ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍິງສັງຫານໝູ່ ໃນ ສຫລ ໄດ້ເພີ້ມເຊື້ອໄຟ ໃສ່ບັນຫາເລື້ອງ ​ແບ່ງ​ແຍກ​ເຊື້ອ​ຊາດ​ສີ​ຜິວ ແລະ ການ​ຄວມ​ຄຸມ​ປືນ


ດອກໄມ້ຕ່າງໆ ປະດັບໃສ່ສະຖານທີ່ໄວ້ອາໄລ ທີ່ຈັດຂຶ້ນຢູ່ໃກ້ໆກັບສະຖານທີ່ເກີດເຫດການຍິງສັງຫານໝູ່ ຢູ່ທີ່ຮ້າຍຊັບພະສິນຄ້າ ໃນເມືອງແອລປາໂຊ ຂອງລັດເທັກຊັສ, ວັນທີ 4 ສິງຫາ 2019.
ດອກໄມ້ຕ່າງໆ ປະດັບໃສ່ສະຖານທີ່ໄວ້ອາໄລ ທີ່ຈັດຂຶ້ນຢູ່ໃກ້ໆກັບສະຖານທີ່ເກີດເຫດການຍິງສັງຫານໝູ່ ຢູ່ທີ່ຮ້າຍຊັບພະສິນຄ້າ ໃນເມືອງແອລປາໂຊ ຂອງລັດເທັກຊັສ, ວັນທີ 4 ສິງຫາ 2019.

ການ​ຍິງ​ສັງ​ຫານ​ໝູ່​ສອງ​ຄັ້ງ​ທີ່​ເກີດ​ຂຶ້ນ​ໃນ​ລັດ ເທັກ​ຊັ​ສ ແລະ ລັດໂອ​ໄຮ​ໂອ ເມື່ອ​ວັນ​ເສົາ
ແລະ ອາ​ທິດ​ວານ​ນີ້ ໄດ້​ເຮັດ​ໃຫ້​ຄວາມ​ແຕກ​ແຍກ​ໃນວົງ​ການ​ເມືອງ ອາ​ເມ​ຣິ​ກັນ ຍືດ​ເຍື້​ອ​
ອອກ​ໄປ​ກວ່າ​ເກົ່າ, ເຊິ່ງ​ແມ່ນການ​ເພີ່ມ​ຂຶ້ນ​ຂອງ​ຄວາມ​ຮຸນ​ແຮງ​ໂດຍ​ພວກ​ຄົນ​ຜິວ​ຂາວ
ທີ່​ແບ່ງ​ແຍກ​ເຊື້ອ​ຊາດ​ສີ​ຜິວ ແລະ ການ​ຄວມ​ຄຸມ​ປືນ, ຫາກການ​ສົນ​ທາະນາກັນ​ ໃນ​
ສາ​ທາ​ລະ​ນະ ​ຂະ​ນະ​ທີ່​ບັນ​ດາ​ນັກ​ການ​ເມືອງ​ທີ່​ມີ​ຄວາມ​ຄິດ​ຢ່າງກວ້າງ​ຂວາງ ໄດ້​ກຽມ
​ພ້ອມ​ສຳ​ລັບ​ສິ່ງ​ທີ່​ຄາດ​ວ່າຈະ​ເປັນ​ການ​ໂຄ​ສະ​ນາ​ຫາ​ສຽງ​ການ​ເລືອກ​ຄັ້ງ 2020 ທີ່​ມີ​ການ
​ແຂ່ງ​ຂັນ​ກັນ​ຢ່າງ​ດຸ​ເດືອດ.

ການ​ຍິງ​ກັນ​ສອງ​ຄັ້ງ, ເຊິ່ງ​ໄດ້​ເຮັດ​ໃຫ້ 29 ຄົນ​ເສຍ​ຊີ​ວິດ ແລະ ຢ່າງ​ໜ້ອຍ 53 ຄົນ​ ບາດ
ເຈັບນັ້ນ, ໄດ້​ສ້າງວິ​ກິດ​ການ​ທາງ​ການ​ເມືອງ​ທີ່​ເຫັນ​ໄດ້​ຊັດ ສຳ​ລັບ​ລັດ​ຖະ​ບານ​ຂອງ​ທ່ານ
​ ທ​ຣຳ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ໃນ​ລັດ​ຖະ​ສະ​ພາ.

ການ​ຍິງ​ກັນ​ຄັ້ງ​ທຳ​ອິດໃນ​ເມືອງ ແອ​ລ ປາ​ໂຊ ລັດ​ເທັກ​ຊັ​ສ, ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ
​ຂອງວັນ​ເສົາທີ່​ຜ່ານ​ມາ ແລະ ໄດ້​ດຳ​ເນີນ​ການ​ຍິງ​ໂດຍ​ຜູ້​ຊາຍຜິວ​ຂາວ​ອາ​ຍຸ 21 ປີ, ຜູ້​
ທີ່​ເຊື່ອ​ວ່າ​ໄດ້​ກ່າວ​ປະ​ກາດ​ແບ່ງ​ແຍກ​ເຊື້ອ​ຊາດ​ສີ​ຜິວ​ຢ່າງ​ຈະ​ແຈ້ງ ທີ່​ໄດ້​ສະ​ທ້ອນ​ເຖິງ
ການ​ກ່າວ​ຫາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຢ່າງ​ເປັນ​ປ​ະ​ຈຳທີ່​ວ່າ
​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຊາວ ອາ​ເມ​ຣິ​ກາ ລາ​ຕິນ ຈາກ​ປະ​ເທດ ເມັກ​ຊິ​ໂກ ແລະ ອາ​ເມ​ຣິ​ກາ​
ກາງ ແມ່ນປຽບ​ເໝືອນກັບ​ “ການ​ຮຸກ​ຮານ” ສະ​ຫະ​ລັດ. ຫຼັງ​ຈາກ​ລາວ​ໄດ້​ຍອມ​ຈຳ​ນົນ​ນັ້ນ,
ລາວ​ໄດ້​ບອກ​ຕຳ​ຫຼວດ​ວ່າ ລາວ​ມີ​ກຳ​ນົດ​ທີ່​ຈະ​ຂ້າ​ຄົນ “ເມັກ​ຊິ​ໂກ” ໃຫ້​ຫຼາຍ​ເທົ່າ​ທີ່​ຈະ
​ເຮັດ​ໄດ້. ລາວ​ໄດ້​ສັງ​ຫານ 20 ຄົນ ແລະ ບາດ​ເຈັບ 27 ຄົນ.

ການ​ຍິງ​ກັນ​ຄັ້ງ​ທີ​ສອງ​ໃນ​ເມືອງ ເດ​ຕັນ ລັດ ໂອ​ໄຮ​ໂອ ໄດ້​ເກີດ​ຂຶ້ນຫຼັງ​ຈາກ 1 ໂມ​ເຊົ້າ​
ຂອງວັນ​ອາ​ທິດ​ວານນີ້ ໂດຍ​ຜູ້​ຊາຍ​ຜິວ​ຂາວ​ອາ​ຍຸ 24 ປີ ທີ່​ໄດ້​ຊື້​ປືນ​ແບບ​ທະ​ຫານ​ຢ່າງ
​ຜິດ​ກົດ​ໝາຍ ພ້ອມ​ກັບ​ຮາງ​ລູກ​ປືນ 200 ລູກ​ສອງ​ອັນ ທີ່​ໄດ້​ຊ່ວຍ​ລາວຂ້າ ຫຼື ບາດ​ເຈັບ
ຫຼາຍ​ສິບ​ຄົນ​ໃນ​ເວ​ລາບໍ່​ເຖິງ 30 ວິ​ນາ​ທີ. ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ແລະ ສະ​ມາ​ຊິກ​ພັກ
​ຣີ​ພັບ​ບ​ລີ​ກັນ ໄດ້​ຕໍ່​ຕ້ານ​ຢ່າງ​ເດັດ​ຂາດ​ຕໍ່​ກົດ​ລະ​ບຽບ​ທີ່​ຖືກ​ສົງ​ເສີມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ
ທີ່​ຈະ​ເຮັດ​ໃຫ້​ມັນ​ເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ປະ​ຊາ​ຊົນ​ທຳ​ມະ​ດາ​ທີ່​ຈະ​ມີ​ອາ​ວຸດ​ແນວ​ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG