ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

25 ຄົນ ​ເສຍ​ຊີ​ວິດ, 55 ຄົນ ​ຖືກ​ຊ່ວຍ​ໄວ້​ໄດ້ ຫຼັງ​ຈາກ ​ເຮືອຂ້າມຟາກຫຼົ້ມ​ ໃນ​ປະ​ເທດ ຟ​ີ​ລິບ​ປິນ


ພະ​ນັກ​ງານ​ກູ້​ໄພ​ຍາມ​ຊາຍ​ຝັ່ງ ແລະ ອາ​ສາ​ສະ​ໝັກ ຫາມ​ຜູ້​ເຄາະ​ຮ້າຍ ຫຼັງ​ຈາກຖືກກອບ​ກູ້​ອອກ​ມາ​ຈາກ​ນ້ຳ ຢູ່ນອກ​ແຂວງ ກີ​ມາ​ຣາ​ສ. 4 ສິງ​ຫາ, 2019.
ພະ​ນັກ​ງານ​ກູ້​ໄພ​ຍາມ​ຊາຍ​ຝັ່ງ ແລະ ອາ​ສາ​ສະ​ໝັກ ຫາມ​ຜູ້​ເຄາະ​ຮ້າຍ ຫຼັງ​ຈາກຖືກກອບ​ກູ້​ອອກ​ມາ​ຈາກ​ນ້ຳ ຢູ່ນອກ​ແຂວງ ກີ​ມາ​ຣາ​ສ. 4 ສິງ​ຫາ, 2019.

ບັນ​ດາ​ນັກ​ກູ້​ໄພ​ໄດ້​ກອບ​ກູ້​ສົບ​ຂຶ້ນ​ມາ​ຈາກ​ທະ​ເລ​ທີ່​ພັດ​ແຮງ, ບ່ອນ​ທີ່​ເຮືອ​ຂ້າມ​ຟາກ​ສາມ
ລຳໄດ້ຫຼົ້ມຫຼັງຈາກຖືກພັດໂດຍລົມ ແລະ ຄື້ນທະເລທີ່ແຮງ ຢູ່ນອກສອງແຂງພາກກາງ
ຂອງ ຟີລິບປິນ, ເຮັດໃຫ້ຈຳນວນຜູ້ເສຍຊີວິດສູງສຸດເພີ່ມຂຶ້ນເປັນ 25 ຄົນ ແລະ 6 ຄົນ
ຫາຍສາບສູນ, ອີງຕາມການກ່າວຂອງຕຳຫຼວດໃນວັນອາທິດມື້ນີ້.

ໂຄ​ສົກ​ຕຳຫຼວດ​ໃນ​ພາກ​ພື້ນ ທ່ານ ໂຈ​ເອມ ຮາ​ເວຍ ໄດ້​ກ່າວ​ວ່າ ຜູ້​ເສຍ​ຊີ​ວິດ​ສ່ວນຫຼາຍ​
ແມ່ນຜູ້ໂດຍສານຂອງເຮືອຂ້າມຟາກສອງລຳ ທີ່ໄດ້ຫຼົ້ມຈາກຄວາມດັນລົມທີ່ພັດມາຢ່າງ
ກະທັນຫັນ ແລະ ຄື້ນນ້ຳທີ່ຮຸນແຮງ ໃນວັນເສົາວານນີ້ຢູ່ນອກແຂວງ ກີມາຣາສ ແລະ
ແຂວງ ອີລອຍໂລ. ຜູ້ໂດຍສານ 55 ຄົນ ແລະ ລູກເຮືອໄດ້ຖືກຊ່ວຍເຫຼືອໄວ້ໄດ້.

ເຮືອ​ຂ້າມ​ຟາກ​ລຳ​ທີ​ສາມ, ເຊິ່ງ​ບໍ່​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຈັກ​ຄົນ, ກໍ​ໄດ້​ຫຼົ້ມ​ເຊັ່ນ​ກັນ​ໃນ​ຊ່ອງ
ແຄບ ອີລອຍໂລ ແຕ່ສະມາຊິກຄົນຂັບເຮືອສີ່ຄົນ ໄດ້ລອດຊີວິດອອກມາ, ອີງຕາມການ
ກ່າວຂອງທ່ານ ຮາເວຍ.

ຜູ້​ລອດ​ຊີ​ວິດ​ໄດ້​ເລົ່າ​ປະ​ສົບ​ການວ່າ ທ້ອງ​ໄດ້​ມືດ​ເຂົ້າ​ໃນ​ທັນ​ທີ​ທັນ​ໃດ ໃນ​ລະ​ຫວ່າງ​ກາງ
ຂອງການເດີນທາງຂອງເຂົາເຈົ້າ ເຊິ່ງຕາມມາດ້ວຍລົມແຮງ ແລະ ຝົນ ທີ່ໄດ້ກະແທກ
ໃສ່ເຮືອຂ້າມຟາກຂອງເຂົາເຈົ້າ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສົງ​ໄສວ່າ ເປັນ​ຫ​ຍັງ​ເຮືອ​ລຳ​ທີ​ສາມ​ຈຶ່ງ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ແລ່ນ ປະ​
ມານສາມຊົ່ວໂມງຫຼັງຈາກ ອີກສອງລຳໄດ້ຫຼົ້ມເກືອບໃນເວລາດຽວກັນຂອງຕອນບ່າຍ
ໃນສະພາບອາກາດທີ່ບໍ່ດີ.

ບັນ​ດາ​ນັກ​ພະ​ຍາ​ກອນ​ອາ​ກາດ​ໄດ້​ເຕືອນ​ ກ່ຽວ​ກັບ ຝົນ​ມໍ​ລະ​ສຸມ​ຮຸນແຮງ, ຟ້າ​ຮ້ອງ ແລະ
ດິນເຈື່ອນຈາກຝົນຕົກ ທ່າມກາງຄວາມກົດອາກາດເຂດຮ້ອນ ຫຼາຍກວ່າ 1,000 ກິໂລ
ແມັດນອກຊາຍຝັ່ງກ້ຳຕາເວັນອອກຂອງປະເທດ.

ຫ້ອງ​ຮຽນ ແລະ ບ່ອນ​ເຮັດ​ວຽກ ໄດ້​ຖືກ​ຢຸດ​ຊົ່ວ​ຄາວ ໃນ​ນະ​ຄອນຫຼວງ ມະ​ນີ​ລາ ໃນ​ວັນ​
ສຸກ ແລະ ວັນເສົາວານນີ້ ທ່າມກາງຝົນຕົກໜັກ ແລະ ນ້ຳຖ້ວມ, ເຊິ່ງໄດ້ເຮັດໃຫ້ລົດຕິດ
ຢ່າງຮຸນແຮງ ໃນເຂດລຸ່ມຂອງນະຄອນຫຼວງ.

ພາ​ຍຸ​ໄຕ້​ຝຸ່ນ​ເກືອບ 20 ຫົວ ແລະ ພາ​ຍຸ​ອື່ນໆ​ໄດ້​ພັດ​ເຂົ້າ ຟີ​ລິບ​ປິນ ໃນ​ແຕ່​ລະ​ປີ, ເຮັດ​
ໃຫ້ປະເທດໝູ່ເກາະທີ່ນອນຢູ່ໃນເສັ້ນທາງພາຍຸໄຕ້ຝຸ່ນມະຫາສະໝຸດປາຊີຟິກ ແລະ
ແຜ່ນດິນໄຫວນັ້ນ ເປັນນຶ່ງໃນບັນດາປະເທດທີ່ມີຄວາມສ່ຽງຕໍ່ໄພພິບັດຫຼາຍທີ່ສຸດໃນ
ໂລກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG