ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທ​ຣຳ ລະ​ນຶກເຖິງ ວັນ​ຄົບ​ຮອບ 400 ປີ ກ່ຽວ​ກັບ ປະ​ຊາ​ທິ​ປະ​ໄຕ ໃນ ອາ​ເມ​ຣິ​ກາ ທ່າມ​ກາງ​ການ​ຕໍ່​ຕ້ານ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປ​າ​ໄສ ໃນ​ກອງ​ປະ​ຊຸມ​ລະ​ນຶກ​ເຖິງ ສະ​ມັດ​ຊາ​ໃຫຍ່ ລັດ​ເວີ​ຈິ​ເນຍ ທີ່​ເມືອງ ເຈມ​ສ໌​ທາວ, ລັດ​ເວີ​ຈິ​ເນຍ. 30 ກໍ​ລະ​ກົດ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປ​າ​ໄສ ໃນ​ກອງ​ປະ​ຊຸມ​ລະ​ນຶກ​ເຖິງ ສະ​ມັດ​ຊາ​ໃຫຍ່ ລັດ​ເວີ​ຈິ​ເນຍ ທີ່​ເມືອງ ເຈມ​ສ໌​ທາວ, ລັດ​ເວີ​ຈິ​ເນຍ. 30 ກໍ​ລະ​ກົດ, 2019.

ທ່າມ​ກາງ​ການ​ຕໍ່​ຕ້ານ​ໂດຍ​ສະ​ມາ​ຊິກ​ສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ລັດ​ ເວີ​ຈິ​ເນຍ ບາງຄົນ
ແລະ ການປະທ້ວງແບບສັ້ນໆໂດຍນຶ່ງໃນບັນດາສະມາຊິກສະພາຂອງເຂົາເຈົ້ານັ້ນ,
ປະທານານທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ລະນຶກເຖິງວັນຄົບຮອບ 400 ປີ
ຂອງກອງປະຊຸມຄັ້ງທຳອິດຂອງອົງກອນດັ່ງກ່າວ ໃນເມືອງ ເຈມສ໌ທາວ, ລັດ ເວີຈິເນຍ
ໃນວັນອັງຄານວານນີ້.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ມັນ​ເປັນ​ກຽດ​ທີ່​ຍິ່ງ​ໃຫຍ່​ທີ່​ໄດ້​ຢືນ​ຢູ່​ພື້ນ​ດິນ​ປະ​ຫວັດ​ສາດ​ແຫ່ງ​
ນີ້ ໃນຖານະເປັນປະທານາທິບໍດີຄົນທຳອິດ ທີ່ໄດ້ກ່າວຄຳປາໄສໃນກອງປະຊຸມຄົບ
ຄະນະ ຂອງອົງກອນນິບັນຍັດທີ່ເກົ່າແກ່ທີ່ສຸດໃນທົ່ວຊີກໂລກຕາເວັນຕົກ, ຄືສະມັດ
ຊາໃຫຍ່ລັດ ເວີຈິເນຍ. ທ່ານໄດ້ເວົ້າຕື່ມວ່າ “ໃນມື້ນີ້, ເມື່ອ 400 ທີ່ຜ່ານມາ, ຢູ່ແຄມຝັ່ງ
ຂອງແມ່ນນ້ຳ ເຈມສ໌ ນີ້, ຕົວແທນສະພານິຕິບັນຍັດແຫ່ງທຳອິດໃນໂລກໃໝ່ໄດ້ມີການ
ປະຊຸມກັນ. ດ້ວຍການອຸທິດຕົນຂອງບັນດາຜູ້ຮັກຊາດຫຼາຍລຸ້ນຄົນ, ມັນໄດ້ຈະເລີນຮຸ່ງ
ເຮືອງໃນທົ່ວຍຸກສະໄໝ. ແລະ ຕອນນີ້ປະເພນີທີ່ໜ້າພາກພູມໃຈດັ່ງກ່າວນັ້ນ ໄດ້ດຳ
ເນີນຕໍ່ໄປກັບພວກທ່ານທຸກຄົນ.”

ໃນ​ຂະ​ນະ​ທີ່​ທ່ານ ທ​ຣຳ ຍັງ​ຢູ່​ໃນ​ລະ​ຫວ່າງ​ກາງ​ຂອງ​ການ​ກ່າວ​ຄຳ​ປາ​ໄສ​ນັ້ນ, ຜູ້​ແທນ​
ສັງກັດພັກເດໂມແຄຣັດ ທ່ານ ອີບຣາຮີມ ຊາມີຣາ ໄດ້ຮ້ອງອອກມາວ່າ, “ທ່ານປະທາ
ນາທິບໍດີ, ທ່ານຈະສົ່ງພວກເຮົາກັບຄືນໄປບໍ່ໄດ້. ລັດ ເວີຈິເນຍ ແມ່ນບ້ານຂອງພວກ
ເຮົາ. ທ່ານ ປະທານາທິບໍດີ ທ່ານສົ່ງພວກເຮົາກັບຄືນບໍ່ໄດ້. ເວີຈິເນຍ ແມ່ນບ້ານຂອງ
ພວກເຮົາ.”

ຜູ້​ຟັງ​ຄົນ​ອື່ນໆ​ໄດ້​ຮ້ອງ​ໂຫ່ໃສ່ ໝໍ​ປົວ​ແຂ້ວ ຄົນ​ອາ​ເມ​ຣິ​ກັນ ເຊື້ອສ​າຍ ປາ​ແລັ​ສ​ໄຕ​ນ໌ ນັ້ນ,
ແລະ ບາງຄົນໄດ້ຮ້ອງວ່າ, “USA, USA” ແລະ “ທຣຳ, ທຣຳ, ທ​ຣຳ.”

ທ່ານ ຊາ​ມີ​ຣາ ໄດ້​ນຳ​ຕົວ​ອອກ​ໄປ​ໂດຍ​ຕຳຫຼວດ ໃນ​ຂະ​ນະ​ທີ່​ລາວ​ຖື​ປ້າຍ​ສາມ​ອັນ​ຢອງ​
ກັນທີ່ອ່ານວ່າ “ກັບໄປບ້ານທີ່ສໍ້ໂກງຂອງເຈົ້າ. ເນລະເທດຄວາມຄຽດຊັງ. ນຳເອົາຄອບ
ຄົວ ແລະ ຜູ້ທີ່ໄດ້ແຕກແຍກໂດຍການແບ່ງແຍກຢ່າງເປັນລະບົບກັບຄືນມາ.”

ຕໍ່​ມາ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່ ທວິດ​ເຕີ ນັ້ນ, ທ່ານ ຊາ​ມີ​ຣາ ໄດ້​ກ່າວ​ວ່າ ທ່ານ​ໄດ້​ລົບ​ກວນ​
ຄຳປາໄສຂອງທ່ານ ທຣຳ “ເພາະວ່າການແບ່ງແຍກເຊື້ອຊາດ ແລະ ການລຳອຽງ ບໍ່
ຄວນເປັນຂໍ້ແກ້ຕົວ ສຳລັບຄວາມສຸພາບຮຽບຮ້ອຍ.”

ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ລັດ ເວີ​ຈິ​ເນຍ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງທີ່​ກ່າວ​ຫາ​ທ່ານ
ຊາມີຣາ ກ່ຽວກັບ ການຕໍ່ຕ້ານຊາວຢິວ.

ຄົນ​ອື່ນໆ​ຜູ້​ທີ່​ໄດ້​ຄັດ​ຄ້ານຕໍ່​ການ​ເຊື້ອ​ເຊີນ​ທ່ານ ທ​ຣຳ ໂດຍ​ຜູ້​ປົກ​ຄອງ​ລັດ ເວີ​ຈິ​ເນຍ ທ່ານ
ຣາຟ ນໍແທັມ ສັງກັດພັກເດໂມແຄຣັດ ໄດ້ກ່າວວ່າ “ຢ່າເຂົ້າໄປໃກ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG