ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາ​ຍາດ ກຸ່ມ ອາ​ລ-ໄກ​ດາ, ທ້າວ ຮຳ​ຊາ ບິນ ລາ​ເດັນ ມີ​ລາຍ​ງານ​ວ່າ ​ຖືກ​ຂ້າ​ຕາຍ


ພາບນີ້​ໄດ້​ມາ​ຈາກວິ​ດີ​ໂອ​ຂອງ​ອົງ​ການ​ສືບ​ສັບ CIA ໃນ​ວັນ​ທີ 1 ພະ​ຈິກ, 2017, ທ້າວ ຮຳ​ຊາ ບິນ ລາ​ເດັນ.
ພາບນີ້​ໄດ້​ມາ​ຈາກວິ​ດີ​ໂອ​ຂອງ​ອົງ​ການ​ສືບ​ສັບ CIA ໃນ​ວັນ​ທີ 1 ພະ​ຈິກ, 2017, ທ້າວ ຮຳ​ຊາ ບິນ ລາ​ເດັນ.

ລູກ​ຊາຍ ແລະ ທາ​ຍາດ​ຂອງ​ຜູ້​ກໍ່​ຕັ້ງ​ກຸ່ມ​ກໍ່​ການ​ຮ້າຍ ອາ​ລ​-ໄກ​ດາ ທ້າວ ໂອ​ຊາ​ມະ ບິນ
ລາເດັນ ຄາດວ່າໄດ້ເສຍຊີວິດແລ້ວ, ໃນອັນປາກົດວ່າໄດ້ຖືກຂ້າຕາຍໃນການປະຕິບັດ
ການທີ່ໄດ້ຮັບການສະໜັບສະໜູນຈາກ ສະຫະລັດ, ອີງຕາມລາຍງານ.

ບັນ​ດາ​ເຈົ້າ​ໜ້າ​ທີ່, ເຊິ່ງບໍ່ຂໍອອກ​ຊື່​ນັ້ນ, ໄດ້​ຢືນ​ຢັນ​ການ​ຕ​າຍ ​ທີ່​ສົງ​ໄສວ່າ​ແມ່ນ​ທ້າວ ຮຳ​
ຊາ ບິນ ລາເດັນ, ເຊື່ອວ່າລາວມີອາຍຸໄດ້ສາມສິບປີກວ່າ, ໃນວັນພຸດວານນີ້ ເຊິ່ງອົງການ
ຂ່າວ NBC ໄດ້ເປັນຜູ້ທຳອິດທີ່ໄດ້ລາຍງານຂ່າວດັ່ງກ່າວ.

ໜັງ​ສື​ພິມ New York Times ຕໍ່​ມາ​ໄດ້​ລາຍ​ງານ​ວ່າ ທ້າວ ບິນ ລ​າ​ເດັນ ນ້ອຍ ໄດ້​ຖືກ​
ຂ້າຕາຍໃນສອງປີທີ່ຜ່ານມາ ຈາກການປະຕິບັດການທີ່ ສະຫະລັດ ມີສ່ວນຮ່ວມໃນຮູບ
ໃດຮູບນຶ່ງ. ແຕ່ບັນດາເຈົ້າໜ້າທີ່ໄດ້ບອກໜັງສືພິມ Times ນັ້ນວ່າ ລັດຖະບານຍັງບໍ່
ໄດ້ຢືນຢັນການເສຍຊີວິດຂອງລາວເທື່ອ ແລະ ໄດ້ປະຕິເສດທີ່ຈະແລກປ່ຽນຂໍ້ມູນເພີ່ມ
ເຕີມ.

ສະ​ຫະ​ລັດ ໄດ້​ສະ​ເໜີ​ລາງວັນ​ເຖິງນຶ່ງ​ລ້ານ​ໂດ​ລາ ສຳ​ລັບ​ຂໍ້​ມູນ​ທີ່​ນຳ​ໄປ​ສູ່​ການ​ຈັບ ຫຼື
ການຕາຍຂອງທ້າວ ຮຳຊາ ບິນ ລາເດັນ, ຜູ້ທີ່ໄດ້ຢູ່ຄຽງຂ້າງພໍ່ຂອງລາວ ຕອນພວກ
ອາລ-ໄກດາ ໄດ້ເປີດການໂຈມຕີໃນວັນທີ 11 ກັນຍາ 2001, ເຊິ່ງແມ່ນການໂຈມຕີກໍ່
ການຮ້າຍ ໃສ່ຕຶກສູນກາງການຄ້າໂລກໃນນະຄອນ ນິວຢອກ ແລະ ທຳນຽບຫ້າແຈ.

ອີງ​ຕາມ​ຈົດ​ໝາຍ​ທີ່​ຖືກ​ພົບ​ເຫັນ​ຢູ່​ບ່ອນຫຼົບ​ລີ້​ຂອງ​ທ້າວ ໂອ​ຊາ​ມະ ບິນ ລາ​ເດັນ ໃນ​
ເມືອງ ອັບບັອດຕາບັດ, ປະເທດ ປາກິສຖານ ນັ້ນ, ທ້າວ ຮຳຊາ ບິນ ລາເດັນ ໄດ້ຖືກ
ຝຶກຝົນຕັ້ງແຕ່ຕອນອາຍຸຍັງນ້ອຍ ເພື່ອວ່າມື້ນຶ່ງຈະໄດ້ເປັນຜູ້ບັນຊາກຸ່ມກໍ່ການຮ້າຍ
ຂອງພໍ່ລາວ.

ຈົດ​ໝາຍ​ຕ່າງໆ, ທີ່​ຖືກ​ພົບ​ເຫັນ​ໂດຍກອງ​ກຳ​ລັງ ສະ​ຫະ​ລັດ ລຸນຫຼັງ​ການ​ບຸກ​ໂຈມ​ຕີ​ທີ່​
ໄດ້ສັງຫານທ້າວ ໂອຊາມະ ບິນ ລາເດັນ ໃນເດືອນພຶດສະພາ 2011 ນັ້ນ, ຍັງໄດ້ລະບຸ
ວ່າ ຜູ້ກໍ່ຕັ້ງກຸ່ມ ອາລ-ໄກດາ ໄດ້ຫວັງວ່າ ລູກຊາຍຂອງລາວ ອາດຈະສາມາດໄປຮ່ວມ
ກັບລາວໃນ ປາກິສຖານ ໃນອັນທີ່ໄດ້ກາຍເປັນມື້ສຸດທ້າຍຂອງລາວ.

ແຕ່​ຈົດ​ໝາຍ​ຕ່າງໆ​ຈາກ​ນັກ​ປະ​ຕິ​ບັດ​ການ​ອາ​ວຸ​ໂສ ທີ່​ຂ​ຽນເຖິງ​ຜູ້​ນຳກຸ່ມ ອາ​ລ​-ໄກ​ດາ
ໄດ້ສະແດງຄວາມເປັນຫ່ວງວ່າ ພວກເຂົາອາດເປັນໄປບໍ່ໄດ້ທີ່ຈະລັກນຳຕົວທ້າວ ຮຳຊາ
ບິນ ລາເດັນ ໜີອອກຈາກປະເທດ ອີຣ່ານ ໄດ້ຢ່າງປອດໄພ, ເຊິ່ງລາວໄດ້ຖືກກັກບໍລິ
ເວນຢູ່ທີ່ນັ້ນ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG