ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະ​ຫະ​ລັດ ສະ​ແດງ​ຄວາມ​ຍິນ​ດີ ກັບ​ຂໍ້​ຕົກ​ລົງ​ ຢຸດ​ຍິງໃນ ຊີ​ເຣຍ


ຜູ້​ຊາຍ ຊີ​ເຣຍ ຄົນ​ນຶ່ງຂີ່​ລົດ​ຈັກ​ໃນ​ເມືອງ ອ​າ​ຣີ​ຮາ, ແຂວງ ອິດ​ລິບ, ຊີ​ເຣຍ. 2 ສິງ​ຫາ, 2019.
ຜູ້​ຊາຍ ຊີ​ເຣຍ ຄົນ​ນຶ່ງຂີ່​ລົດ​ຈັກ​ໃນ​ເມືອງ ອ​າ​ຣີ​ຮາ, ແຂວງ ອິດ​ລິບ, ຊີ​ເຣຍ. 2 ສິງ​ຫາ, 2019.

ສະຫະລັດ ກ່າວວ່າ ຕົນ “ຍິນດີນຳ” ການປະກາດຢຸດຍິງ ໃນແຂວງອິດລິບ ຢູ່ພາກຕາ
ເວັນຕົກສຽງເໜືອຂອງຊີເຣຍ ຊຶ່ງເປັນທີ່ໝັ້ນແຫ່ງສຸດທ້າຍໃນປະເທດຂອງພວກຕໍ່ຕ້ານ
ລັດຖະບານ.

ເຖິງຢ່າງນັ້ນກໍດີ ກະຊວງການຕ່າງປະເທດ ສະຫະລັດ ໄດ້ເຕືອນໃນຖະແຫລງການສະ
ບັບນຶ່ງ ວ່າ “ການໂຈມຕີຕໍ່ພົນລະເຮືອນ ແລະພື້ນຖານໂຄງລ່າງຕ່າງໆ ຕ້ອງຍຸຕິນຳ.”

ອົງການດັ່ງກ່າວ ຍັງໄດ້ຊົມເຊີຍເຖິງ “ຄວາມພະຍາຍາມຂອງເທີກີແລະຣັດເຊຍ ໂດຍ
ການຮ່ວມມືກັນ” ເພື່ອໃຫ້ຟື້ນຟູການຢຸດຍິງ ຊຶ່ງທັງສອງຝ່າຍໄດ້ຕົກລົງກັນເມື່ອປີກາຍ
ນີ້.

ສະຫະລັດ ໄດ້ກ່າວໄປວ່າ “ບໍ່ສາມາດແກ້ໄຂບັນຫາຂັດແຍ່ງຂອງຊີເຣຍ ໄດ້ດ້ວຍທາງ
ການທະຫານ, ພຽງແຕ່ການແກ້ໄຂທາງການເມືອງເທົ່ານັ້ນ ສາມາດຮັບປະກັນສະຖຽນ
ລະພາບ ແລະຄວາມໝັ້ນຄົງໃນອະນາຄົດໄດ້ ສຳລັບຊາວຊີເຣຍທັງໝົດ.”

ນັບຕັ້ງແຕ່ເດືອນເມສາ ພົນລະເຮືອນຫຼາຍຮ້ອຍຄົນ ໄດ້ເສຍຊີວິດ ຍ້ອນຄວາມຮຸນແຮງ
ໃນພາກຕາເວັນຕົກສຽງເໜືອ ຂອງຊີເຣຍ ແລະອີກຫຼາຍພັນຄົນ ພາກັນຫລົບໜີຈາກ
ຖິ່ນຖານ.

ກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວວ່າ ຕົນຈະສືບຕໍ່ສະໜັບສະໜຸນ ການ
ທຳງານຂອງທູດພິເສດຂອງສະຫະປະຊາຊາດ ທ່ານເກຍຣ໌ ພີເດີເສັນ ເພື່ອສ້າງຄວາມ
ກ້າວໜ້າໃນ “ຂະບວນການດ້ານການເມືອງ ນຳພາໂດຍຊີເຣຍ ແລະຊີເຣຍເປັນເຈົ້າ
ຂອງເອງ” ຊຶ່ງຈະສິ້ນສຸດລົງ ດ້ວຍການສ້າງຕັ້ງ “ການແກ້ໄຂຕໍ່ບັນຫາຂັດແຍ່ງດ້ານ
ການເມືອງທີ່ ຖາວອນ ແລະສັນຕິ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG