ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ​ພອມ​ພຽວ ກ່າວ​ວ່າ ພວກ​ເຮົາ ຢາກ​ໃຫ້​ມີ ເຂດ​ອິນ​ໂດ​ປາ​ຊີ​ຟິກ ທີ່​ເສ​ລີ ແລະ​ເປີດກວ້າງ


ທ່ານ​ໄມ​ຄຸ໌ ພອມ​ພຽວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ.
ທ່ານ​ໄມ​ຄຸ໌ ພອມ​ພຽວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ໃນ​ວັນ​ສຸກມື້ນີ້​ ໃນ​ລະ​ຫວ່າງ​ຄຳ​ປາ​ໄສ​ຕໍ່​ໂຄງ​ການ​ພວກ​ຜູ້​ນຳຊາວ​ໜຸ່ມ​ຢູ່​ໃນ​ຂົງ​ເຂດ ທີ່​ບາງກອກ ​ໂດຍ​ເວົ້າ​ວ່າ “ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ໄດ້​ລົງ​ທຶນ ໃນ ອະ​ທິ​ປະ​ໄຕ ຄວາມ​ສາ​ມາດ​ໃນ​ການ​ຟື້ນ​ໂຕ ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ ຂອງ​ແຕ່​ລະປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ວ່າ “ພວກ​ເຮົາ​ຢາກ​ໃຫ້​ມີ​ເຂດ​ອິນ​ໂດ​ປາ​ຊີ​ຟິກ​ທີ່​ເສ​ລີ​ແລະ​ເປີດ​ກວ້າງ ທີ່​ປະ​ກອບ​ດ້ວຍ ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດກົດ​ໝາຍ ມີການ​ເປີດກວ້າງ ​ມີ​ຄວາມ​ໂປ່ງ​ໃສ ການ​ປົກ​ຄອງ​ທີ່​ດີ ການ​ເຄົາ​ລົບຕໍ່​ອະ​ທິ​ປະ​ໄຕ​ຂອງ​ທຸກໆ​ປະ​ເທດ ​ແລະ​ການ​ເປັນ​ພາ​ຄີ​ທີ່​ແທ້​ຈິງ.”

ນອກນັ້ນ ທ່ານ​ພອມ​ພຽວ​ຍັງ​ໄດ້​ຕ້ອງ​ຕິ​ຈີນ​ ທີ່​ມີ “ການ​ປະ​ພຶດ​ບໍ່​ດີ​ມາ​ໄດ້​ຫຼາຍ​ທົດ​ສະ​ວັດ​” ແລ້ວ ທີ່​ເຮັດ​ໃຫ້​ການ​ຄ້າ​ເສ​ລີ​ຢຸດ​ຊະ​ງັກ​ລົງ. ທ່ານ​ກ່າວ​ວ່າ “ມັນ​ເຖິງ​ເວລາ​ແລ້ວ ທີ່​ຈະ​ຢຸດ​ເຮັດ​ແບບນັ້ນ.”

ທ່ານ​ພອມ​ພຽວ ທີ່ເດີນ​ທາງ​ໄປ​ບາງກອກ ເພື່ອ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ພວກ​ນັກ​ການ​ທູດ​ອາ​ຊ່ຽນ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ທ່ານ​ມີ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີທີ່​ການ​ເຈ​ລະ​ຈາ​ກັບ​ເກົາ​ຫຼີ​ເໜືອ​ຈະ​ເລີ້ມ​ຂຶ້ນ​ໃນ​ໄວ​ໆ​ນີ້ ຫຼັງ​ຈາກ​ທີ່​ມີ​ການ​ຄາດ​ວ່າການ​ພົບ​ປະ​ຂອງ​ທັງສອງ​ຝ່າຍ​ຢູ່​ທີ່​ປະ​ເທດ​ໄທ​ບໍ່​ໄດ້​ເກີດ​ຂຶ້ນ.

ທ່ານ​ພອມ​ພຽວ​ກ່າວ​ວ່າ ທ່ານ​ຮູ້​ສຶກ​ເສຍ​ໃຈ ທີ່​ບໍ່​ໄດ້​ມີ​ການ​ເຈ​ລະ​ຈາ​ເກີດ​ຂຶ້ນ​ຍ້ອນລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ເໜືອ ທ່ານ​ນີ ຢອງ ໂຮ ບໍ່​ໄດ້​ໄປ​ຮ່ວມ.

ທ່ານ​ພອມ​ພຽວ ກ່າວ​ຕໍ່​ພວກ​ນັກ​ຂ່າວ ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ​ທາງ​ການ​ທູດ​ກັບ​ເກົ າ​ຫຼີ​ເໜືອ ພວກ​ເຮົາ​ພ້ອມ​ແລ້ວທີ່​ຈະ​ລົງ​ມຶ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີ​ວ່າ ມັນ​ຈະ​ເກີດ​ຂຶ້ນໃນ​ອີກ​ບໍ່​ດົນນີ້. ພວກ​ເຮົາ​ຫວັງ​ວ່າ ຈະ​ໄດ້​ມີ​ການ​ກາດ ເລີ້ມ​ພົວ​ພັນ​ຄືນ​ກັບ​ພວກ​ເຂົາ​ເຈົ້າ ໃນວິ​ທີ​ທີ່​ເປັນ​ທາງ​ການ ທາງ​ດ້ານ​ການ​ທູດ.”

ພຽງ​ຢາງ​ຍັງ​ບໍ່​ທັນ​ສະ​ໜອງ​ຕອບ ຕໍ່​ຄວາມ​ປະ​ສົງ​ຂອງ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ທີ່​ຢາກ​ເປີດ​ການ​ເຈ​ລະ​ຈາ​ຄືນ​ໃໝ່.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ບໍ່​ໄດ້​ສະ​ແດງ​ຄວາມ​ກັງ​ວົນ​ໃດໆ ກ່ຽວ​ກັບ​ການ​ຍິງ​ທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້ສອງ​ລູກ ໃນ​ວັນ​ສຸກມື້ນີ້. ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຫ້າ​ແຈ​ກ່າວ​ວ່າ ລູກ​ສອນ​ໄຟ​ດັ່ງ​ກ່າວ ບໍ່​ໄດ້​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ເກົາ​ຫຼີ​ໃຕ້ ແລະ​ບໍ່​ໄດ້​ມີ​ຜົນກະ​ທົບ​ໃດໆ ຕໍ່​ການ​ປ້ອງ​ກັນ​ຂອງ​ພວກ​ເຮົາ.”

ທ່ານ​ພອມ​ພຽວ​ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ເປີດ​ການ​ເຈ​ລະ​ຈາ​ທີ່​ບາງກອກກັບທ່ານ​ຫວັງ ຢີ້ ລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ໃນ​ຂະ​ນະ​ທີ່​ຄວາມ​ເຕັ່ງ​ຕຶງ​ໃນເລື້ອງ​ການ​ຄ້າ​ ລະ​ຫວ່າງວໍ​ຊິງ​ຕັນ​ແລະ​ປັກ​ກິ່ງ​ເພີ້ມ​ທະ​ວີ​ຂຶ້ນ ແລະ​ຕໍ່​ອັນ​ທີ່​ສະ​ຫະ​ລັດ​ເອີ້ນ​ວ່າ ການ​ອ້າງ​ກຳ​ມະ​ສິດ​ເກີນ​ຂອບ​ເຂດ​ໃນ​ທະ​ເລ​ຈີນ​ໃຕ້.

ທ່ານ​ຫວັງ ຢີ້ ກ່າວ​ວ່າ ການ​ສົນ​ທະ​ນາ​ຫາ​ລື​ດັ່ງ​ກ່າວນີ້ ໄດ້​ຊ່ວຍ “ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ກັນ​ຫຼາຍ​ຂຶ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG