ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຣັດ​ເຊຍ ຈັບ​ກຸມ ພວກປະ​ທ້ວງ ຕໍ່ຕ້ານການເລືອກຕັ້ງ ທີ່ບໍ່ຍຸຕິທຳ ຫຼາຍກວ່າ 600 ຄົນ


ຕຳຫຼວດຈັບ​ແມ່​ຍິງ​ຄົນ​ນຶ່ງ ​ໃນ​ລະ​ຫວ່າງ ການ​ປະ​ທ້ວງ​ທີ່ບໍ່​ໄດ້​ຖືກ​ຫ້າມ ໃນ​ໃຈ​ກາງ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ. 3 ສິງ​ຫາ, 2019.
ຕຳຫຼວດຈັບ​ແມ່​ຍິງ​ຄົນ​ນຶ່ງ ​ໃນ​ລະ​ຫວ່າງ ການ​ປະ​ທ້ວງ​ທີ່ບໍ່​ໄດ້​ຖືກ​ຫ້າມ ໃນ​ໃຈ​ກາງ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ. 3 ສິງ​ຫາ, 2019.

ຕຳຫຼວດ ຣັດ​ເຊຍ ໄດ້​ຄວບ​ຄຸມ​ຕົວ​ປະ​ຊາ​ຊົນຫຼາຍກວ່າ 600 ຄົນ​ ໃນ​ວັນ​ເສົາ​ວານນີ້​ ຢູ່
ການປະທ້ວງຕໍ່ຕ້ານການເລືອກຕັ້ງທີ່ບໍ່ຍຸຕິທຳ ໃນນະຄອນຫຼວງ ມົສກູ, ອີງຕາມການ
ກ່າວຂອງກຸ່ມສິ້ງຊອມ.

ກຸ່ມ OVD-Info ເຊິ່ງ​ແມ່ນ​ກຸ່ມ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ທີ່ຕິດ​ຕາມ​ການ​ຈັບ​ກຸມ​ນັ້ນ, ໄດ້​
ກ່າວວ່າ ປະຊາຊົນ 685 ຄົນໄດ້ຖືກຈັບຢູ່ຕາມຖະນົນໃນໃຈກາງເມືອງ, ບ່ອນທີ່ບັນດາ
ເຈົ້າໜ້າທີ່ ຣັດເຊຍ ໄດ້ກ່າວວ່າ ມີການຈັດການປະທ້ວງຂອງຝ່າຍຄ້ານທີ່ບໍ່ໄດ້ຮັບອະ
ນຸຍາດ.

ນັກ​ເຄື່ອນ​ໄຫວ​ຄົນ​ສຳ​ຄັນ ທ່ານ ລິວ​ບອ​ຟ ໂຊ​ໂບ​ລ ກໍ​ລວມ​ຢູ່​ໃນ​ຜູ້​ທີ່​ຖືກ​ຄວບ​ຄຸມ​ຕົວ,
ພ້ອມກັບນັກຂ່າວ 6 ຄົນ, ອີງຕາມການກ່າວຂອງອົງການຂ່າວ ຝຣັ່ງ. ຕຳຫຼວດໄດ້ຈັບ
ທ່ານ ໂຊໂບລ ຈາກລົດຕັກຊີ ກ່ອນການປະທ້ວງໄດ້ເລີ່ມຂຶ້ນ.

ບັນ​ດາ​ນັກ​ເຄື່ອນ​ໄຫວ​ໄດ້​ຮຽກ​ຮ້ອງ​ໃຫ້​ຈັດ​ການ​ປະ​ທ້ວງ ຫຼັງ​ຈາກ​ຜູ້​ລົງ​ແຂ່ງ​ຂັນ​ຝ່າຍ​
ຄ້ານຫຼາຍຄົນ ໄດ້ຖືກຫ້າມຈາກການເຂົ້າຮ່ວມໃນການເລືອກຕັ້ງສະພາເມືອງຂອງນະ
ຄອນຫຼວງ ມົສກູ ທີ່ຈະຈັດຂຶ້ນໃນເດືອນກັນຍານີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່ໆຕໍ່​ສູ້​ເພື່ອ​ການ​ເປັນ​ຜູ້​ລົງ​ແຂ່ງ​ຂັນ​ນັ້ນ ບໍ່​ສາ​ມາດ​ທີ່​ຈະ​ຮວບ​ຮວມເອົາ
ລາຍເຊັນຂອງແທ້ ເພື່ອລົງທະບຽນສຳລັບການເລືອກຕັ້ງ, ເຊິ່ງຖືກພິຈາລະນາວ່າ
ເປັນຄວາມພະຍາຍາມສຳລັບການເລືອກຕັ້ງສະພາແຫ່ງຊາດປີ 2021.

ຜູ້​ລົງ​ແຂ່ງ​ຂັ​ນ​ຝ່າຍ​ຄ້ານ​ບາງ​ຄົນ​ໄດ້​ຖືກ​ຈັບ​ເຂົ້າ​ຄຸກ ​ພ້ອມ​ກັບ​ນັກ​ການ​ເມືອງ​ຝ່າຍ​ຄ້ານ
ທ່ານ ອາເລັກເຊ ນາວາລນີ.

ຢູ່​ການ​ປະ​ທ້ວງ​ແຫ່ງ​ນຶ່ງ ທີ່​ມີ​ຈຸດ​ປະ​ສົງ​ດຽວ​ກັນ​ໃນ​ສັບ​ປະ​ດາ​ແລ້ວນີ້ ໃນ​ລະ​ຫວ່າງການ
ປະທ້ວງນັ້ນ ໄດ້ມີການກໍ່ຄວາມຮຸນແຮງເກີດຂຶ້ນ, ຕຳຫຼວດໄດ້ຈັບຫຼາຍກວ່າ 1,000
ຄົນ, ເຮັດໃຫ້ມີການກ່າວປະນາມຢ່າງກວ້າງຂວາງຈາກທົ່ວໂລກ.

ບັນ​ດາ​ນັກສືບ​ສວນ​ສອບ​ສວນ ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້​ວ່າ ເຂົາ​ເຈົ້າ​ໄດ້​ເປີດ
ການສືບສວນສອບສວນການກໍ່ອາຊະຍາກຳ ຕໍ່ການກ່າວຫາວ່າທ່ານ ນາວາລນີ ໄດ້
ຟອກເງິນຫຼາຍກວ່າ 15 ລ້ານໂດລາ ຜ່ານມູນນິທິຕໍ່ຕ້ານການສໍ້ລາດບັງຫຼວງຂອງທ່ານ.

ທ່ານ​ ນາ​ວາ​ລ​ນີ ແລະ ມັນ​ທະ​ມິດ​ຂອງ​ທ່ານ​ໄດ້​ກ່າ​ວວ່າ ມູນ​ນິ​ທິ​ດັ່ງ​ກ່າວ​ໄດ້​ຮັບ​ທຶນມາ
ຢ່າງໂປ່ງໃສ ຜ່ານການບໍລິຈາກຂອງສາທາລະນະ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG