ບັນ​ລຸ ກັບ​ອະ​ດີດ​ ​ສະ​ຫະ​ພາບໂຊ​ຫວຽດ​
ດັ່ງ​ກ່າວ, ແມ່ນ​ໄດ້​ເກືອດ​ຫ້າມລູກ​ສອນ​ໄຟຂີ​ປະ​ນາ​ວຸດໃນ​ໄລ​ຍະ 500 ຫາ 5,000
ກິ​ໂລ​ແມັດ. ວໍ​ຊິງ​ຕັນ ໄດ້​ກ່າວ​ວ່າ ​ຕົນ​ຖອນ​ຕົວ​ອອກ​ຈາກ​ສົນ​ທິ​ສັນ​ຍານີ້ ຍ້ອນການ
​ສືບ​ຕໍ່ລະ​ເມີດຂອງ​ມົ​ສ​ກູ.

ທ່ານ Fu ໄດ້​ກ່າວວ່າ ຈີນ​ແມ່ນ​ບໍ່​ໄດ້​ສົນ​ໃຈ ​ຕໍ່ການ​ເຈ​ລະ​ຈາ 3 ຝ່າຍກັບ​ສະ​ຫະລັດ
ແລະ​ຣັດ​ເຊຍ ຍ້ອນ “ຊ່ອງ​ຫວ່າງຂະ​ໜາດ​ໃຫຍ່”​ ຂອງຄັງ​ອາ​ວຸດ​ນິວ​ເຄ​ລຍຂອງ​ຈີນ
ປຽບ​ທຽບ​ໃສ່​ປະ​ເທດ​ທັງ​ສອງ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG