ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫຼວດລັດ ໂອ​ໄຮ​ໂອ: 9 ຄົນ​ເສຍ​ຊີ​ວິດ, 16 ຄົນບາດ​ເຈັບ ໃນ​ການ​​ຍິງ​ກັນ ​ເມື່ອ​ຕອນ​ເຊົ້າ


ພາບ​ວິ​ດີ​ໂອນີ້​ຈາກ​ບັນ​ຊີ​ທວິດ​ເຕີ​ຂອງ​ທ້າວ ເດ​ເຣັກ ມາຍ​ເຢີ ສະ​ແດງ​ໃຫ້​ເຫັນ​ຕຳຫຼວດ ຍ່າງ​ຢູ່​ທາງຫຼັງ​ເສັ້ນ​ຫ້າມ​ຜ່ານ​ຂອງ​ຕຳຫຼວດ ລຸນຫຼັງ​ການ​ຍິງ​ສັ​ງຫານ​ຫມູ່. ເມືອງ ເດ​ຕັນ, ລັດ ໂອ​ໄຮ​ໂອ.
ພາບ​ວິ​ດີ​ໂອນີ້​ຈາກ​ບັນ​ຊີ​ທວິດ​ເຕີ​ຂອງ​ທ້າວ ເດ​ເຣັກ ມາຍ​ເຢີ ສະ​ແດງ​ໃຫ້​ເຫັນ​ຕຳຫຼວດ ຍ່າງ​ຢູ່​ທາງຫຼັງ​ເສັ້ນ​ຫ້າມ​ຜ່ານ​ຂອງ​ຕຳຫຼວດ ລຸນຫຼັງ​ການ​ຍິງ​ສັ​ງຫານ​ຫມູ່. ເມືອງ ເດ​ຕັນ, ລັດ ໂອ​ໄຮ​ໂອ.

ຕຳຫຼວດ​ໃນ​ເມືອງ ເດ​ຕັນ, ເຊິ່ງ​ຕັ້ງ​ຢູ່​ໃນ​ລັດ ໂອ​ໄຮ​ໂອ ທາງ​ພາກ​ຕາ​ເວັນ​ອອກ​ຕອນ​ກາງ
ຂອງ ສະຫະລັດ ນັ້ນ, ໄດ້ກ່າວວ່າ ມືປືນຄົນນຶ່ງໄດ້ສັງຫານ 9 ຄົນ ແລະ ບາດເຈັບ 16
ຄົນ.

ຕຳຫຼວດ​ເມືອງ ເດ​ຕັນ ໄດ້​ກ່າວ​ໃນ​ວັນ​ອາ​ທິດມື້ນີ້ ​ໃນບັນ​ຊີ ​ທວິດ​ເຕີ ​ຂອງ​ເຂົາ​ເຈົ້າວ່າ
“ພວກເຮົາມີຕຳຫຼວດທີ່ປະຈຳການຢູ່ໃກ້ຄຽງ ໃນເວລາທີ່ການຍິງກັນໄດ້ເກີດຂຶ້ນ ແລະ
ສາມາດຕອບສະໜອງ ແລະ ຢຸດເຫດການດັ່ງກ່າວໄວ້ໄດ້ ຢ່າງວ່ອງໄວ.”

ຕຳຫຼວດ​ເວົ້າ​ວ່າ ມື​ປືນ, ເຊິ່ງບໍ່​ໄດ້​ຖືກ​ເປີດ​ເຜີຍ​ຊື່​ນັ້ນ, ໄດ້​ເສຍ​ຊີ​ວິດ.

ຕຳຫຼວດ​ເວົ້າ​ວ່າ ເຈົ້າໜ້າທີ່ FBI ແມ່ນ​ກຳ​ລັງ​ຊ່ວຍ​ເຫຼືອ​ໃນ​ຄະ​ດີ​ດັ່ງ​ກ່າວ.

ການ​ຍິງ​ກັນ​ໃນ​ຂດບັນ​ເທີງຊື່ວ່າ ອໍ​ເຣ​ກັອນ ຂອງ​ເມືອງ ເດ​ຕັນ ໄດ້​ເກີດ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ
ໂມງ ຫຼັງຈາກການຍິງສັງຫານໝູ່ອີກແຫ່ງນຶ່ງ ທີ່ໄດ້ເກີດຂຶ້ນໃນວັນເສົາວານນີ້ ຢູ່ຮ້ານຊັບ
ພະສິນຄ້າ Walmart ໃນເມືອງ ແອລ ປາໂຊ, ລັດ ເທັກຊັສ, ເຊິ່ງ 20 ຄົນ ໄດ້ເສຍຊີວິດ
ແລະ 26 ຄົນບາດເຈັບ. ແລະໃນວັນອາທິດທີ່ຜ່ານມາ ມືປືນໄດ້ຍິງ ແລະ ສັງຫານສາມຄົນ
ໃນບຸນ ຫົວກະທຽມ ກິລຣອຍ ທີ່ລັດ ຄາລິຟໍເນຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG