ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ້າວ ນວນ ເຈຍ ຫົວໜ້າຝ່າຍອຸດົມການ ຂອງພວກຂະເໝນແດງ ໄດ້ເຖິງແກ່ ອະສັນຍະກຳ ແລ້ວ


ໃນພາບນີ້ທີ່ເຜີຍແຜ່ໂດຍ ສານກຳປູເຈຍ, ສະແດງໃຫ້ເຫັນ ທ້າວ ນວນ ເຈຍ, ກາງ, ຜູ້ທີ່ເປັນມືຂວາ ນ້ຳເບີ 2 ຂອງທ້າວໂພ ພັດ ແລະເປັນຫົວໜ້າຝ່າຍອຸຸດົມການ ຂອງກຸ່ມ, ນັ່ງຟັງໃນລະຫວ່າງການດຳເນີນຄະດີ ຮອບທີສອງ ພ້ອມກັບບັນດາຜູ້ນຳລະດັບສູງ ຂອງຂະເໝນແດງໃນຫໍປະຊຸມສານ ສະຫະປະຊາຊາດ.
ໃນພາບນີ້ທີ່ເຜີຍແຜ່ໂດຍ ສານກຳປູເຈຍ, ສະແດງໃຫ້ເຫັນ ທ້າວ ນວນ ເຈຍ, ກາງ, ຜູ້ທີ່ເປັນມືຂວາ ນ້ຳເບີ 2 ຂອງທ້າວໂພ ພັດ ແລະເປັນຫົວໜ້າຝ່າຍອຸຸດົມການ ຂອງກຸ່ມ, ນັ່ງຟັງໃນລະຫວ່າງການດຳເນີນຄະດີ ຮອບທີສອງ ພ້ອມກັບບັນດາຜູ້ນຳລະດັບສູງ ຂອງຂະເໝນແດງໃນຫໍປະຊຸມສານ ສະຫະປະຊາຊາດ.

ທ້າວນວນ ເຈຍ ຫົວໜ້າຝ່າຍອຸດົມການລະບອບລັດທິຄອມມິວນິສຂະເໝນແດງ ຜູ້ທີ່
ໄດ້ທຳລາຍຊາວກຳປູເຈຍ ຊົ່ວຄົນລຸ້ນນຶ່ງນັ້ນ ໄດ້ເຖິງແກ່ອະສັນຍະກຳແລ້ວ ໂດຍມີ
ອາຍຸຄົບ 93 ປີ.

ຜູ້ກ່ຽວໄດ້ຖືກຈຳຄຸກຕະຫຼອດຊີວິດ ຫຼັງຈາກ ສານສາກົນ ທີ່ສະໜັບສະໜຸນໂດຍສະຫະ
ປະຊາຊາດ ໄດ້ພົບເຫັນວ່າ ຜູ້ກ່ຽວມີຄວາມຜິດ ໃນຖານການຂ້າລ້າງຊົນຊາດເຜົ່າພັນ
ກໍ່ອາຊະຍາກຳຕໍ່ມວນມະນຸດ ແລະກໍ່ອາຊະຍາກຳສົງຄາມ.

ໂດຍຮູ້ຈັກກັນດີ ຄື ອ້າຍນ້ຳເບີສອງ ທ້າວນວນ ເຈຍ ເປັນມືຂວາຂອງ ທ້າວໂພ ພົດ
ຜູ້ນຳຂອງລະບອບການປົກຄອງ ໃນຊ່ວງປີ 1975 ຫາ 1979 ຈົນກວ່າລະບອບນີ້ ໄດ້
ຖືກຂັບໄລ່ອອກຈາກອຳນາດ ໂດຍກອງກຳລັງຂອງຫວຽດນາມ.

ຄວາມບ້າຄັ້ງຂອງກຸ່ມດັ່ງກ່າວ ທີ່ຈະພະຍາຍາມສ້າງສັງຄົມທີ່ສົມບູນແບບນັ້ນ ໄດ້ນຳ
ໄປສູ່ການຂັບໄລ່ປະຊາຊົນອອກໄປຈາກຕົວເມືອງຕ່າງໆ ແລະຫັນປ່ຽນກຳປູເຈຍ ໃຫ້
ກາຍເປັນສູນອອກແຮງງານຂະໜາດໃຫຍ່. ປະມານ 1 ລ້ານ 7 ແສນຄົນ ຫຼາຍກວ່າ
1 ສ່ວນ 4 ປະຊາກອນຂອງປະເທດ ໃນເວລານັ້ນ ໄດ້ເສຍຊີວິດ ຍ້ອນຄວາມອຶດຫິວ
ໂຣກໄພໄຂ້ເຈັບ ການເຮັດວຽກຫຼາຍເກີນໄປ ແລະການຖືກສັງຫານ.

ບັນດານັກຄົ້ນຄວ້າ ເຊື່ອວ່າ ທ້າວນວນ ເຈຍ ມີສ່ວນກ່ຽວຂ້ອງໂດຍກົງ ໃນການກວດ
ລ້າງ ແລະການສັງຫານ ຢູ່ທີ່ຄຸກ Tuol Sleng ໃນນະຄອນພະນົມເປັນ ທີ່ມີຊື່ສຽງເນົ່າ
ເໝັນນັ້ນ ບ່ອນທີ່ພວກຜູ້ຊາຍ ແມ່ຍິງ ແລະເດັກນນ້ອຍ ຈຳນວນ 16,000 ຄົນ ໄດ້ຜ່ານ
ເຂົ້າປະຕູຄຸກແຫ່ງນີ້ ກ່ອນທີ່ຈະຖືກທໍລະມານ ແລະຖືກສັງຫານ.

ຜູ້ກ່ຽວໄດ້ຖືກຈັບກຸມ ໃນປີ 2007 ແລະນຳມາດຳເນີນຄະດີ ພ້ອມກັບພວກຜູ້ນຳລະດັບ
ສູງຂອງຂະເໝນແດງ ຄົນອື່ືນໆທີ່ລອດຊີວິດ ຫາກແຕ່ ກຳລັງເຈັບປ່ວຍ ແລະ ໄດ້ຖືກ
ຟ້ອງໃນຂໍ້ຫາ ກໍ່ອາຊະຍາກຳຕໍ່ມວນມະນຸດ ການຂ້າລ້າງຊົນຊາດເຜົ່າພັນ ການປະຫັດ
ປະຫານທາງດ້ານສາສະໜາ ການຄາດຕະກຳ ແລະການທໍລະມານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG