ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ວາງ​ມາດ​ຕະ​ການ ​ລົງ​ໂທດ ​ໃສ່​ລັດ​ຖະ​ມົນ​ຕີ​ ການ​ຕ່າງ​ປະ​ເທດ ອີ​ຣ່ານ


ທ່ານ ຮາ​ສ​ຊານ ຣູ​ຮາ​ນີ ກ່າວ​ຄຳ​ປາ​ໄສ​ໃນກອງ​ປະ​ຊຸມ ​ລະ​ຫວ່າງ​ການ​ຢ້ຽມ​ຢາມພາກ​ເໜືອ​ຂອງແຂວງ ໂຄ​ຣາ​ຊານ. 14 ກໍ​ລະ​ກົດ, 2019.
ທ່ານ ຮາ​ສ​ຊານ ຣູ​ຮາ​ນີ ກ່າວ​ຄຳ​ປາ​ໄສ​ໃນກອງ​ປະ​ຊຸມ ​ລະ​ຫວ່າງ​ການ​ຢ້ຽມ​ຢາມພາກ​ເໜືອ​ຂອງແຂວງ ໂຄ​ຣາ​ຊານ. 14 ກໍ​ລະ​ກົດ, 2019.

ປະ​ທາ​ນານ​ທິ​ບໍ​ດີ ອີ​ຣ່ານ ທ່ານ ຮາ​ສ​ຊານ ຣູ​ຮາ​ນີ ໃນ​ວັນ​ພະ​ຫັດ​ມື້ນີ້ ໄດ້​ເອີ້ນ​ການ​ເຄື່ອນ​
ໄຫວຂອງ ສະຫະລັດ ເພື່ອວາງມາດຕະການລົງໂທດຕໍ່ລັດຖະມົນຕີການຕ່າງປະເທດ
ຂອງ ອີຣ່ານ ວ່າ “ໄຮ້ດຽງສາ.”

ໃນ​ກ​ານ​ກ່າວ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ນັ້ນ, ທ່ານ ຣູ​ຮາ​ນີ ໄດ້​ກ່າວວ່າ ສະ​ຫະ​ລັດ ໄດ້
ອ້າງວ່າຢາກເຈລະຈາກັບ ອີຣ່ານ ໂດຍບໍ່ມີເງື່ອນໄຂ, “ແລະ ແລ້ວເຂົາເຈົ້າກໍໄດ້ວາງ
ມາດຕະການລົງໂທດໃສ່ລັດຖະມົນຕີການຕ່າງປະເທດ.”

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ລັດ​ຖະ​ບານທ່ານ ທ​ຣຳ ​ໄດ້​ຍອມ​ຮັບ ເມື່ອ​ເວົ້າ​ເຖິງ​ການ​ເຄື່ອນ​
ໄຫວຂອງ ສະຫະລັດ ຕໍ່ລັດຖະມົນຕີຕ່າງປະເທດຂອງ ອີຣ່ານ ທ່ານ ໂມຮຳມັດ ຈາວາດ
ຊາຣິຟ ວ່າ “ເຫັນໄດ້ຊັດວ່າ ນີ້ແມ່ນການກກະທຳທີ່ບໍ່ປົກກະຕິເປັນຢ່າງສູງ.

ດຳ​ລັດ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ກ່າວ​ຫາ​ທ່ານ ຊາ​ຣິ​ຟ ກ່ຽວ​ກັບ ການ​ກະ​ທຳ ຫຼື ອ້າງວ່າ​ໄດ້​ດຳ​
ເນີນການຕາງໜ້າໃຫ້ຜູ້ນຳລະດັບສູງຂອງປະເທດຂອງທ່ານ, ອາຢາໂທລລາ ອາລີ
ຄາເມນີ, ຜູ້ທີ່ເມື່ອບໍ່ດົນມານີ້ ໄດ້ຖືກຕື່ມເຂົ້າໃນລາຍຊື່ປະເທດທີ່ຖືກລະບຸເປັນພິເສດ
ແລະ ບຸກຄົນຕ້ອງຫ້າມຂອງກະຊວງການເງິນ ສະຫະລັດ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ສະ​ຫະ​ລັດ ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ໃນ​ກອງ​ປະ​ຊຸມທາງໂທ​
ລະສັບ ກ່ຽວກັບ ການລາຍງານປະຫວັດວ່າ “ແລະ ມື້ນີ້, ປະທານາທິບໍດີ ດໍໂນລ ທຣຳ
ໄດ້ຕັດສິນວ່າ ພໍກໍຄືພໍ. ພວກເຮົາຈະສືບຕໍ່ສ້າງການກົດດັນສູງສຸດຂອງພວກເຮົາຈົນ
ກວ່າ ອີຣ່ານ ຈະຍົກເລີກນະໂຍບາຍຕ່າງປະເທດ ທີ່ບໍ່ລະມັດລະວັງຂອງເຂົາເຈົ້າ ທີ່
ເປັນໄພຂົ່ມຂູ່ຕໍ່ ສະຫະລັດ ແລະ ພັນທະມິດຂອງພວກເຮົາ.”

ລັດ​ຖະ​ມົນ​ຕີ​ການ​ເງິນ​ ທ່ານ ສ​ຕີ​ຟ ມະ​ນູ​ຊິນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ
ສະຫະລັດ “ໄດ້ສົ່ງຂໍ້ຄວາມທີ່ກະຈ່າງແຈ້ງເຖິງລະບອບການປົກຄອງ ອີຣ່ານ ວ່າການ
ປະພຶດເມື່ອບໍ່ດົນມານີ້ຂອງເຂົາເຈົ້າ ແມ່ນຮັບເອົາບໍ່ໄດ້ຢ່າງສິ້ນເຊີງ.” ທ່ານເວົ້າຕື່ມວ່າ
“ໃນເວລາດຽວກັນ, ລະບອບການປົກຄອງ ອີຣ່ານ ໄດ້ປະຕິເສດບໍ່ໃຫ້ປະຊາຊົນ ອີຣ່ານ
“ເຂົ້າເຖິງສື່ສັງຄົມ, ລັດຖະມົນຕີຕ່າງປະເທດ ທ່ານ ຈາວາດ ຊາຣິຟ ໄດ້ເຜີຍແຜ່ການ
ໂຄສະນາຊວນເຊື່ອຂອງລະບອບການປົກຄອງດັ່ງກ່າວ ແລະ ໄດ້ບິດເບືອນຂໍ້ມູນຈາກ
ທົ່ວໂລກ ຜ່ານສື່ສັງຄົມດັ່ງກ່າວນີ້.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌
ພອມພຽວ ໄດ້ກ່າວວ່າ ການກະທຳດັ່ງກ່າວ “ແມ່ນອີກບາດກ້າວນຶ່ງສູ່ການປະຕິເສດ
ລະບອບການປົກຄອງ ອີຣ່ານ ໃນການເຂົ້າຫາແຫຼ່ງຊັບພະຍາກອນຕ່າງທີ່ຈະກໍ່ໃຫ້
ເກີດການກໍ່ການຮ້າຍ ແລະ ກົດຂີ່ຂົ່ມເຫັງປະຊາຊົນ ອີຣ່ານ.”

ທ່ານ ຊາ​ຣິ​ຟ ໄດ້​ຕອບ​ຄືນ​ຢ່າງວ່ອງ​ໄວ​ວ່າ, ການ​ກະ​ທຳ​ຂອງ ສະ​ຫະ​ລັດ ຈະ​ບໍ່​ມີ​ຜົນ​
ສະທ້ອນຕໍ່ທ່ານ ຫຼື ຄອບຄົວຂອງທ່ານ ໃນຂະນະທີ່ພວກເພິ່ນບໍ່ມີຊັບສິນ ຫຼື ຜົນປະ
ໂຫຍດຕ່າງໆຢູ່ນອກປະເທດ ອີຣ່ານ.

ທ່ານ ຊາ​ຣິ​ຟ ໄດ້​ຂຽນ​ໃນ​ທວິດ​ເຕີ ວ່າ “ຂອບ​ໃຈ​ສຳ​ລັບ​ການ​ພິ​ຈາ​ລະ​ນາ​ຂ້າ​ພະ​ເຈົ້າ​
ເປັນໄພຂົ່ມຂູ່ອັນໃຫຍ່ຫຼວງຕໍ່ລະບຽບແຜນການຂອງເຈົ້າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG