ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ຖອນ​ໂຕ ອອກຈາກ​ ສົນ​ທິ​ສັນ​ຍາ ກຳ​ລັງ​ນິວ​ເຄ​ລຍ ໄລ​ຍະ​ປານ​ກາງ


ທູດ​ທະ​ຫານ ແລະ​ພວກ​ນັກ​​ຂ່າວ ໄປ​ຮ່ວມ​ການ​ຖະ​ແຫຼງ​ຂ່າວ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ກ່ຽວ​ກັບ ລູກ​ສອນ​ໄຟ
9M729 ທີ່​ເມືອງ ກູ​​ບິງ​ກາ (23 ມັງ​ກອນ 2019)
ທູດ​ທະ​ຫານ ແລະ​ພວກ​ນັກ​​ຂ່າວ ໄປ​ຮ່ວມ​ການ​ຖະ​ແຫຼງ​ຂ່າວ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ກ່ຽວ​ກັບ ລູກ​ສອນ​ໄຟ 9M729 ທີ່​ເມືອງ ກູ​​ບິງ​ກາ (23 ມັງ​ກອນ 2019)

ສະ​ຫະ​ລັດ ໃນ​ວັນ​ສຸກວານນີ້ໄດ້​ຖອນ​ໂຕ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ກຳ​ລັງ​ນິວ​ເຄ​ລຍ​ໄລ​ຍະ​ປານ​ກາງ​ ຫຼື INF ເພື່ອ​ວ່າ​ຈະ​ສາ​ມາດ ​ສ້າງລູກ​ສອນ​ໄຟ​ຊະ​ນິດ​ໃໝ່ ຫຼັງ​ ຈາກ​ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ທຳ​ລາຍ​ລູກ​ສອນ​ໄຟ​ຊະ​ນິດ​ໃໝ່​ຂອງ​ຕົນ ທີ່​ອົງການ​ເນ​ໂຕ້​ເວົ້າ​ວ່າ ລະ​ເມີດ​ຕໍ່​ສົນ​ທິ​ສັນ​ຍາ​ສະ​ບັບ​ນີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ວ່າ “ຣັດ​ເຊຍ​ບໍ່​ໄດ້​ກັບ​ຄືນ​ໄປ​ສູ່ ການ​ປະ​ຕິ​ບັດ​ຕາມ​ໂດຍ​ເຕັມ ​ແລະ​ກວດ​ສອບ​ໄດ້ ໂດຍ​ຜ່ານການ​ທຳ​ລາຍ​ລະ​ບົບລູກ​ສອນ​ໄຟທີ່​ບໍ່​ຖືກຕ້ອງຕາມ​ສົນ​ທິ​ສັນ​ຍາ ຄື​ລູກ​ສອນ​ໄຟ SSC-8 ຫຼື 9M729 ​ຊຶ່ງ​ເປັນ​ລູກ​ສອນ​ໄຟນຳ​ວິ​ຖີ ​ທີ່​ຍິງ​ຈາກ​ພາກ​ພື້ນ​ດິນ​ແລະມີ​ໄລ​ຍະ​ປານ​ກາງນັ້ນ. ຣັດ​ເຊຍ ​ເປັນ​ຜູ້​ຮັບ​ຜິດ​ຊອບ​ແຕ່​ພຽງ​ຜູ້​ດຽວ ຕໍ່​ການ​ແຕກ​ຫັກລົງ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ.”

ທ່ານ​ພອມ​ພຽວ ກ່າວ​ເພີ້ມ​ຕື່ມ ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ສະ​ຫະ​ລັດ “ຈະ​ບໍ່​ເປັນ​ພາ​ຄີ​ຢູ່​ໃນ​ສົນ​ທິ​ສັນ​ຍາ ທີ່​ມີ​ການ​ລ່ວງ​ລະ​ເມີດ​ດ້ວຍ​ຄວາມ​ຕັ້ງ​ໃຈ​ໂດຍ​ຣັດ​ເຊຍ. ການບໍ່​ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ​ຂອງ​ຣັດ​ເຊຍ ເຮັດ​ໃຫ້​ຜົນ​ປະ​ໂຫຍດ​ຂອງ​ສະ​ຫະ​ລັດຕົກ​ຢູ່​ໃນ​ອັນ​ຕະ​ລາຍ ໃນ​ຂະ​ນະ​ທີ່​ຣັດ​ເຊຍ​ພັດ​ທະ​ນາ​ແລະ​ຕິດ​ຕັ້ງ​ລະ​ບົບ​ລູກ​ສອນໄຟ​ທີ່​ລະ​ເມີດ​ຕໍ່​ສົນ​ທິ​ສັນ​ຍາ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າເປັນ​ໄພ​ຂົ່ມ​ຂູ່​ໂດຍ​ກົງ​ຕໍ່​ສະ​ຫະລັດ ຕໍ່​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກ​ເຮົາ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ມາກ ແອັ​ສ​ເພີ ກ່າວ​ວ່າ ການ​ຖອນ​ໂຕນີ້ ຈະ​ອຳ​ນວຍ​ໃຫ້​ສະ​ຫະ​ລັດ​ ສາ​ມາດ​ພັດ​ທະ​ນາ​ລູກ​ສອນ​ໄຟ​ທຳມະ​ດາ​ຊະ​ນິດ​ໃໝ່​ຂອງ​ຕົນ​ໄດ້.

ທ່ານ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ເວ​ລານີ້ ພວກ​ເຮົາ​ໄດ້​ຖອນ​ໂຕ​ແລ້ວຍ ກະ​ຊວງປ້ອງ​ກັນ​ປະ​ເທດ​ຈະ​ດຳ​ເນີນ​ກາ​ນ​ຢ່າງ​ເຕັມ​ທີ່ເພື່ອ​ພັດ​ທະ​ນາ​ລູກ​ສອນ​ໄຟ​ທີ່​ຍິງ​ຈາກພາກ​ພື້ນ​ດິນ​ເຫຼົ່າ​ນີ້ເພື່ອ​ເປັນ​ການ​ຮັບ​ມື​ແບບ​ຮອບ​ຄອບ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ຣັດ​ເຊຍ.”

ເມື່ອ​ມີ​ການ​ຖາມ​ກ່ຽວ​ກັບ​ການ​ຖອນ​ໂຕ​ອອກ​ຈາກ​ສົນ​ທິ​ສັນ​ຍາ INF ປະ​ທາ​ນາ​ທິ​ບໍ​ດີ​ ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ສວນ​ຫຍ້າ​ດ້ານ​ໃຕ້​ຂອງ​ທຳ​ນຽບ​ຂາວໃນ​ວັນ​ສຸກວານນີ້​ວ່າ ຣັດ​ເຊຍ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ຄວາມ​ໝັ້ນ​ໝາຍ​ຂອງ​ຕົນ ແລະກ່າວ​ວ່າ ພວກ​ເຮົາ “ຈຳ​ເປັນ​ຕ້ອງ​ໄດ້​ນຳ​ໜ້າ​ສະ​ເໝີ.”

ທ່ານ​ກ່າວ​ວ່າ ຫວັງ​ວ່າຂໍ້​ຕົກ​ລົງ​ສະ​ບັບ​ໃໝ່​ຈະ​ສາ​ມາດ​ບັນ​ລຸ​ກັນ​ໄດ້ ເພື່ອ​ໃຊ້​ແທນ​ສົນ​ທິ​ສັນ​ຍາ​ສະ​ໄໝ​ສົງ​ຄາມ​ເຢັນ​ດັ່ງ​ກ່າວ ແລະ​ເວົ້າ​ວ່າ ຂໍ້​ຕົກ​ລົງ​ໃໝ່​ນີ້ ຄວນ​ຈະຮວມ​ທັງ​ຈີນ ແຕ່​ໃນ​ຂະ​ນະ​ດຽວ​ກັນ​ກໍ​ກ່າວ​ວ່າ “ພວກ​ເຮົາ​ມີ​ຈະ​ມີ​ອາ​ວຸດ​ນິວ​ເຄ​ລຍຊະ​ນິດ​ໃໝ່​ໄວໆ​ນີ້.”

ທ່ານ​ທ​ຣຳຕອບ​ຄຳ​ຖາມ​ຂອງວີ​ໂອ​ເອ ໃນ​ຕອນ​ບ່າຍ​ວັນ​ພະ​ຫັດ​ວານນີ້​ວ່າ “ຣັດ​ເຊຍ​ຢາກ​ຈະ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ນິວ​ເຄ​ລຍ ແລະ​ນັ້ນ ຂ້າ​ພະ​ເຈົ້າ​ກໍ​ບໍ່​ມີ​ການ​ຂັດ​ຂ້ອງ​ຫຍັງ. ພວກ​ເຂົາ​ເຈົ້າ​ຢາກ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ​ແລະກໍ​ເຊັ່ນ​ດຽວ​ກັນ ກັບ​ຂ້າ​ພະ​ເຈົ້າ​ຈະ​ເຮັດ.”

ຢູ່​ໃນ​ຖະ​ແຫຼງ​ການ​ຂອງ​ທ່ານ ທ່ານ​ພອ​ມ​ພຽວ​ ຮຽກ​ຮ້ອງ​ໃຫ້ ​ຣັດ​ເຊຍ ແລະ​ຈີນ “ເຂົ້າ​ຮ່ວມ​ກັບ​ພວກ​ເຮົາ​ໃນ​ໂອ​ກາດນີ້ ເພື່ອ​ນຳ​ເອົາ​ຜົນ​ຂອງ​ຄວາມ​ໝັ້ນ​ຄົງ​ທີ່​ແທ້ຈິງ ມາ​ສູ່​ປະ​ເທດ​ຂອງ​ພວກ​ເຮົາ ແລະ​ທົ່ວ​ທັງ​ໂລກ​ນຳ​ດ້ວຍ.”

ອ່ານ​ຂ່າວນີ້​ຕ​ື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG