ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ວ່າ ກຳລັງ ອັຟການິສຖານ ແລະ ເນໂຕ້ ສັງຫານພົນລະເຮືອນ ຫຼາຍກວ່າ ກຸ່ມກະບົດ


ພວກແມ່ຍິງຢູ່ໃນຄຸ້ມຕ່າງໆ ເຂົ້າຮ່ວມພິທີຝັງສົບ ພວກພົນລະເຮືອນ ທີ່ໄດ້ຖືກສັງຫານ ໂດຍພວກກະບົດ ຢູ່ໃນຄຸ້ມ ເມຍຊາ ໂອລັງ (Mirza Olang), ໃນແຂວງ ຊາຣ-ເອີ-ປູລ (Sar-e Pul), ຂອງອັຟການິສຖານ.
ພວກແມ່ຍິງຢູ່ໃນຄຸ້ມຕ່າງໆ ເຂົ້າຮ່ວມພິທີຝັງສົບ ພວກພົນລະເຮືອນ ທີ່ໄດ້ຖືກສັງຫານ ໂດຍພວກກະບົດ ຢູ່ໃນຄຸ້ມ ເມຍຊາ ໂອລັງ (Mirza Olang), ໃນແຂວງ ຊາຣ-ເອີ-ປູລ (Sar-e Pul), ຂອງອັຟການິສຖານ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ມີ​ພົນ​ລະ​ເຮືອນ​ອັ​ຟ​ກາ​ນິ​ສ​ຖານ ​ຖືກ​ຂ້າ​ຕາຍ​ໂດຍ
ທະ​ຫານ​ລັດ​ຖະ​ບານແລະ​ກຳ​ລັງ​ທີ່​ນຳ​ພາ​ໂດຍ​ອົງ​ການ​ເນ​ໂຕ້ ຫຼາຍກວ່າ​ຖືກຂ້າ​ຕາຍ ​
ໂດຍ​ພວກຕາ​ລີ​ບານ ແລະ​ກະ​ບົດ​ກຸ່ມ​ອື່ນໆ ໃນ​ໄລ​ຍະ 6 ເດືອນ​ທຳ​ອິດຂອງ​ປີນີ້.

ອົງ​ການ​ປະ​ຕິ​ບັດ​ງານ ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ເປີດ​ເຜີຍ​ລາຍ​
ງານໃນ​ວັນ​ຈັນ​ວານນີ້ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ພົນ​ລະ​ເຮືອນ 717 ຄົນ ​ໄດ້ຖືກ​ຂ້າຕາຍ
​ໂດຍ​ທະ​ຫານ​ລັດ​ຖະ​ບານ ແລະ​ກຳ​ລັງ​ນາໆ​ຊາດ ຊຶ່ງ​ເປັນ​ການ​ເພີ້ມ​ຂຶ້ນ 31 ເປີ​ເຊັນ
ຈາກ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2018 ຊຶ່ງ​ປຽບ​ທຽບ​ໃສ່ 531 ຄົນ ທີ່​ຖືກ​ຂ້າ​ຕາຍ​ ໂດຍ​
ພວກ​ຕາ​ລີ​ບານ ແລະ​ກຸ່ມ​ອິ​ສ​ລາມ​ຫົວ​ຮຸ​ນ​ແຮງ​ອື່ນໆ. ການ​ເສຍ​ຊີ​ວິດ​ສ່ວນ​ໃຫຍ່ແມ່ນ
​ມີ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ທາງ​ອາ​ກາດ ແລະ​ພາກພື້ນດິນ ຂອງ​ທະ​ຫານ ​ລັດ​
ຖະ​ບານ ​ອັ​ຟ​ການິ​ສ​ຖານ ​ແລະ​ອົງ​ການ​ເນ​ໂຕ້.

ລາຍ​ງານ​ຍັງ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ພົນ​ລະ​ເຮືອນ​ອັ​ຟ​ກາ​ນິ​ສ​ຖານ​ທັງ​ໝົດ 2,446 ຄົນ ໄດ້
​ຮັບ​ບາດ​ເຈັບຈາກ​ພວກ​ທີ່​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ ແລະ​ກຳ​ລັງ​ຂອງພວກ​ກະ​ບົດ.

ທ່​ານ​ຣິ​ເຈີດ ແບນ​ແນັດ ຫົວ​ໜ້າ​ດ້ານ​ສິດ​ທິ​ມະ​ນຸດ​ຂອ​ງ​ອົງ​ການ​ປະ​ຕິ​ບັດ​ງານ​ສະ​ຫະ​
ປະ​ຊາ​ຊາດ​ໃນ​ອັ​ຟ​ກາ​ນິ​ສ​ຖານກ່າວ​ວ່າ “ພັກ​ຝ່າຍ​ກ່ຽວ​ຂ້ອງ​ ໃນ​ບັນ​ຫາ​ຂັດ​ແຍ້ງ ອາດ
​ໃຫ້​ການ​ອະ​ທິ​ບາຍ ​ທີ່​ແຕກ​ຕ່າງ​ກັນ ກ່ຽວ​ກັບ​ທ່າ​ອຽງ​ເມື່ອ​ໄວໆ​ມານີ້ ຊຶ່ງ​ແຕ່​ລະຝ່າຍ ​
ຕ່າງ​ກໍ​ໃຫ້​ເຫດ​ຜົນ ​ຕໍ່​ຍຸດ​ທະ​ວິ​ທີ​ທາງ​ທະ​ຫານ​ຂອງ​ຕົນ.” ທ່ານກ່າວວ່າ ທັງ​ສອງສາ​
ມາດ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ດີ​ຂຶ້ນ​ໄດ້ “ບໍ່​ພຽງ​ແຕ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍຂອງ​ສາ​ກົນ
​ ເທົ່າ​ນັ້ນ ແຕ່​ຍັງ​ສາ​ມາດ​ຫລຸດ​ຜ່ອນ​ຄວາມ​ຮ້າຍ​ແຮງ ​ຂອງ​ສົງ​ຄາມ​ລົງໄດ້.”

ສະ​ຫະ​ລັດ​ພວມ​ເຈ​ລະ​ຈາສັນ​ຕິ​ພາບ​ກັບພວກ​ຕາ​ລີ​ບານ​ເພື່ອ​ຍຸ​ຕິ​ສົງ​ຄາມ​ທີ່​ດຳ​ເນີນ​ມາ
​ເປັນ​ເວ​ລາ 18 ປີ ທີ່​ສະ​ຫະ​ລັດ​ໄດ້​ເລີ້ມ​ຕໍ່​ພວກ​ຕາ​ລີ​ບານ​ທີ່​ປົກ​ຄອງ​ອັ​ຟ​ກາ​ນິ​ສຖານ ​
ໃນ​ເວ​ລານັ້ນ ເພື່ອ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ ​ເມື່ອ​ວັນ​ທີ 11 ກັນ​ຍາ ປີ 2001 ໃນ​ການໂຈມ
​ຕີ​ຂອງ​ກຸ່ມ​ອາ​ລ​ກາ​ອີ​ດາ ຕໍ່​ນະ​ຄອນ​ວໍ​ຊິງ​ຕັນ ແລະ​ນິວຢອກ. ພວກ​ຕາ​ລີ​ບານຢາກ​ໃຫ້​ມີ​
ການ​ຖອນ​ທະ​ຫານ​ອາ​ເມ​ຣິ​ກັນ​ ແລະ​ຕ່າງ​ປະ​ເທດ​ທັງ​ໝົດ​ ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ
ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ຕ້ອງ​ການ​ຢາກ​ໃຫ້​ພວກ​ຕາ​ລີ​ບານ​ຄ້ຳປະ​ກັນ​ ທາງ​ດ້ານ​ຄວາມ
​ປອດ​ໄພ ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ຮວມ​ທັງ​ວ່າ ອັ​ຟ​ກາ​ນິ​ສຖານ​ ຈະ​ບໍ່​ຖືກ​ນຳ​ໃຊ້​ເປັນ​
ຖານ​ທັບເພື່ອ​ໂຈມ​ຕີ ​ສະ​ຫະ​ລັດ ອີກ​ເດັດ​ຂາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG