ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ເດີນທາງໄປຮອດປະເທດໄທແລ້ວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊ່ຽນ ຊຶ່ງມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກເກົາຫຼີເໜືອໄດ້ຍິງລູກສອນໄຟຂີປະນາວຸດເທື່ອຫຼ້າສຸດ ຊຶ່ງເປັນການຍິງທົດລອງຄັ້ງທີສອງ ໃນໄລຍະບໍ່ຮອດນຶ່ງອາທິດ.
ທ່ານພອມພຽວເປັນເຈົ້າພາບຈັດກອງປະຊຸມສະຫະລັດກັບອາຊ່ຽນໃນວັນພະຫັດມື້ນີ້ໃນການພົບປະກັບຄູ່ຕຳແໜ່ງຂອງທ່ານທີ່ບາງກອກ ໂດຍກ່າວວ່າ ຫຼາຍທ່ານແມ່ນມີວິໄສທັດ ຄືກັນກັບທ່ານ ໃນເລື້ອງຄວາມໝັ້ນຄົງ ສັນຕິພາບ ແລະຄວາມວັດທະນາຖາວອນຂອງຂົງເຂດອິນໂດປາຊີຟິກ.
ທ່ານພອມພຽວກ່າວໃນລະຫວ່າງເປີດກອງປະຊຸມວ່າ “ນັບເປັນເວລາຫຼາຍທົດສະວັດມາແລ້ວ ການທູດຂອງອາເມຣິກັນກັບອາຊ່ຽນ ແມ່ນມີການນຳພາແບບສະເໝີຕົ້ນສະເໝີປາຍ ໃນຄວາມປະສົງຂອງພວກເຮົາຕໍ່ການເປັນພາຄີ ທີ່ໃຫ້ຄວາມເຄົາລົບ ຕໍ່ອະທິປະໄຕຂອງກັນແລະກັນ ສຳລັບປະເທດຂອງພວກເຮົາການມີຄວາມໝາຍໝັ້ນຮ່ວມກັນຕໍ່ພື້ນຖານຂອງການປົກຄອງດ້ວຍຕົວບົດກົດໝາຍ ແລະການເຕີບໂຕຂອງເສດຖະກິດແບບຍືນຍົງ.”
ນອກນັ້ນ ທ່ານຍັງຈະກ່າວຄຳປາໄສ ໃນການພົວພັນທາງດ້ານເສດຖະກິດຂອງສະຫະລັດກັບບັນດາປະເທດໃນຂົງເຂດ.
ໃນລະຫວ່າງທີ່ພວມເດີນທາງໄປປະເທດໄທນັ້ນ ມີການຖາມທ່ານພອມພຽວວ່າ ການເຈລະຈາຂອງສະຫະລັດ ກັບເຈົ້າໜ້າທີ່ເກົາຫຼີເໜືອ ຈະເລີ້ມຂຶ້ນຍາມໃດ.
ທ່ານຕອບວ່າ “ຍັງມີວຽກງານໃນຂັ້ນຕົ້ນ ຈະຕ້ອງໄດ້ເຮັດກ່ອນ. ຂ້າພະເຈົ້າບໍ່ຢາກຕັ້ງກຳນົດວັນເວລາ ແຕ່ຂ້າພະເຈົ້າຫວັງວ່າ ຄົງຈະຍັງອີກບໍ່ດົນ ພວກເຮົາຈະໃຫ້ຜູ້ຕາງໜ້າພິເສດ ທ່ານສະຕີເວນ ໄບເກິນ ນັ່ງລົມກັນໃນອັນທີ່ພວກເຮົາຄິດວ່າ ຈະເປັນຄູ່ຕຳແໜ່ງຄົນໃໝ່ຈາກເກົາຫຼີເໜືອ.”
ກະຊວງການຕ່າງປະເທດສະຫະລັດ ໃຫ້ການຢືນຢັນວ່າ ທ່ານໄບເກິນຈະເປັນສ່ວນນຶ່ງຂອງຄະນະຜູ້ແທນສະຫະລັດ ທີ່ເດີນທາງໄປບາງກອກ.
ໃນໄລຍະຜ່ານມາ ກອງປະຊຸມປະຈຳປີວ່າດ້ວຍຄວາມໝັ້ນຄົງຂອງອາຊ່ຽນຈະຖືກນຳໃຊ້ເພື່ອເປັນໂອກາດໃນການພົບປະກັນລະຫວ່າງເຈົ້າໜ້າທີ່ສະຫະລັດແລະເກົາຫຼີເໜືອ ແຕ່ເກົາຫຼີເໜືອໃຫ້ສັນຍານວ່າ ຫົວໜ້ານັກການທູດຂອງຕົນອາດຈະບໍ່ໄປຮ່ວມກອງປະຊຸມປີນີ້.