ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະ​ມາ​ຊິກ ​ສະ​ພາ​ສູງ ວໍ​ເຣັນ ແລະ ແຊນ​ເດີ​ສ໌ ຖືກ​ໂຈມ​ຕີ ໃນ​ການ​ໂຕ້​ວາ​ທີ ​ທີ່​ດີ​ທ​ຣອຍ


ເຈົ້າ​ເມືອງ South Bend ທ່ານ ພີດ ບູ​ທ​ີ​ເຈດ, ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ເບີ​ນີ ແຊນ​ເດີ​ສ, ທ່ານ​ນາງ ເອ​ລິ​ຊາ​ເບັດ ວໍ​ເຣັນ, ເຂົ້າ​ຮ່ວມ​ໃນ​ການ​ໂຕ້​ວາ​ທີປະ​ທາ​ນາ​ທິ​ບໍ​ດີ ພັກ​ເດ​ໂມ​ແຄ​ຣັດ ຮອບ​ທຳ​ອິດ ຈັດ​ໂດຍ​ໂທ​ລະ​ພາບ CNN. ນະ​ຄອນ ດີ​ທ​ຣອຍ, ລັດມິ​ຊິ​ແກ​ັນ. 30 ກໍ​ລະ​ກົດ, 2019.
ເຈົ້າ​ເມືອງ South Bend ທ່ານ ພີດ ບູ​ທ​ີ​ເຈດ, ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ເບີ​ນີ ແຊນ​ເດີ​ສ, ທ່ານ​ນາງ ເອ​ລິ​ຊາ​ເບັດ ວໍ​ເຣັນ, ເຂົ້າ​ຮ່ວມ​ໃນ​ການ​ໂຕ້​ວາ​ທີປະ​ທາ​ນາ​ທິ​ບໍ​ດີ ພັກ​ເດ​ໂມ​ແຄ​ຣັດ ຮອບ​ທຳ​ອິດ ຈັດ​ໂດຍ​ໂທ​ລະ​ພາບ CNN. ນະ​ຄອນ ດີ​ທ​ຣອຍ, ລັດມິ​ຊິ​ແກ​ັນ. 30 ກໍ​ລະ​ກົດ, 2019.

ນະ​ໂຍ​ບາຍ​ປະ​ກັນ​ສຸ​ຂະ​ພາບ ສະ​ຫະ​ລັດ ໄດ້​ກາຍ​ເປັນ​ຫົວ​ຂໍ້​ທີ່​ສຳ​ຄັນ ໃນ​ການ​ໂຕ້​ວາ​ທີ
ຂອງບັນດາຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ໃນຄ່ຳ
ຄືນຂອງວັນອັງຄານວານນີ້, ໂດຍບັນດາຜູ້ແຂ່ງຂັນທີ່ນິຍົມແນວທາງປານກາງ ກ່າວ
ໂຈມຕີສະມາຊິກສະພາສູງ ທ່ານນາງ ເອລິຊາເບັດ ວໍເຣັນ ແລະ ທ່ານ ເບີນີ ແຊນເດີສ໌,
ເຊິ່ງແມ່ນນັກການເມືອງຫົວກ້າວໜ້າ ທີ່ມີຄະນະແນນນຳໜ້າໝູ່ ຜູ້ທີ່ພະຍາຍາມທີ່ຈະ
ຂັບໄລ່ປະທານາທິບໍດີ ດໍໂນລ ທຣຳ ອອກຈາກຕຳແໜ່ງໃນການເລືອກຕັ້ງປີ 2020.

ທ່ານ​ນາງ ວໍ​ເຣັນ ແລະ ທ່ານ ແຊນ​ເດີ​ສ໌ ໄດ້​ຮຽ​ກ​ຮ້ອງ​ໃຫ້​ຢຸດ​ລະ​ບົບ​ປະ​ກັນ​ສຸ​ຂະ​ພາບ​
ຂອງປະເທດໃນປັດຈຸບັນຢ່າງສິ້ນເຊີງ ທີ່ໄດ້ເພັ່ງເລັງໃສ່ແຜນປະກັນສຸຂະພາບຂອງບໍ
ລິສັດເອກະຊົນທີ່ຖືກສະເໜີໃຫ້ພະນັກງານ 150 ລ້ານຄົນຜ່ານ ຜູ້ຈ້າງງານຂອງເຂົາ
ເຈົ້າ. ແຕ່ທັດສະນະຄະຕິຂອງເພິ່ນໄດ້ຖືກໂຈມຕີເກືອບວ່າຕັ້ງແຕ່ຕອນເລີ່ມຕົ້ນຂອງ
ການໂຕ້ວາທີ ຢູ່ເວທີຂອງໂຮງລະຄອນ ໃນນະຄອນ ດີ​ທ​ຣອຍ ລັດ​ ມິ​ຊິ​ແກັນ, ເຊິ່ງ​ເປັນ
ສູນກາງດ້ານອຸດສາຫະກຳລົດຍົນຂອງປະເທດ.

ອະ​ດີດ​ສະ​ມາ​ຊິກ​ສະ​ພາຈາກລັດ​ ແມ​ຣີ​ແລນ ທ່ານ ຈອນ ເດເລ​ນີ ໄດ້​ກ່າວ​ວ່າ “ພວກ​
ເຮົາບໍ່ຈຳເປັນຕ້ອງເດີນທາງໄປທົ່ວ ແລະ ເປັນຝ່າຍຜູ້ລົບລ້າງ ແລະ ບອກຄົນຈຳນວນ
ເຄິ່ງປະເທດ ຜູ້ໃດທີ່ມີປະກັນສຸກະພາບຂອງເອກະຊົນ ວ່າປະກັນສຸຂະພາບຂອງເຂົາ
ເຈົ້າແມ່ນຜິດກົດໝາຍ.” ທ່ານໄດ້ກ່າວຕື່ມວ່າ “ມັນຍັງຈະເປັນນະໂຍບາຍທີ່ບໍ່ດີ. ມັນ
ຈະເຮັດໃຫ້ອຸດສາຫະກຳດັ່ງກ່າວຂາດເງິນທຶນ, ໂຮງໝໍຫຼາຍແຫ່ງຈະຖືກປິດລົງ ແລະ
ມັນແມ່ນການເມືອງທີ່ບໍ່ດີ.”

ທ່ານ​ນາງ ວໍ​ເຣັນ, ອະ​ດີດ​ອາ​ຈານ​ສອນ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຮ​າເຫວີດ (Harvard)
ແລະ ທ່ານ ແຊນເດີສ໌, ຜູ້ທີ່ໄດ້ອະທິບາຍວ່າຕົນເອງວ່າ ແມ່ນນັກສັງຄົມນິຍົມ ປະຊາ
ທິປະໄຕນັ້ນ, ແມ່ນເພື່ອນກັນມາດົນນານ ແລະ ມັກຈະເປັນພັນທະມິດທາງກັນເມືອງ
ນຳກັນ. ຕອນນີ້ພວກເພິ່ນກຳລັງພະຍາຍາມຫາຄະແນນສຽງຈາກຜູ້ສະໜັບສະໜູນ
ປີກຊ້າຍຂອງພັກເດໂມແຄຣັດ. ທັງສອງທ່ານໄດ້ປ້ອງກັນມຸມມອງຂອງພວກເພິ່ນ ໃນ
ການຮຽກຮ້ອງໃຫ້ນຳໃຊ້ລະບົບປະກັນສຸຂະພາບທີ່ດຳເນີນການໂດຍລັດຖະບານ.

ໃນ​ຈຸດ​ໃດ​ຈຸດ​ນຶ່ງທ່ານ ແຊນ​ເດີ​ສ໌ ຈາກ​ລັດ ​ເວີ​ມັອນ ໄດ້ຮ້ອງ​ອອກ​ມາ​ວ່າ “ນີ້ບໍ່​ແມ່ນ
ທັດສະນະຫົວຮຸນແຮງ”, ເຊິ່ງໄດ້ກ່າວເນັ້ນວ່າ ສັງຄົມຕາເວັນຕົກອື່ນໆແມ່ນໄດ້ຮັບ
ຮອງເອົາ ລະບົບທີ່ດຳເນີນການໂດຍລັດຖະບານແລ້ວ. ທ່ານໄດ້ເວົ້າວ່າ “ຂ້າພະເຈົ້າ
ເມື່ອຍກັບພັກເດໂມແຄຣັດໜ້ອຍນຶ່ງ ຜູ້ທີ່ຢ້ານຄວາມຄິດທີ່ໃຫຍ່.”

ທ່ານນາງ ວໍ​ເຣັນ ຈາກ​ລັດ ແມັ​ສ​ຊາ​ຈູ​ເຊັດ​ສ໌ ໄດ້​ປະ​ຕິ​ເສດ​ການ​ຕຳ​ໜິ​ວິ​ຈານ​ຕ່າງໆ​ວ່າ
“ຂ້າພະເຈົ້າບໍ່ເຂົ້າໃຈເປັນຫຍັງຄົນທີ່ພະຍາຍາມລົງແຂ່ງຂັນເອົຕຳແໜ່ງປະທານາທິ
ບໍດີ ສະຫະລັດ ມີແຕ່ເວົ້າ ກ່ຽວກັບ ສິ່ງທີ່ເຂົາເຈົ້າບໍ່ສາມາດເຮັດໄດ້ແທ້ ແລະ ບໍ່ຄວນ
ຕໍ່ສູ້ເພື່ອມັນ.”

ແຕ່​ຂູ່​ແຂ່ງ​ຂັນ​ຂອງ​ພວກ​ເພິ່ນ​ໄດ້​ທຳ​ການ​ໂຈມ​ຕີ​ໃສ່​ຄືນ, ໂດຍ​ເວົ້​າ​ວ່າ ຂໍ້​ສະ​ເໜີ​ຂອງ​
ພວກເພິ່ນ ຈະມີຜົນກະທົບຕໍ່ລະບົບປະກັນສຸຂະພາບ ສະຫະລັດ ທີ່ມີມາຍາວນານ
ພາຍໃນສີ່ປີ ຫຼື ດົນກວ່ານັ້ນ, ລວມທັງປະກັນໄພທີ່ລັດຖະບານໃຫ້ການຊ່ວຍເຫຼືອ ສຳ
ລັບບັນດາຄອບຄົວທີ່ມີລາຍໄດ້ປານກາງ ແລະ ຕ່ຳ ພາຍໃຕ້ກົດໝາຍປະກັນສຸຂະ
ພາບລາຄາຖືກ, ເຊິ່ງຮູ້ຈັກກັນດີໃນຊື່ Obamacare.

ສະ​ມາ​ຊິກ​ສະ​ພາ​ສູງ ທ່​ານ​ນາງ ເອ​ມີ ໂຄ​ລ​ບູ​ຊາ ຈາກ​ລັດ ມິນ​ເນ​ໂຊ​ຕ້າ, ຜູ້​ທີ່​ໄດ້​ຮຽກ​
ຮ້ອງ ໃຫ້ທຳການປ່ຽນແປງ ນະໂຍບາຍປະກັນສຸຂະພາບເພີ່ມເຕີມນັ້ນ ໄດ້ກ່າວວ່າ
“ຂ້າພະເຈົ້າມີຄວາມຄິດທີ່ເປັນຕາດຶງດູດໃຈ, ແຕ່ມັນໄດ້ຖືກຫ້າມໃນຄວາມເປັນຈິງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG