ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊູ​ດານ ສະຫຼຸບ​ຂໍ້​ຕົກ​ລົງ ​ການ​ໃຊ້​ອຳ​ນາດ​ ຮ່ວມ​ກັນ


ຜູ້​ປະ​ທ້ວງ ຊູ​ດານ ເດີນ​ຂະ​ບວນ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ໃນ​ນະ​ຄອນຫຼວງ ຄາ​ທູມ, ປະ​ເທດ ຊູ​ດານ. 1 ສິງ​ຫາ, 2019.
ຜູ້​ປະ​ທ້ວງ ຊູ​ດານ ເດີນ​ຂະ​ບວນ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ໃນ​ນະ​ຄອນຫຼວງ ຄາ​ທູມ, ປະ​ເທດ ຊູ​ດານ. 1 ສິງ​ຫາ, 2019.

ສະ​ພາ​ກອງ​ທັບ​ລັດ​ຖະ​ບານ​ໃໝ່​ຂອງ ຊູ​ດານ ແລະ ພັນ​ທະ​ມິດ​ຂອງ​ບັນ​ດາ​ຜູ້​ນຳ​ການ​ປະ​
ທ້ວງ ໄດ້ລົງນາມໃນຂໍ້ຕົກລົງກຳອຳນາດຮ່ວມກັນ ໃນວັນອາທິດວານນີ້.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ ລຸນຫຼັງການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່ຫຼາຍ​ເດືອນ ທີ່​ໄດ້​ລະ​ເບີດ​
ຂຶ້ນຄັ້ງທຳອິດໃນເດືອນທັນວາທີ່ຜ່ານມາ ກ່ຽວກັບ ລາຄານ້ຳມັນສູງ, ແລະ ໃນທີ່ສຸດໄດ້
ກາຍເປັນການຮຽກຮ້ອງ ໃຫ້ປະທານາທິບໍດີຜະເດັດການ ທ່ານ ໂອມາ ອາລ ບາເຊຍ
ລົງຈາກຕຳແໜ່ງ.

ກອງ​ທັບ​ໄດ້​ໃຊ້​ກຳ​ລັງ​ເພື່ອ​ປົດ​ທ່ານ ອາ​ລ-ບາ​ເຊຍ ອອກ​ຈາກອຳ​ນ​າດ​ໃນ​ເດືອນ​ເມ​ສາ​ທີ່​
ຜ່ານມາ, ແຕ່ພວກປະທ້ວງໄດ້ສືບຕໍ່ປະທ້ວງ ເພື່ອຮຽກຮ້ອງປະຊາທິປະໄຕ ຫຼັງຈາກການ
ປົກຄອງທີ່ບໍ່ມີເມດຕາຂອງທ່ານ ອາລ-ບາເຊຍ ດົນ 30 ປີ.

ທ່ານ ໂມ​ຮາ​ເມັດ ຮຳ​ດານ ດາ​ກາ​ໂລ ຮອງ​ຜູ້​ນຳ​ຂອງ ສະ​ພາ​ກອງ​ທັບ​ລັດ​ຖະ​ບານ​ໃໝ່ ຊູ
ດານ ໄດ້ກ່າວວ່າ “ພວກເຮົາໄດ້ເຂົ້າຮ່ວມໃນການເຈລະຈາດັ່ງກັບຄູ່ຮ່ວມໃນຄະນະຕຸ
ລາການແຫ່ງຊາດ. ແລະ ພວກເຮົາໄດ້ສິ້ນສຸດການເຈລະຈາດັ່ງກ່າວນີ້ເປັນກຸ່ມດຽວ.
ຄວາມເປັນຫ່ວງຂອງພວກເຮົາແມ່ນທົ່ວປະເທດ ຊູດານ. ພວກເຮົາໄດ້ພົ້ນອອກມາ ຫຼັງ
ຈາກປະເທດໄດ້ຮັບໄຊຊະນະ. ຜົນທີ່ອອກມາກໍແມ່ນວ່າ ມັນບໍ່ມີຜູ້ຊະນະເລີດ ຫຼື ຜູ້ຜ່າຍ
ແພ້, ເພາະວ່າຜົນປະເທດໂຫຍຂອງປະເທດຊາດ ແມ່ນຢູ່ເໜືອທຸກຢ່າງໃນຂໍ້ຕົກລົງນີ້.”

ທ່ານ ໂອ​ມາ ອ​າ​ລ-ເດິ​ແກ ຜູ້ນຳ​ຂອງ​ພັນ​ທະ​ມິດ​ແຫ່ງ​ເສ​ລີ​ພາບ ແລະ ການ​ປ່ຽນ​ແປງ ໄດ້​
ກ່າວວ່າ “ການປະກາດຕາມລັດຖະທຳມະນູນນີ້, ເຊິ່ງຫາກໍຖືກເຊັນ, ໄດ້ເປີດປະຫວັດ
ສາດໜ້າໃໝ່ໃນປະເທດຂອງພວກເຮົາ. ມັນຈະສ້າງເຫດການທີ່ສຳຄັນຄັ້ງໃໝ່ສຳລັບ
ການປະຕິວັດນີ້. ມັນຈະສ້າງບັນຍາການ ແລະ ເສັ້ນທາງ ສຳລັບການສ້າງສະຖາບັນ
ຂອງລັດຖະບານໃໝ່, ເຊິ່ງຈະປຶກສາຫາລືການຮຽກຮ້ອງ ກ່ຽວກັບ ການປະຕິວັດ, ເຊິ່ງ
ຊູດານ ໄດ້ເສຍສະຫຼະເລືອດເນື້ອຂອງລູກຊາຍ ແລະ ລູກສາວທີ່ຮັກຂອງເຂົາເຈົ້າ. ໃນ
ບັນດາສິ່ງບູລິມະສິດຂອງໄລຍະການປ່ຽນແປງໃໝ່ນີ້ ຈະເປັນການສືບສວນສອບສວນ
ທີ່ຍຸຕິທຳ ແລະ ໂປ່ງໃສ ກ່ຽວກັບ ການສັງຫານຜູ້ຍອມສະຫຼະຊີບ ແລະ ການລົງໂທດ
ຂອງເຂົາເຈົ້າ.”

ສະ​ພາ​ລັດ​ຖະ​ບານ​ໃໝ່ ແລະ ພວກ​ຜູ້​ນຳ​ຝ່າຍ​ຄ້ານ ໄດ້​ຕົກ​ລົງ​ທີ່​ຈະ​ຕັ້ງ​ລັດ​ຖະ​ບານ​ໃໝ່
ຂຶ້ນໃນເດືອນກໍລະກົດທີ່ຜ່ານມານີ້ ຫຼັງຈາກການປະທ້ວງທີ່ຮຸນແຮງສາມເດືອນ ທີ່ໄດ້ສັງ
ຫານຜູ້ປະທ້ວງທີ່ສະໜັບສະໜູນປະຊາທິປະໄຕຫຼາຍຮ້ອຍຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG