ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

29 ຄົນ ເສຍຊີວິດ ໃນການຍິງສັງຫານໝູ່ ສອງແຫ່ງ ໃນ ສຫລ ແລະ ຫຼາຍກວ່າ 20 ຄົນບາດເຈັບ


ຊາຍຄົນນຶ່ງ ວາງດອກໄມ້ ຢູ່ໃກ້ໆ ສະຖານທີ່ເກີດເຫດການຍິງສັງຫານໝູ່ ຢູ່ທີ່ສະຖານທີ່ບ່ອນຈັບຈ່າຍຊື້ເຄື່ອງ ໃນວັນອາທິດ ທີ 4 ກໍລະກົດ 2019, ໃນເມືອງແອລປາໂຊ ລັດເທັກຊັສ . (AP Photo/John Locher)
ຊາຍຄົນນຶ່ງ ວາງດອກໄມ້ ຢູ່ໃກ້ໆ ສະຖານທີ່ເກີດເຫດການຍິງສັງຫານໝູ່ ຢູ່ທີ່ສະຖານທີ່ບ່ອນຈັບຈ່າຍຊື້ເຄື່ອງ ໃນວັນອາທິດ ທີ 4 ກໍລະກົດ 2019, ໃນເມືອງແອລປາໂຊ ລັດເທັກຊັສ . (AP Photo/John Locher)

ພາຍໃນ 13 ຊົ່ວໂມງ ຂອງການສັງ​ຫານຄົນຈຳນວນຫຼວງຫຼາຍໃນ ສະຫະລັດ ມືປືນ
ສອງຄົນຢູ່ໃນເຫດການຍິງສັງຫານໝູ່ ທີ່ເກີດຂຶ້ນຢູ່ໃນສອງແຫ່ງຕ່າງກັນ ໄດ້ສັງຫານ
29 ຄົນ ແລະ ຊາວກວ່າຄົນໄດ້ຮັບບາດເຈັບ ເຮັດໃຫ້ບັນດາເຈົ້າໜ້າທີ່ ພາກັນຊອກຫາ
ເຫດຈູງໃຈຕ່າງໆ ທີ່ຢູ່ເບື້ອງຫຼັງຂອງຄວາມຮຸນແຮງດັ່ງກ່າວນັ້ນ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນອາທິດວານນີ້ ໄດ້ສັ່ງໃຫ້ຫຼຸດທຸງ
ຊາດ ຢູ່ສະຖານທີ່ລັດຖະການທັງໝົດ ລົງເຄິ່ງເສົາເປັນເວລາ 5 ວັນ ເພື່ອ “ເປັນຂີດ
ໝາຍຂອງການເຄົາລົບດ້ວຍຄວາມຈິງໃຈ ຕໍ່ຜູ້ເຄາະຮ້າຍທັງຫຼາຍ ຂອງການກະທຳ ຄວາມຮຸນແຮງທີີ່ຊົ່ວຮ້າຍ” ໃນເມືອງແອລປາໂຊ ຂອງລັດເທັກຊັສ ແລະເມືອງເດຕັນ
ລັດໂອໄຮໂອ.

ບັນດາເຈົ້າໜ້າທີ່ ກ່າວວ່າ ພວກເພິ່ນຈະວາງໂທດປະຫານຊີວິດ ສຳລັບຜູ້ທຳ​ການ
ໂຈມຕີໃນລັດເທັກຊັສ ຊຶ່ງພວກເພິ່ນ ຖືວ່າເປັນການກະທຳ ກໍ່ການຮ້າຍ ພາຍໃນ
ປະເທດ.

“ຄວາມກຽດຊັງ ບໍ່ຄວນມີ ຢູ່ໃນປະເທດຂອງພວກເຮົາ” ທ່ານທຣຳ ໄດ້ກ່າວໄປ ໃນວັນ
ອາທິດວານນີ້ ໂດຍກ່າວຕໍ່ບັນດານັກຂ່າວ ຊຶ່ງທ່ານກ່າວຕໍ່ໄປ ວ່າ “ຫຼາຍສິ່ງຫຼາຍຢ່າງ
ແມ່ນກຳລັງດຳ​ເນີນ​ການຢູ່” ເພື່ອຍຸຕິການໂຈມຕີໃນອະນາຄົດ.

ທ່ານທຣຳ ໄດ້ເອີ້ນການສັງຫານໝູ່ວ່າ ເປັນບັນຫາສຸຂະພາບທາງຈິດ ແລະ ໄດ້ກ່າວ
ວ່າ ທ່ານວາງແຜນ ທີ່ຈະຖະແຫລງການຕື່ມຢ່າງກວ້າງຂວາງ ກ່ຽວກັບການຍິງສັງ
ຫານໝູ່ ໃນຕອນເຊົ້າວັນຈັນມື້ນີ້.

ມືປືນຜູ້ຊາຍຄົນນຶ່ງທີ່ໃສ່ຊຸດກັນລູກປືນ ແລະ ພາຍຮາງລູກປືນເພີ້ມອີກ ໄດ້ຖືກຍິງຕາຍ
ໂດຍເຈົ້າໜ້າທີ່ຕຳຫຼວດ ບໍ່ເຖິງນຶ່ງນາທີ ຫຼັງຈາກທີ່ຜູ້ກ່ຽວເປີດສາກຍິງ ເມື່ອຕອນເຊົ້າໆ
ຂອງວັນອາທິດວານນີ້ ຢູ່ທີ່ເຂດບັນເທີງ ໃນເມືອງເດຕັນ ຢູ່ທາງພາກຕາເວັນຕົກຕອນ
ກາງຂອງສະຫະລັດ. ມືປືນດັ່ງກ່າວໄດ້ສັງຫານ 9 ຄົນ ທີ່ລວມທັງ ເອື້ອຍຂອງຜູ້ກ່ຽວເອງ
ແລະໄດ້ຍິງບາດເຈັບ ຢ່າງໜ້ອຍ 27 ຄົນ ຊຶ່ງ 4 ຄົນບາດເຈັບສາຫັດ.

ຕຳຫຼວດໄດ້ກ່າວວ່າ ພວກເພິ່ນເຊື່ອວ່າ ມີມືປືນພຽງຄົນດຽວໃນເຫດການທີ່ເກີດຂຶ້ນ ແຕ່
ຍັງບໍ່ທັນຮູ້ເຫດຈູງໃຈເທື່ອ.

ຕຳຫຼວດໄດ້ກ່າວອີກວ່າ ມືປືນຄົນນີ້ເປັນຄົນຜິວຂາວ ໃນຂະນະທີ່ຜູ້ທີ່ຖືກຍິງຕາຍ 3 ຄົນ
ກໍເປັນຄົນຜິວຂາວ. ສ່ວນອີກ 6 ຄົນ ເປັນຊາວອາເມຣິກັນເຊື້ອສາຍ ອາຟຣິກາ.

ຜູ້ບັນຊາການຕຳຫຼວດເມືອງເດຕັນ ທ່ານ ຣີຊາດ ບີລ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່
ຕຳຫຼວດ ກຳລັງພາກັນລາດຕະເວນຢູ່ໃນບໍລິເວນເຂດ ອໍເຣກອນ ທີ່ເຕັມໄປດ້ວຍ
ຮ້ານກິນດື່ມຕ່າງໆ ຫຼື ບາ, ຮ້ານອາຫານ ແລະໂຮງມະຫໍລະສົບ ໃນເວລາທີ່ເຫດການ
ຍິງສັງຫານໝູ່ເກີດຂຶ້ນ. ເຈົ້າໜ້າທີ່ຕຳຫຼວດ ໄດ້ຍິງຕອບໂຕ້ກັບມືປືນ ແລະໄດ້ສັງຫານ
ຜູ້ກ່ຽວ ພາຍໃນ 30 ວິນາທີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG