ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານທ​ຣຳ ກັກ​​ຊັບ​ສິນ​ຕ່າງໆ ຂອງ​ລັດ​ຖະ​ບານ ​ເວ​ເນ​ຊູ​ເອ​ລາ


ປ. ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ໂບກ​ມືຕໍ່​ຝູງ​ຊົນ ໃນ​ຂະ​ນະ​ທີ່​ກຳ​ລັງ​ຂຶ້ນ​ເຮືອ​ບິນປະ​ຈຳ​ຕຳ​ແໜ່ງ ​ທີ່​ລັດ New Jersey, 4 ສິງ​ຫາ 2019.
ປ. ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ໂບກ​ມືຕໍ່​ຝູງ​ຊົນ ໃນ​ຂະ​ນະ​ທີ່​ກຳ​ລັງ​ຂຶ້ນ​ເຮືອ​ບິນປະ​ຈຳ​ຕຳ​ແໜ່ງ ​ທີ່​ລັດ New Jersey, 4 ສິງ​ຫາ 2019.

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ສັ່ງ​ໃຫ້​ກັກຊັບ​ສິນ​ຕ່າງໆ ຂອງ​ລັດ
​ຖະ​ບານ​ເອ​ເນ​ຊູ​ເອ​ລາ ໃນ​ສະ​ຫະ​ລັດ ຊຶ່ງ​ເປັນ​ເປັນ​ການລົງ​ໂທດ​ໜັກ​ທີ່​ສຸດ ຕໍ່​ລັດ​ຖະ
​ບານ​ຂອງ​ທ່ານ​ນິ​ໂຄ​ລັ​ສ ມາ​ດູ​ໂຣ ​ເທົ່າ​ເຖິງ​ປະ​ຈຸ​ບັນ​ນີ້.

“​ຊັບ​ສິນ​ແລະ​ຜົນ​ກຳ​ໄລ​ຈາກ​ຊັບ​ສິນ ຂອງ​ລັດ​ຖະ​ບານ​ເອ​ເນ​ຊູ​ເອ​ລາ” ທີ່​ຢູ່​ໃນ​
ສະ​ຫະ​ລັດ…ແມ່ນ​ຈະ​ຖືກ​ກັກ​ໄວ້ ແລະ​ອາດ​ຈະ​ບໍ່​ສາ​ມາດໂອນ, ຈ່າຍ ຫຼື ສົ່ງ​ອອກ
ຫຼື​ບໍ່​ກໍ​ຊື້​ແລະ​ຂາຍ,”
ນັ້ນ​ຄື​ຄຳ​ເວົ້າ​ ທີ່​ກ່າວ​ໄວ້​ ຢູ່​ໃນດຳ​ລັດ​ຝ່າຍ​ບໍ​ລິ​ຫານ ຂອງທ່ານທ​ຣຳ
ໃນ​ແລງວັນ​ຈັນ​ວານ​ນີ້.

ຍັງ​ບໍ່​ທັນ​ໄດ້​ມີ​ການ​ຕອບ​ໃດໆ ​ຈາກ​ທາງລັດ​ຖະ​ບານ​ເອ​ເນ​ຊູ​ເອ​ລາ ເທື່ອ.

ສະ​ຫະ​ລັດ ແມ່ນ​ໄດ້​ກົດ​ດັນ​ທາງ​ດ້ານ​ເສດ​ຖະ​ກິດ ແລະ​ທາງ​ການ​ທູດ ເພີ້ມ​ຂຶ້ນ​ຕໍ່
ປະ​ທາ​ນາ​ທິ​ບໍ​ດີ​ມາ​ດູໂຣ ຜູ້​ຊຶ່ງ​ປະ​ຕິ​ເສດ​ທີ່​ຈະ​ລົງ​ຈາກ​ອຳ​ນາດ ເຖິງ​ແມ່ນ​ວ່າ ໄດ້​ມີ​
ການ​ລຸກ​ຮື​ຂຶ້ນ​ຂອງ​ຝ່າຍ​ຄ້ານ​ຕໍ່​ຕ້ານ​ການ​ປົກ​ຄອງ​ແບບ​ຜະ​ເດັດ​ການ​ຂອງ​ທ່ານ​ນັ້ນ.

ໃນ​ສັບ​ປະ​ດາ​ແລ້ວ​ນີ້ ທ່ານ​ທ​ຣຳ ໄດ້​ພິ​ຈາ​ລະ​ນາ​ທີ່​ຈະ​ປິດ​ລ້ອມ ຫຼື​ບໍ່ ກໍ​ຫ້າມ​ຕິດ​ຕໍ່
​ກັບ​ເວ​ເນ​ຊູ​ເອ​ລາ. ທ່ານ​ບໍ່​ໄດ້​ໃຫ້ລາຍລະ​ອຽດ​ໃດໆ ​ແຕ່​ໄດ້​ກ່າວ​ເລື້ອຍໆ​ວ່າ
ການ​ເອົາ​ບາດ​ກ້າວ​ທາງ​ທະ​ຫານ​ຕໍ່​ເວ​ເນ​ຊູ​ເອ​ລາ ຍັງ​ຢູ່​ເທິງ​ໂຕະ​ຢູ່.

ຣັດ​ເຊຍ ແລະ​ຄິວ​ບາ ໄດ້​ສົ່ງ​ກອງ​ກຳ​ລັງ ໄປ​ຍັງ​ເວ​ເນ​ຊູ​ເອ​ລາ ​ເພື່ອສະ​ໜັບ​ສະ​ໜຸນ​
ທ່ານ​ມາ​ດູ​ໂຣ​ແລ້ວ.

ສະ​ຫະ​ລັດ ແມ່ນ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ຮັບ​ຮູ້​ ຜູ້​ນຳ​ຝ່າຍ​ຄ້ານ ທ່ານ Juan Guaido
ວ່າ​ເປັນ​ປະ​ທາ​ນາ​ທິບໍ​ດີ ທີ່​ຖືກ​ຕ້ອງ​ຕາມ​ກົດໝາຍຂອງເວ​ເນ​ຊູ​ເອ​ລາ ຫຼັງ​ຈາກ​
ທ່ານ​ໄດ້​ໃຊ້​ອຳ​ນາດ ຕາມ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ທ່ານ ໃນ​ຖາ​ນະ​ຜູ້​ນຳ​ລັດ​ຖະ​ສະ​ພາ
​ນັ້ນ ​ປະ​ກາດ​ ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ມາ​ດູ​ໂ​ຣນັ້ນ ​ແມ່ນ ຜິດ​ກົດ​ໝາຍ.

ທ່ານ Guaido ໄດ້​ອ້າງ ການ​ເລືອກ​ຕັ້ງ​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ​ຂອງ​ທ່ານ​ມາ​ດູ​ໂຣ
ໃນ​ປີ​ກາຍ​ນີ້ ແມ່ນ​ສໍ້​ໂກງ. ທ່ານ Guaido ໄດ້​ນຳ​ພາ ໃນ​ການ​ລຸກ​ຮື​ຂຶ້ນ​ຕໍ່​ຕ້ານ​
ທ່ານ​ມາ​ດູ​ໂຣ ໃນ​ຕົ້ນ​ປີ​ນີ້ ຊຶ່ງ​ເບິ່ງ​ຄື​ວ່າ ໄດ້​ສະ​ຫຼາຍ​ຕົວໄປໃນ​ທີ່​ສຸດນັ້ນ.

ການພັງ​ທະ​ລາຍ​ລົງ​ຂອງ​ລາ​ຄາ​ພະ​ລັງ​ງານ​ໃນ​ທົ່ວ​ໂ​ລກ ການ​ສໍ້​ລາດ​ບັງ​ຫຼວງ
ແລະ​ນະ​ໂຍ​ບາຍ​ສັງ​ຄົມ​ນິ​ຍົມ​ທີ່​ລົ້ມ​ແຫຼວນັ້ນ ໄດ້ ທຳ​ລາຍ​ເສດ​ຖະ​ກິດ​ຂອງ​ເວ​ເນ
​ຊູ​ເອ​ລາ ປະ​ເທດ​ທີ່​ອຸ​ດົມ​ສົມ​ບູນ​ທາງ​ດ້ານ​ນ້ຳ​ມັນ​ ແລະ​ຍັງ​ຜົນ​ໃຫ້ປະ​ຊາ ​ຊົນ​ຊາວ
​ເວ​ເນ​ຊູ​ເອ​ລາ ຫຼາຍ​ລ້ານ​ຄົນ ໜີ​ອອກ​ຈາກ​ປະ​ເທດ​ໄປ ແລະ​ການ​ຂາດ​ເຂີນ​ນ້ຳ​ມັນ​
ເຊື້ອໄຟ, ການ​ຮັກ​ສາ​ສຸ​ຂະ​ພາບ​ທີ່​ມີ​ຄຸນ​ນະ​ພາບ ແລະ​ພວກ​ອາ​ຫານ​ການ​ກິນທີ່
​ສຳ​ຄັນ​ຕ່າງໆ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG