ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກປະດິດ ຊາວຝຣັ່ງ ເຫາະຂ້າມຊ່ອງແຄບ ອັງກິດ ດ້ວຍແປ້ນບິນ ເຄື່ອງຈັກອາຍພົ່ນ ທີ່ເອີ້ນວ່າ ‘Flyboard’


ທ່ານແຟຣັງກີ ຊາປາຕາ (Franky Zapata) ຢືນຢູ່ເທິງ ອຸປະກອນ ແປ້ນບິນເຄື່ອງຈັກອາຍພົ່ນ ທີ່ເອີ້ນວ່າ "flyboard" ຫຼັງຈາກທີ່ລາວ ໄດ້ເຫາະອອກຈາກເມືອງ Sangatte ຂອງຝຣັ່ງ ໃນວັນທີ 4 ສິງຫາ 2019, ໃນການພະຍາຍາມບິນຂ້າມ ຊ່ອງແຄບ ໄລຍະທາງ 35 ກິໂລແມັດ ພາຍໃນ 20 ນາທີ.
ທ່ານແຟຣັງກີ ຊາປາຕາ (Franky Zapata) ຢືນຢູ່ເທິງ ອຸປະກອນ ແປ້ນບິນເຄື່ອງຈັກອາຍພົ່ນ ທີ່ເອີ້ນວ່າ "flyboard" ຫຼັງຈາກທີ່ລາວ ໄດ້ເຫາະອອກຈາກເມືອງ Sangatte ຂອງຝຣັ່ງ ໃນວັນທີ 4 ສິງຫາ 2019, ໃນການພະຍາຍາມບິນຂ້າມ ຊ່ອງແຄບ ໄລຍະທາງ 35 ກິໂລແມັດ ພາຍໃນ 20 ນາທີ.

ນັກ​ປະ​ດິດ ຝ​ຣັ່ງ ຄົນ​ນຶ່ງ ໄດ້​ປະ​ສົບ​ຄວາມ​ສຳ​ເລັດ ໃນ​ການ​ບິນ​ຂ້າ​ມ​ຊ່ອງ​ແຄບ ອັງ​ກິດ
ດ້ວຍ​ແປ້ນ​ບິນ​ເຄື່ອງ​ຈັກ​ອາຍ​ພົ່ນ ທີ່ເອີ້ນວ່າ ‘flyboard’.

ທ່ານ ແຟ​ຣັງ​ກີ ຊາ​ປາ​ຕາ ໄດ້​ອອກ​ແບບ​ອຸ​ປະ​ກອນ​ດັ່ງ​ກ່າວ ເຊິ່ງ​ໄດ້​ນຳ​ພາ​ລາວ ​ເຫາະ
​ຂ້າມ​ຊ່ອງ​ແຄບ​ຈາກ​ປະ​ເທດຝ​ຣັ່ງ ຫາ ອັງ​ກິດ ໃນ​ເວ​ລາ​ປະ​ມານ 20 ນາ​ທີ.

ແປ້ນ​ບິນ​ດັ່ງ​ກ່າວ ໄດ້​ຮັບ​ກຳ​ລັງ​ດ້ວຍ​ເຄື່ອງ​ຈັກ​ອາຍ​ພົ່ນ​ຫ້າ​ໜ່ວຍ ແລະນ້ຳ​ມັນ​ກາດ ທີ່​
ທ່ານ ຊາ​ປາ​ຕາ ພາຍຢູ່​ໃນ​ກ​ະ​ເປົາ​ເປ້ ໃນ​ລະ​ຫວ່າງ​ການ​ບິນ.

ທ່ານ ຊາ​ປາ​ຕ້າ ໄດ້​ບິນ​ອອກ​ຈາກ​ເມືອງ ຊັງ​ກັດ, ປະ​ເທດ ຝ​ຣັ່ງ ໃນ​ຕອນ​ເຊົ້າ​ຂອງວັນ​
ອາ​ທິດມື້ນີ້ ແລະ ລົງ​ຈອດ​ໃນ​ອ່າວ ເຊ້ນ ມາ​ກາ​ເຣັດ, ໃກ້​ເກັບ​ເມືອງ ໂດ​ເວີ, ຢູ່​ຊາຍ​ຝັ່ງ
​ພາກ​ໃຕ້​ຂອງ​ປະ​ເທດ ອັງ​ກິດ.

ເຮື​ອ​ບິນກອງ​ທັບ ຝ​ຣັ່ງ ໄດ້​ບິນ​ຕາມ​ລາວ ແລະ ລາວ​ໄດ້​ຢຸດ​ຢູ່​ເຄິ່ງ​ທາງ​ເພື່ອ​ຕື່ມ​ນ້ຳ​ມັນ​
ຢູ່​ຖານ​ຂອງ​ເຮືອ​ລຳ​ນຶ່ງ.

ວັນ​ອາ​ທິດ​ວານນີ້ ​ເປັນ​ການ​ພະ​ຍາ​ຍາມ​ບິນ​ຂ້າມ​ຊ່ອງ​ແຄບ ອັງ​ກິດ ເປັນ​ຄັ້ງ​ທີ​ສອງ
ຂອງ​ລາວ.

ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ, ການ​ບິນ​ຂອງ​ລາວ​ໄດ້​ຢຸດ​ລົງ ເມື່ອ​ລາວ​ບໍ່​ສາ​ມາດ​ທີ່​ຈະ
​ລົງ​ຈອດ​ຢ່າງ​ຖືກ​ຕ້ອງ​ຢູ່​ເຮືອ ເພື່ອ​ຕື່ມ​ນ້ຳ​ມັນ, ເຊິ່ງ​ຈົບ​ລົງ​ດ້ວຍ​ການ​ຕົກ​ລົງ​ໃສ່​ນ້ຳ.

ແນວ​ໃດ​ກໍ​ຕາມ, ໃນ​ວັນ​ອາ​ທິດມື້ນີ້, ທຸກ​ຢ່າງ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີ ແລະ ລາວ​ໄດ້​ຍົກ​
ມື​ທັກ​ທາຍ​ຜູ້​ທີ່​ແນມ​ເບິ່ງ​ໃນ ອັງ​ກິດ ກ່ອນ​ການ​ລົງ​ຈອດ​ຂອງ​ລາວ.

ລາວ​ໄດ້​ລົງ​ຈອດ​ຢູ່​ເດີ່ນ​ຂອງ​ເອ​ກະ​ຊົນ​ໃນ​ປະ​ເທດ ອັງ​ກິດ, ບ່ອນ​ທີ່​ເຈົ້າ​ຂອງບໍ່​ໄດ້
​ອະ​ນຸ​ຍາດ​ໃຫ້​ສື່​ມວນ​ຊົ​ນ​ເຂົ້າ​ໄປ.

ຄົນ​ທົ່ວ​ໂລກ​ໄດ້​ເຫັນ​ແປ້ນ​ບິນ​ຂອງ​ທ່ານ ຊາ​ປາ​ຕ້າ ຄັ້ງ​ທຳ​ອິດ​ໃນ​ວັນ​ຊາດ​ຂອງ ຝ​ຣັ່ງ,
ເມື່ອ​ວັນ​ທີ 14 ກໍ​ລະ​ກົດ​ທີ່​ຜ່ານ​ມາ. ລາວ​ໄດ້​ກາຍ​ເປັນ​ຄົນ​ດັງ​ຂອງວັນ​ນັ້ນ ເມື່ອ​ລາວ​
ໄດ້​ບິນ​ກັບ​ແປ້ນ​ຂອງ​ລາວ ຂ້າມ​ການ​ເດີນ​ສວນ​ສະ​ໜາມ​ຂອງກອງ​ທັບ ເພື່ອ​ສ້າງ
​ຄວາມ​ປະ​ທັບ​ໃຈ​ໃຫ້​ບັນ​ດາ​ຜູ້​ຊົມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG