ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຈີນ​ຕ້ອງ​ຕິ ການ​ສະ​ເໜີ ຂຶ້ນ​ພາ​ສີ 10 ເປີ​ເຊັນ ຂອງ ປ. ທ​ຣຳ ຕໍ່​ສິນ​ຄ້າ​ຂອງ​ຈີນ ໃນ​ມູນ​ຄ່າ 300 ຕື້​ໂດ​ລາ


​ພວກ​ຄົນ​ງານ ທີ່​ພວມ​ເຮັດ​ວຽກ ຢູ່​ຮ້ານ​ຂາຍ​ຜ້າ​ແພແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ປັກ​ກ​ກິ່ງ ປະ​ເທດ​ຈີນ.
​ພວກ​ຄົນ​ງານ ທີ່​ພວມ​ເຮັດ​ວຽກ ຢູ່​ຮ້ານ​ຂາຍ​ຜ້າ​ແພແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ປັກ​ກ​ກິ່ງ ປະ​ເທດ​ຈີນ.

ຈີນ​ຕ້ອ​ງ​ຕິ​ຂໍ້​ສະ​ເໜີຂຶ້​ນ​ພາ​ສີຂອງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫ​ະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຕໍ່​ສິນ​ຄ້າ​ຂອງ​ຈີນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ຢິ ໄດ້​ຖະ​ແຫຼງ​ຢູ່​ທີ່​ບາງ ກອກ ບ່ອນ​ທີ່​ທ່ານ​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພູ​ມີ​ພາກໂດຍ​ກ່າວ​ວ່າ “ການເກັບ​ພາ​ສີ ແນ່ນອນ ແມ່ນ​ເປັນ​ວິ​ທີ​ທາງ​ທີ່​ບໍ່​ຖືກ​ຕ້ອງໃນ​ການ​ແກ້​ໄຂ​ບັນ​ຫາ​ຂັດແຍ້ງ​ເລື້ອງ​ການ​ຄ້າ.”

ສົງ​ຄາມ​ການ​ຄ້າ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ​ໄດ້​ເພີ້ມ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ໃນ​ວັນ​ພະ​ຫັດວານນີ້ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ກ່າວ​ວ່າ ທ່ານ​ຈະ​ຂຶ້ນ​ພາ​ສີ​ຕື່ມ 10 ເປີ​ເຊັນ​ຕໍ່​ສິນ​ຄ້າ​ຂອງ​ຈີນ​ບາງ​ຊະ​ນິດ ນຶ່ງມື້​ຫຼັງ​ຈາກ​ປະ​ເທດ​ມະ​ຫາ​ອຳ​ນາດ​ທັງ​ສອງ​ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ​ທາງ​ດ້ານ​ການ​ຄ້າ ໃນ​ເດືອນ​ຈະມານີ້.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ການ​ເຈ​ລະ​ຈາ​ທາງ​ດ້ານ​ການຄ້າ​ຈະ​ດຳ​ເນີນ​ຕໍ່​ໄປ ແລະ​ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ຢູ່ນັ້ນສະ​ຫະ​ລັດ​ຈະ​ເລີ້ມໃນ​ວັນ​ທີ 1 ກັນ​ຍາ ເກັບ​ພາ​ສີ​ນ້ອຍໆ​ຕື່ມ​ອີກ 10 ເປີ​ເຊັນ ຕໍ່​ສິນ​ຄ້າ​ແລະ​ຜະລິດ​ຕະ​ພັນ​ທີ່​ຍັງ​ເຫຼືອ​ຢູ່ 300 ພັນ​ລ້ານ​ໂດ​ລາທີ່​ມາ​ຈາກ​ຈີນເຂົ້າ​ມາ​ໃນ​ປະ​ເທດຂອງ​ພວກ​ເຮົາ. ນີ້​ຈະ​ບໍ່​ຮວມ​ທັງ 250 ພັນ​ລ້ານ​ໂດ​ລາທີ່​ໄດ້​ເກັບ​ພາ​ສີໄປ​ແລ້ວ 25 ເປີ​ເຊັນ.”

ນອກນັ້ນທ່ານ​ທ​ຣຳ​ຍັງ​ໄດ້​ກ່າວ​ຫາ​ຈີນ​ວ່າ ບໍ່​ຍອມ​ຊື້​ຜະ​ລິດ​ຕະ​ພັນ​ກະ​ເສດ​ຕະ​ກຳ​ຂອງ​ສະ​ຫະ​ລັດ​ເພີ້ມ​ຕື່ມ ແລະ​ຢຸດ​ເຊົາ​ຂາຍ​ຢາ​ໂອ​ປອຍ​ເຟັນ​ຕາ​ນິ​ລມາ​ຍັງ​ສະ​ຫະລັດ. ທ່ານ​ເວົ້າ​ວ່າ “ຈີນ​ໄດ້​ຕົກ​ລົງ ​ທີ່​ຈະ​ຊື້​ຜະ​ລິດ​ຕະ​ພັນ​ກະ​ເສດ​ຕະ​ກຳ​ຈາກ​ສະ​ຫະລັດ​ໃນ​ປະ​ລິ​ມານ​ຫຼວງ​ຫຼາຍ ແຕ່​ບໍ່​ໄດ້​ເຮັດ​ຈັ່ງ​ຊັ້ນ. ຍິ່ງ​ໄປ​ກວ່ານັ້ນ ເພື່ອນ​ຂ້າເຈົ້າ ປະ​ທານ​ປະ​ເທດ​ສີຍັງເວົ້າ​ວ່າ ​ທ່ານ​ຈະ​ເຊົາ​ຂາຍ​ຢາ​ເຟັນ​ຕາ​ນິ​ລ​ ໃຫ້​ສະ​ຫະລັດ ​ເລື້ອງ​ນີ້ບໍ່​ໄດ້​ມີ​ຂຶ້ນ​ເລີຍ ແລະ​ຊາວ​ອາ​ເມ​ຣິ​ກັນ​ຈຳ​ນວນ​ຫຼວງຫຼາຍ​ ຍັງ​ສືບ​ຕໍ່
ເສຍ​ຊີ​ວິດ​ຍ້ອນ​ຢາ​ດັ່ງ​ກ່າວ.”

ໃນ​ຂະ​ນະ​ທີ່​ການ​ເກັບ​ພາ​ສີ​ຮອບ​ກ່ອນໆ​ແມ່​ແນ​ເປົ້າ​ໝາຍ​ຕົ້ນ​ຕໍ​ໃສ່​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ ແຕ່​ການ​ເກັບ​ພາ​ສີ​ຮອບ​ໃໝ່​ນີ້ ແມ່ນ​ຈະ​ແນ​ໃສ່​ຜະ​ລິດ​ຕະ​ພັ​ນ​ສຳລັບ​ຜູ້​ບໍ​ຣິ​ໂພກ ເຊັ່ນ​ໂທ​ລະ​ສັບ​ມື​ຖື ແລະ​ເຄື່ອງ​ນຸ່ງຫົ່ມ​.

ການ​ເກັບ​ພາ​ສີ​ຮອບ​ສຸດ​ທ້າຍນີ້​ມີ​ຂຶ້ນ​ນຶ່ງມື້​ຫຼັງ​ຈາກ​ການ​ເຈ​ລະ​ຈາ​ທາງ​ດ້ານ​ການ​ຄ້າ​ຮອບ​ຫຼ້າ​ສຸດ ​ລະ​ຫວ່າງ​ພວກ​ຜູ້​ແທນ​ຂອງ​ສະ​ຫະ​ລັດ​ແລະ​ຈີນ ​ໄດ້​ສິ້ນ​ສຸດ​ລົງ​ທີ່​ນະ​ຄອນ​ຊຽງ​ໄຮ້ ໂດຍຕົກ​ລົງ​ທີ່​ຈະ​ພົບ​ປະ​ກັນ​ອີກ ໃນ​ເດືອນ​ໜ້າ ຢູ່​ທີ່​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG