ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ພາ​ສູງ ສະ​ຫະ​ລັດ ຢືນ​ຢັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຈຳ​ອົງ​ການ ​ສະ​ຫະ​ປະ​ຊາ​ຊາດ


ທ່ານ​ນາງ ແຄ​ລ​ລີ ໄນ​ທ໌ ຄ​ຣາ​ຟ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ປະ​ເທດ ກາ​ນາ​ດາ.
ທ່ານ​ນາງ ແຄ​ລ​ລີ ໄນ​ທ໌ ຄ​ຣາ​ຟ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ປະ​ເທດ ກາ​ນາ​ດາ.

ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ໃຫ້​ການ​ອະ​ນຸ​ມັດຜູ້​ທີ່​ຖື​ກ​ແຕ່ງ​ຕັ້ງ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ
ລັດ ທ່ານ ດໍໂນລ ທຣຳ ໃຫ້ເປັນເອກອັກຄະລັດຖະທູດ ອາເມຣິກັນ ປະຈຳອົງການສະ
ຫະປະຊາຊາດ.

ທ່ານນາງ ແຄ​ລ​ລີ ຄ​ຣາ​ຟ, ຜູ້​ອຸ​ປະ​ຖຳ​ພັກ​ຣີ​ພັບ​ບ​ລີ​ກັນ​ມາ​ດົນ​ນານ​ຈາກ​ລັດ ເຄັນ​ຕັກ​ກີ,
ເຊິ່ງປັດຈຸບັນນີ້ແມ່ນເອກອັກຄະລັດຖະທູດ ສະຫະລັດ ປະຈຳປະເທດ ການາດາ. ທ່ານ
ນາງໄດ້ຮັບການຢືນຢັນ ດ້ວຍຄະແນນສຽງ 56 ຕໍ່ 34 ໃນວັນພຸດວານນີ້, ໂດຍການ
ສະໜັບສະໜູນຈາກສະມາຊິກພັກຣີພັບບລີກັນທຸກຄົນ ແລະ ສະມາຊິກພັກເດໂມແຄຣັດ
5 ຄົນ.

ທ່ານນາງ ຄ​ຣາ​ຟ ຈະ​ສືບ​ທອດ​ຕຳ​ແໜ່ງ ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ປະ​ຈຳອົງ​ການ​ສະ​
ຫະປະຊາຊາດຄົນທຳອິດຂອງທ່ານ ທຣຳ, ທ່ານນາງ ນິກກີ ເຮລີ, ຜູ້ທີ່ໄດ້ອອກຈາກລັດ
ຖະບານ ໃນທ້າຍເດືອນທັນວາທີ່ຜ່ານມາ.

ພັກ​ເດ​ໂມ​ແຄ​ຣັດ ໄດ້​ຄັດ​ຄ້ານ​ທ່ານ​ນາງ ຄ​ຣາ​ຟ, ໂດຍ​ອ້າງວ່າ​ຂາດ​ປະ​ສົບ​ການ​ທາງ​ການ
ເມືອງ.

ໃນ​ລະ​ຫວ່າງ​ການ​ຟັງ​ຄຳ​ໃຫ້​ການ ​ເພື່ອ​ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ​ຂອງ​ທ່ານ​ນາງ ​ໃນ​
ເດືອນທີ່ຜ່ານມານັ້ນ, ສະມາຊິກຄະນະກຳມະການພົວພັນຕ່າງປະເທດສະພາສູງ ສັງ
ກັດພັກເດໂມແຄຮັດ ທ່ານ ບັອບ ເມເນັນເດສ ໄດ້ເປີດເຜີຍວ່າ ທ່ານນາງບໍ່ໄດ້ໄປປະ
ຈຳຕຳແໜ່ງດົນກວ່າ 300 ວັນ, ອີງຕາມຂໍ້ມູນທີ່ທ່ານນາງໄດ້ສະໜອງໃຫ້.

ທ່ານ ເມ​ເນັນ​ເດ​ສ ໄດ້​ກ່າວ​ຢູ່​ເວ​ທີ​ສະ​ພາ​ສູງ​ ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ວ່າ “ການ​ຂາດ​
ປະສົບການຂອງເອກອັກຄະລັດຖະທູດ ຄຣາຟ, ການປະລະໜ້າທີ່ຂອງທ່ານນາງ ແລະ
ການຂາດວຽກເກີນຂອບເຂດໃນນະຄອນຫຼວງ ອັອດຕາວາ ປະເທດ ການາດາ, ແລະ
ການບໍ່ຍິນດີຂອງທ່ານນາງ ທີ່ຈະກ່າວເຖິງສິ່ງທີ່ອາດເປັນການຂັດຜົນປະໂຫຍດນັ້ນ
ໄດ້ເຮັດໃຫ້ລາວບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດຂອງພວກ
ເຮົາ ໃນອົງການສະຫະປະຊາຊາດ.”

ພັກ​ເດ​ໂມ​ແຄ​ຣັດ ຍັງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ສິ່ງ​ທີ່​ອາດ​ເປັນ​ການ​ຂັດ​ຜົນ​
ປະໂຫຍດ, ໃນເມື່ອທ່ານນາງ ຄຣາຟ ໄດ້ແຕ່ງງານກັບທ່ານ ໂຈ ຄຣາຟ, ຜູ້ບໍລິຫານ
ໃຫຍ່ຂອງບໍລິສັດ Alliance Resource Partners, ເຊິ່ງແມ່ນນຶ່ງໃນຜູ້ຜະລິດຖ່ານ
ຫີນທີ່ໃຫຍ່ທີ່ສຸດໃນ ສະຫະລັດ.

ໃນ​ລະ​ຫວ່າງ​ການ​ຟັງ​ຄຳ​ໃຫ້​ການ ​ເພື່ອ​ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ​ຂອງ​ທ່ານ​ນາງ​ນັ້ນ,
ທ່ານນາງ ຄຣາຟ ໄດ້ພະຍາຍາມທີ່ຈະແຍກຕົນເອງ ອອກຈາກທຸລະກິດຂອງສາມີຂອງ
ເພິ່ນ ແລະ ການກ່າວອ້າງດ້ານສະພາບອາກາດຂອງທ່ານປະທານາທິບໍດີ. ທ່ານນາງ
ໄດ້ຮັບຮູ້ “ການພິສູດທາງວິທະຍາສາດທີ່ມີຢ່າງກວ້າງຂວາງ” ກ່ຽວກັບ ສະພາບອາກາດ
ປ່ຽນແປງ ແລະ ບົດບາດທີ່ມະນຸດໄດ້ເຮັດ.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ຖ້າ​ໄດ້​ຮັບ​ການ​ຢືນ​ຢັນ, ຂ້າ​ພະ​ເຈົ້າ​ຈະ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ສຳ
ລັບການແກ້ໄຂບັນຫາສະພາບອາກາດປ່ຽນແປງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG