ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ທີ່ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ເລືອກ​ເປັນ ຜູ້​ອຳ​ນວຍ​ການ ສືບ​ລັບ​ແຫ່ງ​ຊາດ ຖອ​ນ​ໂຕ​ແລ້ວ


​ສະ​ມາ​ຊິກ​ສະ​ພາ​ຕ່ຳ ຈອນ ແຣັດ​ຄ​​ລິບ ພວມ​ສອບ​ຖາມ​ໄອ​ຍະ​ການ​ພິ​ເສດ ໂຣ​ເບີດ ມັ​ລ​ເລີ ເມື່ອ​ວັນ​ທີ 24 ກໍ​ລະ​ກົດ 2019.
​ສະ​ມາ​ຊິກ​ສະ​ພາ​ຕ່ຳ ຈອນ ແຣັດ​ຄ​​ລິບ ພວມ​ສອບ​ຖາມ​ໄອ​ຍະ​ການ​ພິ​ເສດ ໂຣ​ເບີດ ມັ​ລ​ເລີ ເມື່ອ​ວັນ​ທີ 24 ກໍ​ລະ​ກົດ 2019.

ຜູ້​ທີ່​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ​ ທ​ຣຳ ເລືອກ​ໃຫ້​ເປັນ​ຫົວ​ໜ້າ​ສືບ​ລັບໄດ້​ຖອນ​ຕົວ​ຈາ​ກການ​ພິ​ຈາ​ລະ​ນາ​ເພື່ອຮັບຮອງ​ເອົາ​ການ​ແຕ່ງ​ຕັ້ງຫຼັງ​ຈາກ​ໄດ້​ມີ​ຄຳ​ຖາມ​ເພີ້ມຂຶ້ນ​ກ່ຽວ​ກັບ​ຄຸນ​ນະ​ວຸດ​ທິ​ແລະ​ປະ​ສົບ​ພະ​ການ​ຂອງ​ທ່ານ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຂຽນ​ລົງ​ທວີດ​ເຕີ້ເມື່ອ​ວັນ​ສຸກວານນີ້​ວ່າ ສະ​ມາ​ຊິກ​ສະ​ພາ​ຕ່ຳ ຈອນ ແຣັດ​ຄ​ລິບ (John Ratcliffe) ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດນັ້ນ “ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຢູ່​ໃນ​ສະ​ພາ​ຕໍ່​ໄປ ບ່ອນ​ທີ່​ທ່ານ​ໄດ້ເຮັດ​ວຽກ​ຢ່າງ​ບໍ່​ຮູ້​ອິດ​ເມື່ອຍ ຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ໃນ​ລັດ​ເທັກ​ຊັ​ສ ແລະ​ປະ​ເທດຂອງ​ພວກ​ເຮົາ.”

​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຖິ້ມ​ໂທດ​ໃສ່​ການກວດ​ສອບ​ຂອງ​ສື່ມວນ​ຊົນ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈໃນ​ການແຕ່ງ​ຕັ້ງ​ນີ້ ໂດຍ​ກ່າວຕໍ່​ພວກ​ນັກ​ຂ່າວໃນ​ວັນ​ສຸກວານນີ້​ທີ່​ເດີ່ນ​ກ້ຳ​ໃຕ້​ຂອງທຳ​ນຽບ​ຂາວ​ວ່າ ທ່ານ​ແຣັດ​ຄ​ລິບ ໄດ້​ຮັບ​ການ​ປະ​ຕິ​ບັດ​ ແບບ​ບໍ່​ຍຸ​ຕິ​ທຳ​ຈາກ​ອົງ​ການ​ຂ່າວ ແລະ​ເວົ້າ​ວ່າ ຂັ້ນ​ຕອນ​ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ ໃນ​ການ​ສະ​ເໜີ​ຊື່ຂອງ​ທ່ານ ຈະ​ເປັນຊ່ວງ​ເວ​ລາ “ທີ່ຍາວ​ນານ ຫຍຸ້ງ​ຍາກ.”

ການ​ຂໍ​ຖອນ​ຊື່​ມີ​ຂຶ້ນ​ພຽງ​ຫ້າມື້ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳໄດ້​ສ້າງ​ຄວາມ​ແປກໃຈ​ໃຫ້​ແກ່​ຫຼາຍໆ​ຄົນ​ໃນ​ວໍ​ຊິງ​ຕັນ ທີ່​ໄດ້ສະ​ເໜີ​ແຕ່ງ​ຕັ້ງ​ທ່ານ​ແຣັດ​ຄ​ລິບ ຊຶ່ງ​ເປັນ​ຜູ້​ທີ່​ຈົງຮັກ​ພັກ​ດີ​ຕໍ່​ທ່ານ​ທ​ຣຳ ແລະ​ເປັນ​ສະ​ມາ​ຊິກ​ທີ່​ນ້ອຍ​ສຸດ​ໃນ​ຄະ​ນະ​ກຳ​ມະ​ການ​ສືບລັບ​ຂອງ​ສະ​ພາ​ຕ່ຳ.

​ທ່ານ​ແຣັດ​ຄ​ລິບປະ​ເຊີນ​ກັບ​ການກວດ​ສອບ​ກ່ຽວ​ກັບ​ພາກ​ສ່ວນ​ທີ່​ເວົ້າ​ເກີນ​ຄວາມ​ຈິງ​ຢູ່​ໃນ​ຊີ​ວະ​ປະ​ຫວັດແລະ​ການ​ຂາດ​ປະ​ສົບ​ພະ​ການ​ຂອງ​ທ່ານ ໃນ​ດ້ານ​ສືບ​ລັບ. ນັບ​ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ແຕ່ງ​ຕັ້ງ​ທ່ານ​ແຣັດ​ຄ​ລິບ​ແລ້ວ ສື່ມວນ​ຊົນ​ຂອງສະ​ຫະ​ລັດ​ລາຍ​ງານ​ວ່າ ​ທ່ານ​ແຣັດ​ຄ​ລິບ ອາດເວົ້າ​ໂຍກ​ເກີນ​ໄປ ກ່ຽວ​ກັບ​ເລື້ອງຄວາມ​ສຳ​ເລັດ​ຂອງ​ທ່ານໃນ​ການ​ເປັນ​ໄອ​ຍະ​ການ​ຢູ່​ລັດ​ເທັກ​ຊັ​ສ.

ທ່ານ​ທ​ຣຳ​ກ່າວ​ວ່າ ທ່ານ​ຈະ​ປະ​ກາດ​ກ່ຽວ​ກັບ​ການ​ແຕ່ງ​ຕັ້ງ​ໃໝ່ ໃນ​ອີກ "ບໍ່​ດົນ" ເພື່ອມາ​ຮັບ​ຕຳ​ແໜ່ງ​ແທນ​ທ່ານ​ແດນ ໂຄດ​ສ໌ ທີ່​ໄດ້​ລາ​ອອກ ​ໃນ​ອາ​ທິດ​ແລ້ວນີ້. ທ່ານ​ເວົ້າ​ວ່າ ທ່ານ​ຈະ​ທົບ​ທວນ​ເບິ່ງ​ຜູ້​ສະ​ໝັກ 3 ຄົນ​ໃນ​ທ້າຍ​ອາ​ທິດນີ້.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ທ່ານ​ຈະພິ​ຈາ​ລະສະ​ເໜີ​ຊື່​ທ່ານ​ນາງ ຊູ ກໍ​ດ​ອນ ເຈົ້າ​ໜ້າ​ທີ່​ໝາຍ​ເລກ​ສອງ​ໃນ​ອົງ​ການ​ສືບ​ລັບ ຂຶ້ນ​ເປັນ​ຜູ້​ອຳນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ. ແຕ່​ແນວ​ໃດ​ກໍ​ຕາມ ສະ​ມາ​ຊິກ​ພັກ​ຣີ​ພັບບ​ລີ​ກັນ​ທີ່​ເປັນ​ພັນ​ທະ​ມິດ ໄດ້​ສະ​ແດງ​ຄວາມ​ກັງ​ວົນ​ກ່ຽວ​ກັບ​ທ່ານ​ນາງ ກໍ​ດອນ ຊຶ່ງ​ລູກ​ຊາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ດໍ​ໂນ​ລ ທ​ຣຳ ຈູ​ເນຍ ໄດ້​ຂຽນ​ຂໍ້​ຄວາມລົງ​ໃນ​ທວີດ​ເຕີ້​ວ່າ ຖ້າ​ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັອ ສະ​ໜັບ​ສະ​ໜຸນ​ທ່ານ​ນາງ​ກໍ​ດອນ “ຂ່າວ​ລື​ກ່ຽວ​ກັບ​ການ​ທີ່​ທ່ານ​ນາງ ເປັນ​ເພື່ອນ​ທີ່​ດີ​ກັບ​ອະ​ດີດ​ຜູ້​ອຳ​ນວຍ​ການ​ອົງການ​ຊີ​ໄອ​ເອທ່ານ​ຈອນ ເບ​ຣັນ​ເນັນແລະ​ພະ​ນັກ​ງານ​ໃນ​ຖັນແຖວ​ທັງ​ໝົດ​ຕ້ອງເປັນ​ຄວາມ​ຈິງ 100 ເປີ​ເຊັນ.”

ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ສູງ ທ່ານຊັກ ຊູ​ເມີ ກ່າວ​ໃນ​ວັນ​ສຸກວານນີ້​ວ່​າ​ທ່ານ​ແຣັດ​ຄ​ລິບ “ບໍ່​ຄວນທີ່​ຈະ​ຖືກ​ນຳ​ມາ​ພິ​ຈາ​ລະ​ນາ​ເລີຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG