ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ປະຕິຍານວ່າ ຈະດຳເນີນ​ການ ດ້ວຍຄວາມມຸ້ງໝັ້ນ ຢ່າງຮີບດ່ວນ ຫຼັງຈາກ ເຫດການ ສັງຫານໝູ່


ປະທານາທິບໍດີ ດໍໂນລ ທຣຳ ກ່າວກ່ຽວກັບການຍິງສັງຫານໝູ່ ໃນເມືອງແອບປາໂຊ ແລະເດຕັນ ໃນຂະນະທີ່ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ເບິ່ງຢູ່ ໃນຫ້ອງການທູດ ຂອງທຳນຽບຂາວໃນນະຄອນຫຼວງວໍຊິງຕັນ, ວັນທີ 5 ສິງຫາ 2019.
ປະທານາທິບໍດີ ດໍໂນລ ທຣຳ ກ່າວກ່ຽວກັບການຍິງສັງຫານໝູ່ ໃນເມືອງແອບປາໂຊ ແລະເດຕັນ ໃນຂະນະທີ່ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ເບິ່ງຢູ່ ໃນຫ້ອງການທູດ ຂອງທຳນຽບຂາວໃນນະຄອນຫຼວງວໍຊິງຕັນ, ວັນທີ 5 ສິງຫາ 2019.

ໃນການຮັບມື ກັບການຍິງສັງຫານໝູ່ ທີ່ເກີດຂຶ້ນໃນສະຫະລັດ ປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ກ່າວປະຕິຍານວ່າ “ຈະດຳເນີນການດ້ວຍຄວາມ
ມຸ້ງໝັ້ນຢ່າງຮີບດ່ວນ” ຊຶ່ງ​ເປັນ​ການປະນາມພວກຊາດນິຍົມຜິວຂາວ ທີ່ຖືວ່າຕົນ
ລ້ຳເລີດ ຢ່າງຈະ​ແຈ້ງ ແລະຮຽກຮ້ອງໃຫ້ມີການກວດກາປະຫວັດ ຂອງຜູ້ຊື້ປືນ
ຢ່າງລະອຽດ.

ແຕ່ທ່ານາທຣຳ ບໍ່ໄດ້ກ່າວສະໜັບສະໜຸນ ຮ່າງກົດໝາຍຄວບຄຸມປືນທີ່ສຳຄັນ
ຊຶ່ງໄດ້ເຮັດໃຫ້ນັກເຄື່ອນໄຫວທັງຫຼາຍຜິດຫວັງກັນໄປ ຜູ້ທີ່ເຫັນພ້ອມກັບມາດຕະ
ການແບບນັ້ນ ແລະບໍ່ໄດ້ຕອບຕໍ່ພວກວິພາກວິຈານ ຜູ້ທີ່ກ່າວວ່າ ຄຳເວົ້າຕໍ່ຕ້ານ
ພວກຄົນເຂົ້າເມືອງ ທີ່ຮ້ອນແຮງຂອງທ່ານນັ້ນ ໂດຍສະເພາະ ກ່ຽວກັບ ຊາວ
ເມັກຊິໂກ ມີສ່ວນເຮັດໃຫ້ເກີດບັນຍາກາດທີ່ອັນຕະລາຍນີ້.

ຄຳເຫັນຂອງທ່ານທຣຳ ທີ່ກ່າວໄປຢູ່ທຳນຽບຂາວໃນວັນຈັນວານນີ້ ຫຼັງຈາກທີ່
ໄດ້ເກີດການຍິງສັງຫານໝູ່ ສອງແຫ່ງຫ່າງກັນໃນໄລຍະ 13 ຊົ່ວໂມງ ຢູ່ໃນເມືອງ
ແອລປາໂຊ ລັດເທັກຊັສ ແລະເມືອງເດຕັນ ລັດໂອໄຮໂອ. ໃນທັງສອງເມືອງ ມືປືນ
ດ່ຽວ ໄດ້ຍິງສັງຫານຄົນທັງໝົດ ຢ່າງໜ້ອຍ 31 ຄົນ ແລະຫຼາຍສິບຄົນໄດ້ຮັບບາດເຈັບ.

ທ່ານທຣຳ ໄດ້ກ່າວວ່າ “ໃນສຽງດຽວ​ກັນ ປະເທດຊາດຂອງພວກເຮົາ ຕ້ອງປະນາມ
ການແບ່ງແຍກຜິວພັນ ການບໍ່ຍອມຮັບຟັງເຫດຜົນ ແລະພວກຊາດນິຍົມຜິວຂາວ
ທີ່ຖືວ່າຕົນລ້ຳເລີດ” ໂດຍໃຫ້ຂໍ້ສັງເກດ ເຖິງຄວາມກຽດຊັງ ທີ່ສະແດງ ອອກ ຢູ່ໃນ
“ຄຳປະກາດ” ທີ່ກ່ຽວຂ້ອງກັບຊາຍໜຸ່ມຜິວຂາວ ທີ່ກຳລັງຖືກທາງ ການຄວບຄຸມຕົວໄວ້
ຖານເປັນຜູ້ຕ້ອງສົງໄສ ໃນການຍິງສັງຫານໝູ່ ເມື່ອວັນເສົາແລ້ວນີ້ ຢູ່ທີ່ຮ້ານ​ສັບພະ
ສິນຄ້າ Walmart ໃນເມືອງແອລປາໂຊ ຊຶ່ງເປັນ ເມືອງຕິດກັບຊາຍແດນປະເທດ
ເມັກຊິໂກ. ທ່ານທຣຳ ກ່າວຕື່ມວ່າ “ອຸດົມການ ທີ່ຊົ່ວຊ້າທັງຫຼາຍເຫຼົ່ານີ້ ຈະຕ້ອງຜາບ
ແພ້ມັນໃຫ້ໄດ້. ຄວາມກຽດຊັງ ບໍ່ຄວນມີ ຢູ່ໃນອາເມຣິກາ.”

ທ່ານທຣຳ ຍັງໄດ້ກ່າວອີກວ່າ “ຄວາມກຽດຊັງນັ້ນບິດເບືອນແນວຄິດ ທຳລາຍນ້ຳໃຈ
ແລະກືນກິນຈິດໃຈ.”

ມີການວາງແຜນເພື່ອໃຫ້ທ່ານທຣຳ ເດີນທາງໄປຢ້ຽມຢາມທັງສອງເມືອງ ແອລປາໂຊ
ແລະເດຕັນ ໃນສັບປະດານີ້. ແລະທ່ານກໍໄດ້ເລື່ອນການເດີນທາງໄປລັດ ຟລໍຣີດາ
ທີ່ໄດ້ວາງແຜນເອົາໄວ້ ສຳລັບວັນອັງຄານ.

ໃນການໃຫ້ຄຳເຫັນ ຢູ່ທີ່ທຳນຽບຂາວໃນວັນຈັນວານນີ້ ທ່ານທຣຳ ຍັງໄດ້ເພັ່ງເລັງໃສ່
ເລື້ອງໂຣກຈິດແລະຄວາມຮຸນແຮງໃນສື່ມວນຊົນ ແລະໃນເກມວີດີໂອ ຊຶ່ງທ່ານເຕືອນ
ເຖິງ “ພິດໄພທັງຫຼາຍຂອງອິນເຕີເນັດແລະສື່ສັງຄົມ.”

ທ່ານປະທານາທິບໍດີ ໄດ້ສະໜັບສະໜຸນ ກົດໝາຍປ້ອງກັນຄວາມຮຸນແຮງ ຫຼື ເອີ້ນວ່າ
red flag laws ເພື່ອພະຍາຍາມລະບຸພວກທີ່ອາດຈະທຳການ ກໍ່ຄວາມຮຸນແຮງ
ຂະໜາດໃຫຍ່ແບບນີ້ ແລະເພື່ອຍຸຕິພວກເຂົາ ບໍ່ໃຫ້ສາດມາດໄດ້​ຮັບອາວຸດປືນແບບ
ນັ້ນມາໄດ້.

ທ່ານທຣຳ ເອີ້ນການຍິງສັນຫານໝູ່ວ່າ “ການເຂັ່ນຂ້າທີ່ປ່າເຖື່ອນ.. ການທຳຮ້າຍ
ຕໍ່ປະຊາຄົມຂອງພວກເຮົາ ການໂຈມຕີຕໍ່ປະເທດຊາດຂອງພວກເຮົາແລະການກໍ່
ອາຊະຍາກຳຕໍ່ມວນມະນຸດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG