ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກ​ປະ​ທ້ວງ ພາ​ກັນ​ເດີນ​ຂະ​ບວນ ລົບ​ກວນ ພວກ​ຜູ້​ຄົນ​ ທີ່​ໃຊ້​ບໍ​ລິ​ການ ​ລົດ​ໄຟ​ໃຕ້​ດິນ ໃນ​ທົ່ວຮົງ​ກົງ


ພວກ​ປະ​ທ້ວງ​ແມ່ນ​ແກວ່ງ​ແກັ​ສນ້ຳ​ຕາ ທີ່​ພວກ​ຕຳ​ຫຼວດ​ຍິງ​ມາໃສ່ນັ້ນ ກັບ​ຄືນ​ໄປ ໃນ​ການ​ປະ​ທ້ວງ ​ທີ່​ຮົງ​ກົງ, 28 ກໍ​ລະ​ກົດ 2019.
ພວກ​ປະ​ທ້ວງ​ແມ່ນ​ແກວ່ງ​ແກັ​ສນ້ຳ​ຕາ ທີ່​ພວກ​ຕຳ​ຫຼວດ​ຍິງ​ມາໃສ່ນັ້ນ ກັບ​ຄືນ​ໄປ ໃນ​ການ​ປະ​ທ້ວງ ​ທີ່​ຮົງ​ກົງ, 28 ກໍ​ລະ​ກົດ 2019.

ພວກ​ປະ​ທ້ວງ​ທີ່​ນິ​ຍົມປະ​ຊາ​ທິ​ປະ​ໄຕ ໃນ​ຮົງ​ກົງ ໄດ້ພາ​ກັນ​ລົງ​ໄປ​ຍັງ​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນໃນ​ທົ່ວຕົວ​ເມືອງ​ ໃນວັນ​ອັງ​ຄານ​ມື້​ນີ້ ​ເພື່ອ​ຂັດ​ຂວາງ​ບໍ່​ພວກ​ທີ່​ເດີນ​ທາງອອກ​ຈາກລົດ​ໄຟ.

ການ​ໃຫ້​ບໍ​ລິ​ການໄດ້​ມີ​ການ​ຊັກ​ຊ້າ ແລະ​ຖືກ​ຍົກ​ເລີກ​ເປັນ​ບາງ​ສ່ວນໃນ​ບາງ​ສະ​ຖາ​ນີຕາມ​ເສັ້ນ​ທາງລົດ​ໄຟ​ໃຕ້​ດິນ​ຂອງ​ຮົງ​ກົງ​ໂດຍບັງ​ຄັບ​ໃຫ້​ພວກ​ຜູ້​ຄົນ​ທີ່​ໃຊ້​ບໍ​ລິ​ການ ຢືນ​ລໍຖ້າ​ລົດ​ເມ​ເປັນ​ແຖວຍາວ ເພື່ອ​ນຳ​ສົ່ງ​ໄປ​ຍັງ​ສະ​ຖາ​ນີ​ອື່ນ. ມີ​ການ​ປະ​ທະ​ກັນ​ເກີດ​ຂຶ້ນລະ​ຫວ່າງພວກ​ປະ​ທ້ວງ ແລະ​ພວກ​ຜູ້​ຄົນທີ່​ໃຊ້​ບໍ​ລິ​ການ​ລົດ​ໄຟໃຕ້​ດິນ ທີ່​ໂກດ​ແຄ້ນ​ ງຸດ​ງິດ ແລະ​ຕັ້ງ​ໜ້າ​ຕັ້ງ​ຕາ​ເພື່ອ​ຈະ​ໄປ​ເຮັດ​ວຽກ​ເຮັດ​ການ​ນັ້ນ.

ພວກ​ປະ​ທ້ວງ​ ໄດ້ປ່ຽນ​ຮູບ​ແບບຈາກ​ການ​ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ຮ່າງ​ກົດ​ໝາຍ​ທີ່​ຈະ​ສົ່ງ​ຊາວ​ຮົງ​ກົງທີ່​ມີຄວາມຜິດໄປ​ຍັງ​ຈີນ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້​ໄດ້​ຖືກ​ໂຈະ​ໄວ້ນັ້ນ ​ໄປ​ເປັນ ການ​ປະ​ທ້ວງ ​ເພື່ອຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ຮູບ​ປະ​ຊາ​ທິ​ປະ​ໄຕແລະ​ຍຸ​ຕິ​ການປົກ​ຄອງ​ທີ່ເຄັ່ງ​ຄັດ ​ຂອງ​ປັກ​ກິ່ງ​ຕໍ່​ຮົງ​ກົງ.

​ນີ້​ແມ່ນ​ຄວາມ​ວຸ້ນ​ວາຍ​ທາງ​ສັງ​ຄົມ ທີ່ຮ້າຍ​ແຮງ​ສຸດ ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ອະ​ດີດ​ອາ​ນາ​ນິຄົມ​ຂອງ​ອັງ​ກິດ ນັບ​ຕັ້ງ​ແຕ່​ໄດ້ກັບ​ຄືນ​ໄປ​ຢູ່ ​ພາຍ​ໃຕ້ການ​ປົກ​ຄອງ​ຂອງຈີນ ເມື່ອ 22 ປີ ຜ່ານ​ມາ​ນັ້ນ.

ເຈົ້າ​ໜ້າ​ທີ່​ຈີນ ທ່ານ​ນຶ່ງ ໃນ​ວັນ​ຈັນ​ວານ​ນີ້ ໄດ້​ຮຽກ​ຮ້ອງ​ໃຫ້​ຊາວ​ຮົງ​ກົງ ຄັດ​ຄ້ານ​ຕໍ່​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະໄດ້​ກ່າວ​ຫາ​ພວກ​ນັກ​ການ​ເມືອງ​ຕາ​ເວັນ​ຕົກ​ບາງ​ຄົນ ທີ່ໄດ້​ຍຸ​ຍົງ​ໃຫ້​ເກີດ​ຄວາມ​ບໍ່​ສະ​ງົບ​ດັ່ງ​ກ່າວ.

ໂຄ​ສົກ​ຂອງກະ​ຊວງ​ຮັບ​ຜິດ​ຊອບ​ກິດ​ຈະ​ການ​ຮົງ​ກົງແລະ​ມາ​ກາວ ທ່ານ Yang Guang ໄດ້​ກ່າວ​ຢ້ຳ​ເຖິງ​ການໃຫ້​ຄວາມສະ​ໜັບ​ສະ​ໜຸນຂອງ​ລັດ​ຖະ​ບານ ຕໍ່ທ່ານ​ນາງ ແຄ​ຣີ ແລມ ​ຜູ້ນຳ​ຮົງ​ກົງທີ່​ກຳ​ລັງ​ຕໍ່​ສູ້​ດີ້ນ​ຮົນ​ຢູ່​ນັ້ນ.

​ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG