ຜູ້ໄກ່ເກ່ຍຄົນນຶ່ງ ຈາກສະຫະພາບອາຟຣິກາ ກ່າວວ່າ ສະພາປົກຄອງຊົ່ວຄາວຂອງພວກທະຫານຊູດານ ແລະພວກຜູ້ນຳໃນການປະທ້ວງ ບັນລຸການຕົກລົງ ກັນແລ້ວ ໃນການສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ ທີ່ຈະນຳໄປສູ່ການປົກ ຄອງຂອງພົນລະເຮືອນ.
ທ່ານໂມຮຳເໝັດ ແອລ ຮາເຊນ ລາບັດ ຜູ້ໄກ່ເກ່ຍຂອງສະຫະພາບອາຟຣິກາ ກ່າວໃນວັນເສົາມື້ນີ້ ຊຶ່ງບໍ່ໄດ້ໃຫ້ລາຍລະອຽດຫຍັງຫຼາຍ ໂດຍເວົ້າວ່າ “ຂ້າພະເຈົ້າຂໍປະກາດ ຕໍ່ປະຊາຊົນຊູດານ ປະຊາຊົນອາຟຣິກາ ແລະຫາງສຽງປະຊາຊົນນາໆຊາດວ່າ ຄະນະຜູ້ແທນຂອງທັງສອງຝ່າຍ ໄດ້ຕົກລົງກັນໂດຍເຕັມ ກ່ຽວກັບຄຳປະກາດ ຢູ່ໃນລັດຖະທຳມະນູນ.”
ເປັນທີ່ຄາດກັນວ່າ ການເຈລະຈາຍັງຈະດຳເນີນຕໍ່ໄປ ເພື່ອຕົກລົງກັນກ່ຽວກັບບັນຫາທາງເຕັກນິກຕ່າງໆ.
ອົງການຂ່າວເອພີ ລາຍງານວ່າ ຂໍ້ຕົກລົງດັ່ງກ່າວນີ້ ຈະເຊັນກັນໃນວັນອາທິດມື້ອື່ນນີ້.
ຊູດານໄດ້ປະສົບກັບຄວາມວຸ້ນວາຍຍ້ອນການເດີນຂະບວນປະທ້ວງມາໄດ້ຫຼາຍເດືອນແລ້ວ ຊຶ່ງການປະທ້ວງເທື່ອທຳອິດ ເລີ້ມຂຶ້ນໃນເດືອນທັນວາປີກາຍຍ້ອນການຂຶ້ນລາຄານ້ຳມັນເຊື້ອໄຟ.
ພວກປະທ້ວງ ໄດ້ຮຽກຮ້ອງເພີ້ມຕື່ມ ໃຫ້ມີການປ່ຽນແປງທາງດ້ານການເມືອງເຖິງແມ່ນຫຼັງຈາກອະດີດປະທານາທິບໍດີໂອມາ ອາລ-ບາເຊຍ ໄດ້ຖືກພວກທະຫານໂຄ່ນລົ້ມໄປແລ້ວ. ທ່ານບາເຊຍປົກຄອງຊູດານມາເປັນເວລາ 30 ປີ ກ່ອນທີ່ພວກທະຫານ ໂຄ່ນລົ້ມທ່ານ ໃນວັນທີ 11 ເມສາ.
ຜູ້ນຳຂອງສະພາປົກຄອງຊົ່ວຄາວທະຫານ ໄດ້ຕົກລົງໃນເດືອນກໍລະກົດຜ່ານມາທີ່ຈະສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ ຫຼັງຈາກການປະທ້ວງຮຸນແຮງເປັນເວລາສາມເດືອນ ທີ່ເຮັດໃຫ້ພວກເດີນຂະບວນປະທ້ວງເພື່ອປະຊາທິປະໄຕຫຼາຍຮ້ອຍຄົນເສຍຊີວິດ.