ສະຫະລັດ ແລະ ກຸ່ມຕາລີບານ ໄດ້ເລີ່ມການເຈລະຈາຮອບທີ 8 ຢ່າງເປັນທາງການ ໃນ
ນະຄອນຫຼວງ ໂດຮາ ປະເທດ ກາຕ້າ ພ້ອມດ້ວຍທັງສອງຝ່າຍໄດ້ລະບຸວ່າ ໃນຮອບນີ້
ເຂົາເຈົ້າອາດໄດ້ຂໍ້ຕົກລົງເພື່ອສິ້ນສຸດສົງຄາມ ສະຫະລັດ ທີ່ດົນທີ່ສຸດໃນປະຫວັດສາດ.
ທ່ານຊາລເມ ຄາລິີລຊາດ ຫົວໜ້ານັກເຈລະຈາ ສະຫະລັດ ໄດ້ຂຽນຂໍ້ຄວາມໃນທວິດເຕີ
ວ່າ “ກຸ່ມຕາລີບານ ໄດ້ໃຫ້ສັນຍານວ່າ ເຂົາເຈົ້າຢາກສະຫຼຸບຂໍ້ຕົກລົງ. ພວກເຮົາພ້ອມ
ແລ້ວ ສຳລັບຂໍ້ຕົກລົງທີ່ດີ.”
ແນວໃດກໍຕາມ, ມັນເບິ່ງຄືວ່າຈະມີການເຂົ້າໃຈຜິດກັນ, ກ່ຽວກັບ ຫົວຂໍ້ຂອງຂໍ້ຕົກລົງ
ໂດຍທັງ ສະຫະລັດ ແລະ ກຸ່ມຕາລີບານ.
ກຸ່ມຕາລີບານ ເບິ່ງຄືວ່າຈະເຫັນມັນດັ່ງກັບຂໍ້ຕົກລົງທີ່ຈະຖອນກຳລັງຕ່າງປະເທດອອກ
ໄປຈາກ ອັຟການິສຖານ, ໂດຍສະເພາະແມ່ນກອງກຳລັງ ສະຫະລັດ. ໃນການຕອບ
ແທນ, ພວກເຂົາສັນຍາທີ່ຈະຮັບປະກັນວ່າ ດິນແດນ ອັຟການິສຖານ ຈະບໍ່ຖືກໃຊ້
ສຳລັບການກໍ່ການຮ້າຍຕໍ່ປະເທດອື່ນໆ.
ໂຄສົກກຸ່ມຕາລີບານ ທ້າວ ຊູເຮລ ຊາຮີນ ໄດ້ຂຽນຂໍ້ຄວາມໃນທວິດເຕີ ເປັນພາສາ
ປາຊໂຕ ໃນວັນເສົາວານນີ້ວ່າ “ການສົນທະນາກັບບັນດານັກເຈລະຈາ ສະຫະລັດ
ຈະສືບຕໍ່ເປັນເວລາສອງສາມວັນ. ຖ້າມີການບັນລຸຂໍ້ຕົກລົງກັບ ອາເມຣິກາ, ກອງກຳ
ລັງຕ່າງປະເທດທັງໝົດ ຈະຕ້ອງຖອນອອກຈາກ ອັຟການິສຖານ ພາຍໃຕ້ເວລາທີ່
ກຳນົດໄວ້, ແລະ ເປີດຫົນທາງໃຫ້ການເຈລະຈາລະຫວ່າງ ອັຟການິສຖານ.”
ທ່ານ ຄາລິລຊາດ ມີຂໍ້ຄິດເຫັນທີ່ແຕກຕ່າງໄປ.
ທ່ານໄດ້ຂຽນຂໍ້ຄວາມໃນ ທວິດເຕີ ກ່ອນການເລີ່ມຕົ້ນຂອງການເຈລະຈາຮອບທີ 8
ວ່າ “ພວກເຮົາກຳລັງຕາມຫາຂໍ້ຕົກລົງສັນຕິພາບ, ບໍ່ແມ່ນຂໍ້ຕົກລົງການຖອນຕົວ.
ການມີໜ້າຂອງພວກເຮົາໃນ ອັຟການິສຖານ ແມ່ນອີງຕາມສະຖານະການ, ແລະ
ການຖອນຕົວໃດໆກໍຈະຂຶ້ນຕາມສະຖານະການ.”
ຂໍຄວາມໃນທວິດເຕີດັ່ງກ່າວ ແລະ ການໃຊ້ຄຳວ່າ “ອີງຕາມສະຖານະການ” ນັ້ນ,
ໄດ້ສ້າງຄວາມບໍ່ພໍໃຈຕໍ່ກຸ່ມຫົວຮຸນແຮງ, ອີງຕາມການກ່າວຂອງແຫຼ່ງຂ່າວທີ່ໃກ້ໃຊ້
ກັບກຸ່ມຕາລີບານ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ