ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຖອນ​ໂຕ ອອກ​ຈາກ ສົນ​ທິ​ສັນ​ຍາ ກຳ​ລັງ​ນິວ​ເຄ​ລຍ ໄລ​ຍະ​ປານ​ກາງ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຄຳ​ປາ​ໄສ ລະ​ຫວ່າງ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຊັງ​ຕີ​ອາ​ໂກ ປະ​ເທດ​ຊີ​ເລ ເມື່ອ​ວັນ​ທີ 12 ເມ​ສາ ປີ 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ຄຳ​ປາ​ໄສ ລະ​ຫວ່າງ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຊັງ​ຕີ​ອາ​ໂກ ປະ​ເທດ​ຊີ​ເລ ເມື່ອ​ວັນ​ທີ 12 ເມ​ສາ ປີ 2019.

ສະ​ຫະ​ລັດ ໃນ​ວັນ​ສຸກມື້ນີ້ ໄດ້​ຖອນ​ໂຕ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ກຳ​ລັງ​ນິວ​ເຄ​ລຍ​ໄລ​ຍະ​ປານ​ກາງ​ ຫຼື INF ເພື່ອ​ວ່າ​ຈະ​ສາ​ມາດ ​ສ້າງ​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ຊະ​ນິດ​ໃໝ່ຫຼັງ​ຈາກ​ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ທຳ​ລາຍ​ລູກ​ສອນ​ໄຟ​ຊະ​ນິດ​ໃໝ່​ຂອງ​ຕົນ ທີ່​ອົງການ​ເນ​ໂຕ້​ເວົ້າ​ວ່າ ລະ​ເມີດ​ຕໍ່​ສົນ​ທິ​ສັນ​ຍາ​ສະ​ບັບ​ນີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ວ່າ “ຣັດ​ເຊຍ​ບໍ່​ໄດ້​ກັບ​ຄືນ​ໄປ​ສູ່ ການ​ປະ​ຕິ​ບັດ​ຕາມ​ໂດຍ​ເຕັມ ​ແລະ​ກວດ​ສອບ​ໄດ້ ໂດຍ​ຜ່ານການ​ທຳ​ລາຍ​ລະ​ບົບລູກ​ສອນ​ໄຟ ທີ່​ບໍ່​ຖືກ​ຕ້ອງຕາມ​ສົນ​ທິ​ສັນ​ຍາ ຄື​ລູກ​ສອນ​ໄຟ SSC-8 ຫຼື 9M729 ​ຊຶ່ງ​ເປັນ​ລູກ​ສອນ​ໄຟນຳ​ວິ​ຖີ ​ທີ່​ຍິງ​ຈາກ​ພາກ​ພື້ນ​ດິນ​ແລະມີ​ໄລ​ຍະ​ປານ​ກາງນັ້ນ. ຣັດ​ເຊຍ​ເປັນ​ຜູ້​ຮັບ​ຜິດ​ຊອບ​ແຕ່​ພຽງ​ຜູ້​ດຽວຕໍ່​ການ​ແຕກ​ຫັກລົງ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວນີ້.”

ທ່ານ​ພອມ​ພຽວ ກ່າວ​ເພີ້ມ​ຕື່ມ ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ສະ​ຫະ​ລັດ “ຈະ​ບໍ່​ເປັນ​ພາ​ຄີ​ຢູ່​ໃນ​ສົນ​ທິ​ສັນ​ຍາ ທີ່​ມີ​ການ​ລ່ວງ​ລະ​ເມີດ​ດ້ວຍ​ຄວາມ​ຕັ້ງ​ໃຈ​ໂດຍ​ຣັດ​ເຊຍ. ການບໍ່​ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ​ຂອງ​ຣັດ​ເຊຍ ເຮັດ​ໃຫ້​ຜົນ​ປະ​ໂຫຍດ​ຂອງ​ສະ​ຫະ​ລັດຕົກ​ຢູ່​ໃນ​ອັນ​ຕະ​ລາຍ ໃນ​ຂະ​ນະ​ທີ່​ຣັດ​ເຊຍ​ພັດ​ທະ​ນາ​ແລະ​ຕິດ​ຕັ້ງ​ລະ​ບົບ​ລູກ​ສອນໄຟ​ທີ່​ລະ​ເມີດ​ຕໍ່​ສົນ​ທິ​ສັນ​ຍາ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າເປັນ​ໄພ​ຂົ່ມ​ຂູ່​ໂດຍ​ກົງ​ຕໍ່​ສະ​ຫະລັດ ຕໍ່​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກ​ເຮົາ.”

ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຫວັງ​ວ່າ ຂໍ້​ຕົກ​ລົງ​ສະ​ບັບ​ໃໝ່​ຈະ​ສາ​ມາດ​ບັນ​ລຸ​ກັນ​ໄດ້ ເພື່ອ​ໃຊ້​ແທນ​ສົນ​ທິ​ສັນ​ຍາ​ສະ​ໄໝ​ສົງ​ຄາມ​ເຢັນ​ດັ່ງ​ກ່າວນີ້.

ທ່ານ​ທ​ຣຳຕອບ​ຄຳ​ຖາມ​ຂອງວີ​ໂອ​ເອ ໃນ​ຕອນ​ບ່າຍ​ວັນ​ພະ​ຫັດ​ວານນີ້​ວ່າ “ຣັດ​ເຊຍ​ຢາກ​ຈະ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ນິວ​ເຄ​ລຍ ແລະ​ນັ້ນ ຂ້າ​ພະ​ເຈົ້າ​ກໍ​ບໍ່​ມີ​ຫຍັງຂັດ​ຂ້ອງ​. ພວກ​ເຂົາ​ເຈົ້າ​ຢາກ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ແລະກໍ​ເຊັ່ນ​ດຽວ​ກັນ ກັບ​ຂ້າ​ພະ​ເຈົ້າ​ຈະ​ເຮັດ.”

ແຕ່​ປະ​ທາ​ນາ​ທິ​ບໍ​ດີ ໃນ​ການ​ຖະ​ແຫຼງ ​ຢູ່​ເດີ່ນ​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ກ່ອນ​ຂຶ້ນ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ໄປ​ນັ້ນ ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ INF ເວ​ລາ​ທ່ານ​ໂອ້​ລົມ​ກັບ​ປະ ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນໃນ​ມື້​ກ່ອນນັ້ນ.

ຢູ່​ໃນ​ຖະ​ແຫຼງ​ການ​ຂອງ​ທ່ານ ທ່ານ​ພອ​ມ​ພຽວ​ ຮຽກ​ຮ້ອງ​ໃຫ້ ​ຣັດ​ເຊຍ ແລະ​ຈີນ “ເຂົ້າ​ຮ່ວມ​ກັບ​ພວກ​ເຮົາ​ໃນ​ໂອ​ກາດນີ້ ເພື່ອ​ນຳ​ເອົາ​ຜົນ​ຂອງ​ຄວາມ​ໝັ້ນ​ຄົງ​ທີ່​ແທ້ຈິງ ມາ​ສູ່​ປະ​ເທດ​ຂອງ​ພວກ​ເຮົາ ແລະ​ທົ່ວ​ທັງ​ໂລກ​ນຳ​ດ້ວຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG