ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິນເດຍ ຖອນສະຖານະພາບ ພິເສດ ໃນແຄວ້ນແຄສເມຍ ທ່າມກາງ ການຮັກສາ ຄວາມປອດໄພ ຢ່າງເຄັ່ງຂັດ


ກຳລັງທະຫານຂອງອິນເດຍ ຢືນຍາມຢູ່ທີ່ຕະຫຼາດແຫ່ງນຶ່ງ ໃນເມືອງຫຼວງ ສຣີນາກາ, ໃນເຂດແຄວ້ນແຄສເມຍທີ່ຄວບຄຸມໂດຍ ອິນເດຍ, ວັນທີ 13 ກໍລະກົດ 2019.
ກຳລັງທະຫານຂອງອິນເດຍ ຢືນຍາມຢູ່ທີ່ຕະຫຼາດແຫ່ງນຶ່ງ ໃນເມືອງຫຼວງ ສຣີນາກາ, ໃນເຂດແຄວ້ນແຄສເມຍທີ່ຄວບຄຸມໂດຍ ອິນເດຍ, ວັນທີ 13 ກໍລະກົດ 2019.

ລັດຖະບານຂອງອິນເດຍ ກ່າວໃນວັນຈັນມື້ນີ້ວ່າ ຕົນຈະຖອນສະຖານະພາບພິເສດ
ຂອງເຂດແຄວ້ນແຄສເມຍທີ່ເປັນບັນຫາຂັດແຍ່ງກັນນັ້ນ. ການປະກາດດັ່ງກ່າວ ໄດ້ມີ
ຂຶ້ນເມື່ອຕອນເຊົ້າ ຂອງວັນຈັນມື້ນີ້ ທ່າມກາງການສົ່ງ ກອງກຳລັງຮັກສາຄວາມສະຫງົບ
ຂະໜາດໃຫຍ່ ໄປປະຈຳການ ຢູ່ໃນຂົງເຂດພູຫິມະໄລ.

ນັກການເມືອງລະດັບສູງ 3 ທ່ານຢູ່ໃນແຄວ້ນແຄສເມຍຂອງອິນເດຍ ໄດ້ຖືກກັກຕົວໃຫ້
ຢູ່ໃນບໍລິເວນ ບ້ານພັກຂອງພວກເພິ່ນ ແລະໄດ້ສັ່ງໃຫ້ວາງມາດຕະການຮັກສາຄວາມ
ປອດໄພຢ່າງເຄັ່ງຂັດຢູ່ ໃນຂົງເຂດບ່ອນທີ່ຄວາມເຄັ່ງຕຶກ ໄດ້ກະຕຸ້ນໃຫ້ລັດຖະບານສັ່ງ
ການໃຫ້ພວກນັກທ່ອງທ່ຽວທັງຫຼາຍ ຍົກຍ້າຍອອກຈາກພື້ນທີ່ ແລະສົ່ງກອງກຳລັງ
ທະຫານໄປປະຈຳການຕື່ມອີກ.

ຄຳສັ່ງທີ່ແຈ້ງອອກມາເມື່ອຕອນກາງຄືນຂອງວັນອາທິດນັ້ນ ຊຶ່ງໄດ້ຈຳກັດການເຄື່ອນ
ໄຫວຂອງມະຫາຊົນ ຢູ່ໃນແຄວ້ນແຄັສເມຍ ງົດການໃຫ້ບໍລິການທາງດ້ານອິນເຕີເນັດ
ແລະໃຫ້ປິດສະຖາບັນການສຶກສາຕ່າງໆ. ຄຳສັ່ງນີ້ ໄດ້ກ່າວວ່າ ມາດຕະການຈຳກັດ
ດ້ານຄວາມປອດໄພຊຶ່ງບໍ່ມີກຳນົດນີ້ ຈະໃຊ້ຢູ່ໃນເຂດເມືອງຫຼວງ ສຣີນາກາ ຂອງແຄວ້ນ
ແຄັສເມຍ ເປັນຫຼັກ.

ມາດຕະການຫຼ້າສຸດດັ່ງກ່າວ ອອກມາ ໃນຂະນະທີ່ພວກສະແຫວງບຸນ ແລະບັນດານັກ
ທ່ອງທ່ຽວ ຫຼາຍພັນຄົນ ພາກັນອອກໄປຈາກແຄວ້ນແຄສເມຍ ນັບຕັ້ງແຕ່ວັນສຸກ ເມື່ອ
ທາງການໄດ້ກ່າວວ່າ ພວກຫົວຮຸນແຮງທີ່ໄດ້ຮັບການໜຸນຫຼັງໂດຍປາກິສຖານ ໄດ້ວາງ
ແຜນການໂຈມຕີ ໃນພິທີສະແຫວງບຸນປະຈຳປີຂອງສາສະໜາຮິນດູ. ໃນການເອົາບາດ
ກ້າວທີ່ບໍ່ເຄີຍມີມາກ່ອນ ຊຶ່ງພິທີສະແຫວງບຸນນັ້ນ ກໍໄດ້ຖືກຍຸຕິໄວ້.

ບໍ່ເທົ່າໃດວັນຜ່ານມາ ພວກກຳລັງທະຫານ ປະມານ 10,000 ຄົນເພີ້ມຕື່ມ ໄດ້ຖືກສົ່ງໄປ
ປະຈຳການ ໃນຕົວເມືອງຕ່າງໆທີ່ສຳຄັນ ຢູ່ທົ່ວຂົງເຂດດັ່ງກ່າວ.

ມາດຕະການຫຼາຍຊຸດໄດ້ຖືກນຳໃຊ້ ຢູ່ໃນແຄວ້ນແຄສເມຍ ໄດ້ກໍ່ໃຫ້ເກີດມີການສັນນິ
ຖານວ່າ ລັດຖະບານຂອງ ນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ວາງແຜນທີ່ຈະຖອນ
ສິດທິພິເສດຢູ່ໃນຂົງເຂດດັ່ງກ່າວ ທີ່ປະກອບດ້ວຍ ສິ່ງນຶ່ງທີ່ຫ້າມບໍ່ໃຫ້ຄົນຢູ່ພາຍນອກ
ປະເທດ ຊື້ຊັບສິນເປັນຕຶກອາຄານຢູ່ໃນຂົງເຂດ.

ບັນດານັກການເມືອງທີ່ຖືກກັກຕົວຢູ່ໃນບໍລິເວນ ຜູ້ທີ່ເປັນຫົວໜ້າພັກການເມືອງຕ່າງໆ
ຢູ່ໃນຂົງເຂດ ໄດ້ເຕືອນລັດຖະບານວ່າ ການພະຍາຍາມໃດໆ ທີ່ຈະຖອນສິດທິພິເສດ
ທັງຫຼາຍ ອາດກໍ່ໃຫ້ເກີດການຕອບໂຕ້ຄືນຢ່າງແຮງ ຢູ່ໃນຂົງເຂດພຽງແຫ່ງດຽວທີ່ມີ
ຊາວມຸສລິມອາໄສຢູ່ເປັນສ່ວນໃຫຍ່.

ບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ພວກເພິ່ນຈະຖືກກັກຕົວໃຫ້ຢູ່ໃນບໍລິເວນນັ້ນ ພວກເພິ່ນ ໄດ້
ເຂົ້າປະຊຸມກັນ ແລະໃນຖະແຫລງການສະບັບນຶ່ງ ໄດ້ປະຕິຍານວ່າ ຈະຕໍ່ສູ້ເພື່ອປົກປັກ
ຮັກສາ ສະຖານະພາບພິເສດໄວ້ ແລະສິ່ງທີ່ພວກເພິ່ນເອີ້ນວ່າ “ເອກກະລັກ” ຂອງແຄວ້ນແຄສເມຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG