ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາ​ຫຼີ​ເໜືອ ຍິງລູກ​ສອນ​ໄຟ ຕື່ມ ​​ແລະ ຕ້ອງ​ຕິ ການຊ້ອມ​ລົບຮ່ວມ ​ຂອງ ສ​ຫລ ແລະ​ເກົາ​ຫຼີ​ໃຕ້


ພາບ​ການ​ຍິງລູກ​ສອນ​ໄຟຂອງເ​ກົາ​ຫຼີ​ເໜືອ ​ທີ່​ເຫັນ​ຈາກ​ຈໍ​ທີ​ວີ ​ຢູ່ ສະ​ຖາ​ນີ​ລົດ​ໄຟ, ເ​ກົາ​ຫຼີ​ໃຕ້, 6 ສິງ​ຫາ 2019.
ພາບ​ການ​ຍິງລູກ​ສອນ​ໄຟຂອງເ​ກົາ​ຫຼີ​ເໜືອ ​ທີ່​ເຫັນ​ຈາກ​ຈໍ​ທີ​ວີ ​ຢູ່ ສະ​ຖາ​ນີ​ລົດ​ໄຟ, ເ​ກົາ​ຫຼີ​ໃຕ້, 6 ສິງ​ຫາ 2019.

ເກົາ​ຫຼີ​ເໜືອໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດໄລ​ຍະ​ໃກ້ຮອບ​ໃໝ່ ອອກ​ສູ່​ທະ​ເລ
ໃນ​ເຊົ້າ​ວັນອັງ​ຄານ​ມື້​ນີ້ ແລະ​ໄດ້​ເຕືອນ​ວ່າ ມັນ​ອາດ​ຈະ​ເປັນ “ເສັ້ນ​ທາງ​ໃໝ່”
ໃນ​ການ​ໂຕ້​ຕອບ​ຕໍ່ການຊ້ອມ​ລົບ​ຂອງສະ​ຫະ​ລັດແລະ​ເກົາ​ຫຼີ​ໃຕ້ ທີ່​ເລີ້ມ​ຂຶ້ນ
ໃນ​ສັບ​ປະ​ດາ​ນີ້.

ເກົາ​ຫຼີ​ເໜືອໄດ້​ຍິງ​ລູກ​ສອນ​ໄຟໄລ​ຍະ​ໃກ້ 2 ລູກ ຈາກ​ແຂວງ​ຮວງ​ແຮ​ໃຕ້
ໃນ​ກ້ຳ​ຕາ​ເວັນ​ຕົກຂອງ​ປະ​ເທດ ຊຶ່ງເສ​ນາ​ທິ​ການ​ຮ່ວມ​ຂອງ​ເກົາ​ຫຼີໃຕ້ ໄດ້​ກ່າວ​
ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງໄວ້. ລູກ​ສອນ​ໄຟ​ດັ່ງ​ກ່າວ ໄດ້​ຍິງ​ໄປ​ໄກ​ປະ​ມານ 450
ກິ​ໂລ​ແມັດ ແລະ​ສູງ​ເຖິງ 37 ກິ​ໂລ​ແມັດ.

ເກົາ​ຫຼີ​ເໜືອ ໄດ້​ທົດ​ລອງ​ຍິງລູກ​ສອນ​ໄຟໄລ​ຍະ​ໃກ້ 4 ລູກ ໃນ​ຮອບ 2 ສັບ​ປະ​ດາ
​ຜ່ານ​ມາ​ນີ້, ເຮັດ​ໃຫ້​ມີ​ຄວາມ​ສົງ​ໃສ​ເພີ້ມ​ຂຶ້ນ​ກ່ຽວ​ກັບການ​ເຈ​ລະ​ຈາ​ນິວ​ເຄ​ລຍ
ທີ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ຫວັງ​ທີ່​ຈະ​ເລີ້ມ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້.

​ໃນ​ບໍ່​ເທົ່າ​ໃດ​ນາ​ທີ​ກ່ອນ​ການ​ທົດ​ລອງ​ຍິງ​ຄັ້ງ​ຫຼ້າ​ສຸດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​
ຂອງເກົາ​ຫຼີ​ເໜືອ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ຕຳ​ໜິ​ຕິ​ຕຽນການຊ້ອມ​ລົບ​ຂອງ
ສະ​ຫະ​ລັດແລະ​ເກົາ​ຫຼີ​ໃຕ້ ວ່າ​ເປັນ​ “ການລະ​ເມີດແບບ​ເປີດ​ໆ” ຂອງ​ຂໍ້​ຕົກ​ລົງ
ຫວ່າງ​ມໍ່ໆ​ມາ​ນີ້ ລະ​ຫວ່າງວໍ​ຊີງ​ຕັນ ​ກັບ​ ໂຊ​ລ.

“ພວກ​ເຮົາ​ໄດ້​ເຕືອນ​ຫຼາຍໆ​ຄັ້ງ​ແລ້ວ ທີ່​ວ່າ ການຊ້ອມ​ລົບທາງ​ທະ​ຫານ ອາດ​ຈະ​ກີດ​
ຂວາງຂັ້ນ​ຕອນ​ຂອງ​ສາຍ​ພົວ​ພັນ DPRK-U.S ແລະ​ພາຍ​ໃນ​ເກົາ​ຫຼີ ແລະ​ນຳ​ພວກ
​ເຮົາ​ເຂົ້າ​ມາ​ພິດ​ຈາ​ລະ​ນາ​ຄືນ​ໃໝ່ ຂອງ​ຂັ້ນ​ຕອນ​ສຳ​ຄັນ​ໃນ​ຕອນ​ຕົ້ນ​ນັ້ນ,”
ຊຶ່ງສູນ​ກາງ
​ຂ່າວ (KCNA) ໄດ້​ອ້າງເຖິງຄຳ​ເວົ້າຂອງ​ໂຄ​ສົກ​ຂອງ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ
ເກົາ​ຫຼີ​ເໜືອ.

ສະ​ຫະ​ລັດແລະ​ເກົາ​ຫຼີ​ໃຕ້ ໄດ້​ເອົາ​ບາດ​ກ້າວ​ຕໍ່ໄປ ໃນ​ການຊ້ອມ​ລົບ​ຮ່ວມ ທີ່​ໄດ້​ເລີ້ມ​ຂຶ້ນ
ໃນ​ວັນ​ຈັນ​ວານ​ນີ້ ເຖິງ​ແມ່ນຢູ່​ໃນ​ຂະ​ນະ​ທີ່ຮຽກ​ຮ້ອງ​ໃຫ້ເກົາ​ຫຼີ​ເໜືອ ​ເຂົ້າ​ຮ່ວມ​ເຈ​ລະ​ຈາ​
ນິວ​ເຄ​ລີຍ ໃນ​ຂັ້ນ​ຕົ້ນໆ ກໍ​ຕາມ. ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້ ກ່າວ​ວ່າ ການຊ້ອມ​ລົບ​ຮ່ວມ
ແມ່ນ​ເປັນ​ການ​ປ້ອງ​ກັນ​ຕົວ ໂດຍ​ທົ່ວ​ໄປ, ໃນ​ຂະ​ນະ​ທີ່ ເກົາ​ຫຼີ​ເໜືອ ເຫັນ​ວ່າ​ເປັນ​ການ
​ຕຽມ​ການ​ໃນ​ການ​ຮຸກ​ນານ.

“ບັນ​ດາ​ເຈົ້າ​ໜ້າ​ທີ່ສະ​ຫະ​ລັດ ແລະເກົາ​ຫຼີ​ໃຕ້ ຍັງ​ສືບ​ຕໍ່​ຈະ​ເຈ​ລະ​ຈາ​ໃນ​ອາ​ນາ​ຄົດ.
ແຕ່​ວ່າ ຕອນ​ທີ່​ພວກ​ເພິ່ນ​ນັ່ງເຊົາ​ເມື່ອຍ​ນັ້ນ ແມ່ນ ກຳ​ລັງ​ລັບ​ດາບ​ເພື່ອ​ທຳ​ຮ້າຍ
​ພວກ​ເຮົາ,”
ຊຶ່ງ​ຖະ​ແຫຼງ​ການ​ຈາກ​ສູນ​ກາງ​ຂ່າວ KCNA ໄດ້​ລະ​ບຸ​ໄວ້ ແລະ​ກ່າວ
​ເພີ້ມ​ວ່າ ພຽງ​ຢາງ ອາດ​ຈະ “ຊອກ​ຫາ​ຊ່ອງ​ທາງ​ໃໝ່ ຊຶ່ງ​ພວກ​ເຮົາ​ໄດ້​ບອກ​ໄວ້​ແລ້ວ​ນັ້ນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG