ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເຕືອນ​ວ່າ ພວກ​ຜູ້​ນຳ ​ກຸ່ມ​ລັດ​ອິ​ສ​ລາມ ແມ່ນ​ຕຽມ​ການ​ໂຈມ​ຕີ ຈາກ​ອີ​ຣັກ


ຫົວ​ໜ້າກຸ່ມລັດ​ອິ​ສ​ລາມ ທ້າວ Abu Bakr al-Baghdadi, ​ປາ​ກົດ​ຕົວ ໃນ​ຮອບ 5 ປີ ໃນ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ ​ໃນ​ວີ​ດີ​ໂອ ໃນ​ວັນ​ທີ 29 ​ເມ​ສາ ໂດຍສື່ມວນ​ຊົນ Al-Furqan.
ຫົວ​ໜ້າກຸ່ມລັດ​ອິ​ສ​ລາມ ທ້າວ Abu Bakr al-Baghdadi, ​ປາ​ກົດ​ຕົວ ໃນ​ຮອບ 5 ປີ ໃນ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ ​ໃນ​ວີ​ດີ​ໂອ ໃນ​ວັນ​ທີ 29 ​ເມ​ສາ ໂດຍສື່ມວນ​ຊົນ Al-Furqan.

ເຂດ​ທີ່​ປະ​ກາດ​ຕົນ​ເອງວ່າ ເປັນ​ເຂດ​ປົກ​ຄອງ ຫຼື caliphate ຂອງກຸ່ມລັດ​ອິ​ສ​ລາມ
ອາດ​ຕາຍ​ໄປ​ແລ້ວ, ແຕ່​ພວກຜູ້​ນຳຂອງ​ກຸ່ມ ແມ່ນ​ຍັງ​ພາ​ກັນ​ຫລົບ​ລີ້​ຢູ່ໃນ ​ຊີ​ເຣຍ
ແລະອີ​ຣັກໂດຍ​ໄຝ່ຝັນ​ວ່າ ມື້​ໃດ​ມື້​ນຶ່ງ ​ຖ້າ​ມີ​ໂອ​ກາດພວກ​ເຂົາ​ເຈົ້າ​ຈະ​ສາ​ມາດສັ່ງ​ໃຫ້
ທຳ​ການ​ໂຈມ​ຕີ​ໃສ່​ເປົ້າ​ໝາຍ​ຕ່າງໆ ໃນ​ທົ່ວ​ໂລກ​ອີກ.

ບົດ​ສະ​ຫຼຸບ​ນີ້ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ຊັ່ງ​ຊາທີ່ຫາ​ກໍ​ນຳ​ອອກ​ເຜີຍ​ແຜ່​ໃໝ່​ຊຶ່ງ​ມີ​ຂຶ້ນ
ໃນ​ທຸກ​ໆ 3 ເດືອນ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ກຸ່ມ​ລັດ​ອິ​ສ​ລາມ,
ທີ່​ຍັງ​ຮູ້​ກັນອີກໃນ​ຊື່ ISIS ຫຼື ISIL ທີ່ເຕືອນ​ເຖິງ​ຈຸດ​ສູນ​ກາງ​ຂອງ​ພວກ​ກຸ່ມ​ກໍ່​ການ​ຮ້າຍ
ດັ່ງ​ກ່າວ ທີ່​ລີ້​ຢູ່​ໃນ​ອີ​ຣັກ ​ເພື່ອ​ຖ້າ​ຟື້ນໂຕ​ຄືນ​ “ບ່ອນ​ທີ່ທ້າວ Abu Bakr al-Baghdadi
ແລະພວກ​ຜູ້​ນຳສ່ວນ​ໃຫຍ່​ຂອງ​ກຸ່ມ ISIL ​ຕັ້ງ​ທີ່​ໝັ້ນ​ຢູ່ນັ້ນ.”

​ລາຍ​ງານ​ເຕືອນ​ວ່າ “​ຄະ​ນະຜູ້​ນຳ ​ແມ່ນ​ມີ​ເປົ້າ​ໝາຍ​ທີ່​ຈະ​ປັບ​ໂຕ, ເອົາ​ຕົວ​ລອດ
ແລະ​ຮວມ​ຕົວ​ກັນ ໃນ​ເ​ຂດ​ໃດ​ນຶ່ງ ແລະ​ສ້າງຕັ້ງ​ກຳ​ລັງ ​ທີ່​ຫລົບ​ລີ້​ຢູ່ ໃນ​ລະ​ດັບ​ທ້ອງ​ຖິ່ນ
ເພື່ອ​ຕຽມຟື້ນ​ຕົວຄືນ​ໃນ​ທີ່​ສຸດນັ້ນ.”
ລາຍ​ງານ​ຍັງ​ກ່າວ​ຕື່ມ​ວ່າ “ເມື່ອ​ໃດ​ທີ່​ພວກ​ເຂົາ
​ມີ​ເວ​ລາ ແລະ​ສະ​ຖານ​ທີ່​ ໃນ​ການ​ລົງ​ທຶນ ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການປະ​ຕິ​ບັດ​
ງານ ຢູ່ພາຍນອກ​ແລ້ວ​ນັ້ນ ກຸ່ມ ISIL ຈະ​ເປັນ​ຜູ້​ອອກ​ຄຳ​ສັ່ງແລະ​ອຳ​ນວຍ​ຄວາມ
ສະດວກ ໃນ​ການ​ໂຈມ​ຕີ ​ຕໍ່ນາໆ​ຊາດ.”

ໃນ​ຂະ​ນະ​ດຽວ​ກັນ​ນີ້ ລາຍ​ງານ​ຍັງ​ເຕືອນ​ວ່າ ກຸ່ມ​ອົງ​ການ​ກໍ່​ການ​ຮ້າຍ​ນີ້ “ແມ່ນ​ຍັງ​ສືບ​ຕໍ່​
ປັບ​ໂຕ​ໃຫ້​ຢູ່​ໃນ​ສະ​ພາບ​ ​ຕາ​ໜ່າງການ​ປະ​ຕິ​ບັດ​ງານ​,”
ນັບ​ຕັ້ງ​ແຕ່ ການ​ພັງ​ທະ​ລາຍ​ລົງ​ຂອງເມືອງ Baghuz, ຊຶ່ງ​ເປັນທີ່​ໝັ້ນ​ແຫ່ງສຸດ​ທ້າຍ ທີ່​ພວກ​ເຂົາ​ຍຶດ​ໄວ້ ໃນ​ຊີ​ເຣຍ
ເມື່ອ​ເດືອນ​ມີ​ນາ ຜ່ານ​ມາ​ນີ້.

ໃນ​ຂະ​ນະ​ທີ່​ການ​ຊັ່ງ​ຊາ​ວ່າ​ທ້າວ Baghdadi ​ປະ​ຕິ​ບັດ​ງານ​ສ່ວນ​ໃຫຍ່ຈາກ​ອີ​ຣັກ
ແມ່ນເປັນ​ເລື້ອງ​ໃໝ່ ​ແຕ່ການ​ເຕືອນ​ຢ່າງ​ອື່ນ​ແມ່ນຄ້າຍໆ​ຄື​ກັນ ກ່ຽວ​ກັບ​ການ​ສະແດງ
​ຄວາມ​ເປັນຫ່ວງ​ຈາກເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ແລະ​ພວກ​ອື່​ນໆ ເມື່ອ​ປີ​ກາຍ​ນີ້.

​ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ພັນ​ໂທ Sean Robertson ​ໄດ້​ບອກ​ກັບ​ວີ​ໂອ​ເອ
ໃນ​ເດືອນ​ສິງ​ຫາ ປີ​ກາຍ​ນີ້​ວ່າ ກຸ່ມ​ລັດ​ອິ​ສ​ລາມ ແມ່ນ “ແມ່ນ​ຢູ່​ໃນ​ຖາ​ນະ​ທີ່​ຈະ​ຟື້ນຕົວ
​ຄືນ​ໃໝ່​ ແລະ​ສາ​ມາດ​ທີ່​ຈະເຮັດ​ວຽກ ໃນ​ທາງ​ຕົວ​ຈິງ ເພື່ອ​ກໍ່​ຕັ້ງ​ເຂດ​ປົກ​ຄອງ​
ຕົນ​ເອງຄືນນັ້ນ.”

ສ່ວນ​ເອກ​ອັກ​ຄະ​ລັດ​ຖະ​ທູດ James Jeffery ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ
ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເລື້ອງ​ຊີ​ເຣຍ ກ່າວ​ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ ຫຼັງ​ຈາກ​ທີ່​ເມືອງ
Baghuz ແຕກ​ແລ້ວນັ້ນ​ວ່າ “ນີ້​ບໍ່​ແມ່ນ​ການ​ສິ້ນ​ສຸດ ໃນ​ການ​ສູ້​ລົບ​ເທື່ອ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG