ອະດີດຮອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ປະທະຄາລົມກັບຜູ້ສະໝັກປະທານາທິບໍດີທີ່ເປັນຄູ່ແຂ່ງຄົນອື່ນໆໃນຄືນວັນພຸດວານນີ້ກ່ຽວກັບເລື້ອງຮັກສາສຸຂະພາບ ຄົນເຂົ້າເມືອງ ອາຊະຍາກຳແລະເຊື້ອຊາດເຜົ່າພັນ ໃນຂະນະທີ່ຄູ່ແຂ່ງຂອງທ່ານພະຍາຍາມທີ່ຈະເອົາຊະນະທ່ານໃນຖານະຜູ້ມີຄະແນນສຽງນຳໜ້າຂອງພັກເດໂມແຄຣັດ ທີ່ຈະໄປແຂ່ງຂັນກັບປະທານາທິບໍດີດໍໂນລ ທຣຳ ໃນການເລືອກຕັ້ງປີ 2020.
ທ່ານໄບເດັນປະກາດໃນຕອນເປີດການໂຕ້ວາທີຄືນທີສອງຂອງຜູ້ສະໝັກເປັນປະທານາທິບໍດີພັກເດໂມແຄຣັດ ຢູ່ເທິງເວທີໂຮງມະຫໍລະສົບ ໃນນະຄອນດີທຣອຍ ຊຶ່ງເປັນສູນກາງອຸດສາຫະກຳໃນເຂດພາກກາງຂອງສະຫະລັດ ໂດຍກ່າວວ່າ “ຂ້າພະເຈົ້າລົງສະໝັກແຂ່ງຂັນ ເປັນປະທານາທິບໍດີ ກໍເພື່ອຟື້ນຟູຈິດວານຂອງປະເທດ.”
ແຕ່ໃນຂະນະທີ່ທ່ານໄບເດັນເວົ້າວ່າ ແຜນການຮັກສາສຸຂະພາບທີ່ໄດ້ນຳສະເໜີໃນອາທິດນີ້ ໂດຍສະມາຊິກສະພາສູງຈາກລັດຄາລີຟໍເນຍ ທ່ານນາງຄາມາລາ ແຮຣິສ “ສ້າງຄວາມສັບສົນວຸ້ນວາຍ” ທ່ານນາງແຮຣິສ ຊຶ່ງຢືນຢູ່ທາງຂ້າງຂອງທ່ານໄບເດັນນັ້ນ ໄດ້ໂຕ້ຕອບວ່າ “ບາງທີ ທ່ານອາດຈະງົງ ຍ້ອນທ່ານຄົງຈະບໍ່ໄດ້ອ່ານມັນຕິ.”
ທ່ານໄບເດັນແມ່ນບໍ່ເຫັນພ້ອມກັບລະບົບຮັກສາສຸຂະພາບຕ່າງໆທີ່ບໍລິຫານງານໂດຍລັດຖະບານ ທີ່ນຳສະເໜີໂດຍທ່ານນາງແຮຣິສ ແລະຜູ້ສະໝັກເປັນປະທານາທິບໍດີ ທີ່ມີຄະແນນນຳໜ້າບາງຄົນຂອງພັກເດໂມແຄຣັດ ແທນທີ່ຈະປັບປຸງລະບົບຮັກສາສຸຂະພາບລາຄາຖືກ ທີ່ຮູ້ກັນໃນອີກຊື່ນຶ່ງວ່າ Obamacare ອັນເປັນລະບົບຮັກສາສຸຂະພາບຂອງປະເທດ ທີ່ໄດ້ຮັບການອະນຸມັດ ໃນປີ 2010ຊຶ່ງໃນເວລານັ້ນ ທ່ານຮັບໜ້າທີ່ ເປັນຮອງປະທານາທິບໍດີ ຂອງທ່ານໂອບາມາ.
ທ່ານໄບເດັນກ່າວຢ້ຳວ່າ ແຜນການຂອງທ່ານນາງແຮຣິສ “ຈະຕ້ອງໃຊ້ເງິນ 3 ພັນຕື້ໂດລາແລະເຈົ້າຈະສູນເສຍປະກັນສຸຂະພາບທີ່ພວກນາຍຈ້າງເປັນຜູ້ອອກໃຫ້” ອັນເປັນລະບົບປະກັນໄພ ຊຶ່ງໃນເວລານີ້ ມີຊາວອາເມຣິກັນ 150 ລ້ານຄົນໄດ້ຮັບ ຈາກບ່ອນເຮັດວຽກ ຂອງພວກເຂົາເຈົ້າ. ທ່ານໄບເດັນກ່າວຕື່ມວ່າ “ເຈົ້າຈະບໍ່ສາມາດເອົາຊະນະ ປະທານາທິບໍດີທຣຳໄດ້ ຍ້ອນການເວົ້າແບບໄຮ້ຄວາມໝາຍ.”
ທ່ານນາງແຮຣິສກ່າວວ່າ ການກ່າວອ້າງຂອງທ່ານໄບເດັນກ່ຽວກັບຂໍ້ສະເໜີຂອງທ່ານນາງນັ້ນ ແມ່ນ “ບໍ່ຖືກຕ້ອງ” ໂດຍກ່າວຕື່ມວ່າ ຄວາມເສຍຫາຍຈາກການບໍ່ເຮັດຫຍັງເລີຍແມ່ນແພງກວ່ານັ້ນຫຼາຍ. “ພວກເຮົາຕ້ອງໄດ້ລົງມື.”
ທ່ານໄບເດັນໄດ້ລັງເລໃຈໃນການໂຕ້ວາທີເທື່ອທຳອິດ ເມື່ອນຶ່ງເດືອນກ່ອນທີ່ນະຄອນໄມອາມີ ໂດຍເບິ່ງຄືວ່າ ບໍ່ແນ່ໃຈປານໃດທີ່ຈະຕອບໂຕ້ຢ່າງມີປະສິດທິຜົນຕໍ່ການທ້າທາຍຂອງທ່ານນາງແຮຣິສ ກ່ຽວກັບການຄັດຄ້ານຂອງທ່ານເມື່ອ 40 ປີກ່ອນ ທີ່ບັງຄັບໃຫ້ມີການສົ່ງນັກຮຽນໂດຍລົດບັສ ໄປເຂົ້າໂຮງຮຽນຫຼວງທີ່ບໍ່ມີການແບ່ງແຍກ ຊຶ່ງທ່ານນາງແຮຣິສເວົ້າວ່າ ໃນຖານະເດັກຍິງຜິວດຳ ໄດ້ອະນຸຍາດໃຫ້ທ່ານນາງໄປຮຽນຢູ່ໂຮງຮຽນທີ່ດີກວ່າເກົ່າ ໃນຂະນະທີ່ທ່ານນາງເຕີບໂຕ
ຢູ່ທີ່ລັດຄາລີຟໍເນຍ. ພວກທ່ານໄດ້ປະເຊີນໜ້າກັນອີກໃນແລງວັນພຸດກ່ຽວກັບບັນຫາດຽວກັນນີ້ໂດຍທີ່ທ່ານນາງແຮຣິສກ່າວວ່າ “ທ່ານຍັງບໍ່ຍອມຮັບກ່ຽວກັບຄວາມຜິດນັ້ນ.”
ຢືນຢູ່ອີກຂ້າງນຶ່ງຂອງທ່ານໄບເດັນ ກໍແມ່ນສະມາຊິກສະພາສູງ ຄໍຣີ ບຸກເກີ ອະດີດເຈົ້າຄອງກຳແພງເມືອງນິວວອກ ລັດນິວເຈີຊີ ທີ່ເປັນຄົນອາເມຣິກັນເຊື້ອສາຍອາຟຣິກາ ໄດ້ກ່າວການໂຈມຕີຕໍ່ການໃຫ້ຄວາມສະໜັບສະໜຸນຂອງທ່ານໄບເດັນຕໍ່ກົດໝາຍເອົາມາດຕະການຢ່າງໜັກໃນເລື້ອງອາຊະຍາກຳ ຊຶ່ງພາໃຫ້ມີການຄຸມຂັງພວກຄົນຜິວດຳທີ່ບໍ່ສົມສ່ວນນັ້ນ.