ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ນັກໂທດ ຢ່າງນ້ອຍ 57 ຄົນ ຖືກສັງຫານ ແລະ 16 ຄົນ ຖືກ​ຕັດ​ຫົວ ໃນການຈະ​ລາ​ຈົນ ຢູ່ຄຸກ ບຣາຊິລ


ເຮ​ືອ​ບິນ​ເຮ​ລິ​ຄອບ​ເຕີຕຳ​ຫຼວດ ບິນ​ລາດ​ຕະ​ເວນ ​ທີ່ສູນກາງ​ຟື້ນຟູ ​ແຫ່ງ​ນຶ່ງ​ ໃນເມືອງ Altamira, ລັດ Para, ບ​ຣາ​ຊິ​ລ, 29 ກໍ​ລະ​ກົດ 2019.
ເຮ​ືອ​ບິນ​ເຮ​ລິ​ຄອບ​ເຕີຕຳ​ຫຼວດ ບິນ​ລາດ​ຕະ​ເວນ ​ທີ່ສູນກາງ​ຟື້ນຟູ ​ແຫ່ງ​ນຶ່ງ​ ໃນເມືອງ Altamira, ລັດ Para, ບ​ຣາ​ຊິ​ລ, 29 ກໍ​ລະ​ກົດ 2019.

ມີ​ພວກ​ນັກ​ໂທດ ຢ່າງ​ນ້ອຍ 57 ຄົນ ໄດ້​ຖືກ​ສັງ​ຫານ ລະ​ຫວ່າງ​ການ​ກໍ່​ຈະ​ລາ​ຈົນ​ໃນ​ຄຸກທາງ​ພາກ​ເໜືອ​ຂອງ​ບ​ຣາ​ຊິ​ລ ໃນ​ວັນ​ວານ​ນີ້.

ການກໍ່​ຈະ​ລາ​ຈົນ ໄດ້​ເລີ້ມ​ຂຶ້ນ​ໃນ​ຕອນເຊົ້າ ​ທີ່​ຄຸກ Altamira ​ຢູ່ລັດປາ​ຣາທາງ​ພາກ​ເໜືອ​ຂອງ​ປະ​ເທດ. ຫົວ​ໜ້າ​ຄຸກຂອງ​ລັດ ທ່ານ Jarbas Vasconcelos ໄດ້ກ່າວ​ໃນຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ພວກ​ສະ​ມາ​ຊິກ​ ​ຂອງ​ແກັ່ງ​ອັນ​ຕະ​ພານ Comando Classe A ໄດ້ຈຸດ​ໄຟໃ​ສ່​ຫ້ອງ​ຂັງ​ຂອງ​ນັກ​ໂທດ ທີ່​ເປັນ​ສະ​ມາ​ຊິກຂອງ​ແກັ່ງ​ອັນ​ຕະ​ພານ Comando Vermelho. ວີ​ດີ​ໂອ​ແລະຮູບ​ຕ່າງໆ ​ທີ່​ນຳ​ເຜີຍ​ແຜ່ ໂດຍ​ສື່ມວນ​ຊົນ​ທ້ອງ​ຖິ່ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມີຄວັນ​ໄຟເລັດ​ລອດ​ອອກ​ມາ​ຈາກ​ຄຸກ.

ພວກ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ​ນັກ​ໂທດ 16 ຄົນ​ທີ່​ເສຍ​ຊີ​ວິດ ແມ່ນ​ຖືກ​ຕັດ​ຄໍ. ພວກ​ຍາມ 2 ຄົນ ແມ່ນຖືກ​ຈັບ​ໄປ​ເປັນ​ຕົວ​ປະ​ກັນ ໃນ​ການ​ປະ​ທ້ວງ​ນີ້, ແລະ​ໃນ​ທີ່​ສຸດ ກໍ​ຖືກ​ປ່ອຍ.

ເຫດຮ້າຍ​ຄັ້ງ​ນີ້ ແມ່ນເປັນ​ການ​ເຕືອນ​ເຖິງ​ການ​ກໍ່​ຈະ​ລາ​ຈົນ ໃນ​ເດືອນ​ພຶດ​ສະ​ພາ ​ເວ​ລາ​ພວກ​ນັກ​ໂທດ 55 ຄົນ ໄດ້​ຖືກ​ສັງ​ຫານ ໃນ​ຄວາມ​ຮຸນ​ແຮງ​ກ່ຽວ​ຂ້ອງ​ກັບ​ແກັ່ງ​ອັນ​ຕະ​ພານ ໃນ​ຄຸກ 4 ແຫ່ງ ໃນ​ລັດ​ Amazonas ທີ່ໃກ້​ຄຽງ​ນັ້ນ.

ກຸ່​ມ​ປົກ​ປ້ອງສິດ​ທິ​ມະ​ນຸດ ໄດ້​ກ່າວ​ຫາ​ລັດ​ຖະ​ບານບ​ຣາ​ຊິ​ລ​ບໍ່​ໄດ້​ດຳ​ເນີນ​ການ​ຫຍັງ ​ຫລາຍກ່ຽວ​ກັບ​ບັນ​ຫາ​ຄວາມ​ວຸ້​ນ​ວາຍ​ໃນ​ຄຸກຂອງ​ປະ​ເທດ​ແລະ​ຄວາມ​ແອ​ອັດ​ຂອງ​ຄຸກ. ຈຳ​ນວນ​ພວກ​ນັກ​ໂທດ​ໃນ​ຄຸກ ເພີ້ມ​ຂຶ້ນ​ຈາກ 500,000 ​ຄົນ ໃນ​ທົດ​ສະ​ວັດ​ແລ້ວ​ນີ້ ເປັນ 841,000 ຄົນ ໃນ​ປີ​ກາຍ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG