ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາລີຟໍເນຍ ໄວ້ອາໄລ ແກ່ພວກຜູ້ເຄາະຮ້າຍ ຈາກການຍິງສັງຫານໝູ່ ໃນງານບຸນ ມະຫະກຳອາຫານ ໃນເມືອງກີລໂຣຍ


ນາງແພດສຸກເສີນ ເລີເບັກກາ ແມັກໂຄວີແອກ ຍ່າງຜ່ານ ສະຖານທີ່ໄວ້ອາໄລ ທີ່ຕັ້ງຂຶ້ນໃຫ້ແກ່ພວກຜູ້ເຄາະຮ້າຍ ຖືກຍິງ ໃນງານບຸນມະຫະກຳຜັກທຽມ ຂອງເມືອງກີລໂຣຍ, ເມື່ອວັນ ຈັນ ທີ 29 ກໍລະກົດ 2019, ລັດຄາລີຟໍເນຍ. (AP Photo/Noah Berger)
ນາງແພດສຸກເສີນ ເລີເບັກກາ ແມັກໂຄວີແອກ ຍ່າງຜ່ານ ສະຖານທີ່ໄວ້ອາໄລ ທີ່ຕັ້ງຂຶ້ນໃຫ້ແກ່ພວກຜູ້ເຄາະຮ້າຍ ຖືກຍິງ ໃນງານບຸນມະຫະກຳຜັກທຽມ ຂອງເມືອງກີລໂຣຍ, ເມື່ອວັນ ຈັນ ທີ 29 ກໍລະກົດ 2019, ລັດຄາລີຟໍເນຍ. (AP Photo/Noah Berger)

ຫຼາຍຮ້ອຍຄົນໄດ້ໄປເຕົ້າໂຮມກັນ ຢູ່ດ້ານນອກຫໍປະຊຸມຂອງເມືອງກີລໂຣຍ ໃນ ລັດ
ຄາລີຟໍເນຍ ໃນວັນຈັນວານນີ້ ເພື່ອໄວ້ອາໄລໃຫ້ແກ່ພວກຜູ້ເຄາະຮ້າຍທີ່ເສຍຊີວິດ
ແລະໃຫ້ກຽດແກ່ຜູ້ທີ່ໄດ້ຮັບບາດເຈັບ ທີ່ໄດ້ຖືກຍິງໂດຍຊາຍໜຸ່ມ ຜູ້ທີ່ໄດ້ ໂຈມຕີງານ
ບຸນມະຫະກຳອາຫານ ທີີ່ຄົນນິຍົມໄປທ່ຽວນັ້ນ.

ພວກຄົນທີ່ໄປຮ່ວມໃນພິທີດັ່ງກ່າວ ກໍໄດ້ພາກັນໄຕ້ທຽນ ແລະຟັງການກ່າວຄຳປາໄສ
ຈາກບັນດາຜູ້ນຳໃນທ້ອງຖິ່ນ ແລະກໍໄດ້ຮ່ວມກັນຮ້ອງຄຳຂວັນວ່າ “ກີລ ໂຣຍເຂັ້ມແຂງ
ຫຼື Gilroy Strong.”

“ພວກເຮົາບໍ່ສາມາດ ປ່ອຍໃຫ້ຄົນຊົ່ວຊ້າ ທີ່ໄດ້ເຮັດເຊັ່ນນີ້ ທຳລາຍພວກເຮົາ” ນັ້ນ
ແມ່ນຄຳເວົ້າ ຂອງເຈົ້າ​ເມືອງ ໂຣແລນ ເວລາສໂກ ທີ່ໄດ້ກ່າວໄປ.” ທ່ານ ກ່າວຕື່ມວ່າ
“ບັດນີ້ຜູ້ທີ່ໄດ້ເຮັດເຊັ່ນນີ້ ໄດ້ເອົາບາງສິ່ງບາງຢ່າງຈາກພວກເຮົາ ໄປ. ພວກເຂົາ ເອົາ
ງານບຸນນ້ອຍຂອງເມືອງ ທີ່ໄດ້ສ້າງລາຍໄດ້ຫຼາຍລ້ານໂດ ລາ ຕະຫຼອດໄລຍະ 41
ປີ ໄປ. ພວກເຂົາ ເອົາອັນນັ້ນໄປ ຈາກພວກເຮົາ. ລາວເອົາອັນນັ້ນ ໄປຈາກພວກເຮົາ.”

ທາງການກຳລັງພະຍາຍາມຊອກຫາແຮງຈູງໃຈ ຢູ່ເບື້ອງຫຼັງຂອງການໂຈມຕີ ໃນວັນ
ອາທິດຜ່ານມານີ້ ໃນເມືອງແຫ່ງນີ້ ທີ່ຕັ້ງຢູ່ຫ່າງຈາກ ນະຄອນ ແຊນ ແຟຣນຊິສໂກ
ທາງກ້ຳຕາເວັນອອກສຽງໃຕ້ ປະມານ 170 ກິໂລແມັດ.

ມືປືນຄົນດັ່ງກ່າວ ໄດ້ຖືກລະບຸໂຕ ຄືທ້າວແຊນຕີໂນ ວີລລຽມ ເລີແກນ ອາຍຸ 19 ຊຶ່ງ
ປາກົດວ່າ ຜູ້ກ່ຽວແນໃສ່ຜູ້ຄົນໂດຍບໍ່ເລືອກໜ້າດ້ວຍ “ປືນຍາວປະເພດ ໃຊ້ໃນສົງຄາມ”
ໃນວັນສຸດທ້າຍຂອງງານບຸນມະຫະກຳຜັກທຽມຂອງເມືອງກີລໂຣຍ ອີງຕາມ ຜູ້ບັນຊາ
ການຕຳຫຼວດເມືອງກີລໂຣຍ ທ່ານສະກັອດ ສະມິດຕີ.

ຜູ້ທີ່ໄດ້ເສຍຊີວິດ ລວມມີ ເດັກນ້ອຍຜູ້ຊາຍອາຍຸ 6 ປີ ເດັກນ້ອຍຜູ້ຍິງ ອາຍຸ 13 ແລະ
ຊາຍໜຸ່ມ ອາຍຸ 20 ປີ ແລະ ອີກ 12 ຄົນ ຜູ້ທີ່ໄປທ່ຽວງານບຸນດັ່ງ ກ່າວ ກໍໄດ້ຮັບບາດ
ເຈັບ ໃນການໂຈມຕີ ຊຶ່ງໄດ້ສິ້ນສຸດລົງດ້ວຍການຍິງ ສັງ ຫານມືປືນ ໂດຍເຈົ້າໜ້າທີ່
ຕຳຫຼວດ.

ທ່ານສະມິດຕີໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ວ່າ ເຈົ້າໜ້າທີ່ຕຳຫຼວດ ໄດ້
ເຂົ້າໄປຮັບມືກັບສະຖານະການ ບໍ່ເຖິງນຶ່ງນາທີ ຫຼັງຈາກທີ່ມືປືນໄດ້ເປີດສາກ ຍິງເຂົ້າ​
ໃສ່​ຜູ້​ຄົນ.

ທ່ານເວົ້າວ່າ “ມັນອາດຈະກາຍເປັນເຫດການທີ່ຮ້າຍແຮງຂຶ້ນໄດ້ ຢ່າງໄວວາ.”

ບັນດາເຈົ້າໜ້າທີ່ ໄດ້ກ່າວ ໃນວັນຈັນວານນີ້ ວ່າ ພວກເພິ່ນໄດ້ຊອກຫາຜູ້ຕ້ອງ ສົງໄສ
ຄົນທີສອງ ຫຼັງຈາກທີ່ມີລາຍງານໂດຍຜູ້ເຫັນເຫດການ ທີ່ບໍ່ສາມາດຢັ້ງ ຢືນໄດ້ ວ່າ
ທ້າວເລີແກນ ອາດຈະມີຜູ້ສົມຮູ້ຮ່ວມຄິດນຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG