ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວຮຸນແຮງ ບຸກໂຈມຕີ ຫ້ອງການການເມືອງ ຂອງອະດີດ ຫົວໜ້າສາຍລັບ ອັຟການິສຖານ


ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງອັຟການິສຖານ ປິດລ້ອມສະຖານທີ່ໂຈມຕີໃນນະຄອນຫຼວງ ກາບູລ ຂອງ ອັຟການິສຖານ, ວັນອາທິດ ທີ 28 ກໍລະກົດ 2019.
ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງອັຟການິສຖານ ປິດລ້ອມສະຖານທີ່ໂຈມຕີໃນນະຄອນຫຼວງ ກາບູລ ຂອງ ອັຟການິສຖານ, ວັນອາທິດ ທີ 28 ກໍລະກົດ 2019.

ທາງການຂອງອັຟການິສຖານ ກ່າວວ່າ ການໂຈມຕີ ດ້ວຍລົດບັນຈຸລະເບີດ ແລະດ້ວຍ
ປືນ ຢູ່ໃນນະຄອນຫຼວງກາບູລ ທີ່ໄດ້ສັງຫານ ຢ່າງໜ້ອຍ 20 ຄົນ ແລະເຮັດໃຫ້ອີກ 50
ຄົນ ບາດເຈັບ.

ບັນດາເຈົ້າໜ້າທີ່ ແລະພວກທີ່ເຫັນເຫດການ ຕ່າງກໍໄດ້ກ່າວວ່າ ພວກຄົນຮ້າຍຈຳນວນ
ນຶ່ງ ຕິດລະເບີດສະຫລະຊີບ ແລະອາວຸດເຕັມອັດຕາ ໄດ້ບຸກຈູ່ໂຈມສະຖານທີ່ຕັ້ງ ຫ້ອງ
ການຂອງອົງການ Afghanistan Green Trend ຫຼືເອີ້ນຫຍໍ້ວ່າ AGT ຊຶ່ງເປັນອົງການ
ເຄື່ອນໄຫວດ້ານການເມືອງ ທີ່ນຳພາໂດຍ ອະດີດຫົວໜ້າສາຍລັບຂອງປະເທດ ທ່ານ
ອາມຣູລາ ຊາເລ. ທ່ານຊາເລ ຍັງເປັນຜູ້ສະໝັກແຂ່ງຂັນ ເປັນຮອງປະທານາທິບໍດີ
ທັງເປັນທິມງານຄະນະເລືອກຕັ້ງ ຂອງປະທານາທິບໍດີ ອາຊຣາຟ ການີ ຜູ້ທີ່ດຳລົງຕຳ
ແໜ່ງໃນປັດຈຸບັນ ນຳດ້ວຍ ສຳລັບການເລືອກຕັ້ງຂອງປະເທດ ທີ່ຈະມີຂຶ້ນໃນໄວໆນີ້.

ເຫດການດັ່ງກ່າວ ໄດ້ເກີດຂຶ້ນ ບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ ທ່ານການີ ແລະທ່ານຊາເລ
ໄດ້ໄປເຂົ້າຮ່ວມໃນການຊຸມນຸມຫາສຽງເລືອກຕັ້ງໃນນະຄອນຫຼວງກາບູລ ໃນຂະນະທີ່
ການໂຄສະນາຫາສຽງເພື່ອເລືອກເອົາປະທານາທິບໍດີ ຄົນໃໝ່ຂອງອັຟການິຖານ ໄດ້ເລີ້ມຕົ້ນຂຶ້ນ ຢ່າງເປັນທາງການ ໃນວັນອາທິດວານນີ້.

ການໂຈມຕີດັ່ງກ່າວ ໄດ້ເລີ້ມຂຶ້ນ ໂດຍມີຜູ້ຮ້າຍຄົນນຶ່ງ ບີບຂະນວນ ລະເບີດທີ່ບັນຈຸໃນ
ລົດ ໃຫ້ແຕກຂຶ້ນ ຈຶ່ງອຳນວຍໃຫ້ພວກຄົນຮ້າຍອື່ນໆ ເຂົ້າໄປໃນສະຖານທີ່ໄດ້. ກອງ
ກຳລັງຄອມມັງໂດຂອງອັຟການິຖານ ກໍໄດ້ປິດລ້ອມພື້ນທີ່ຢ່າງວ່ອງໄວ ໃນການປາບ
ປາມພວກໂຈມຕີທັງຫຼາຍ.

ບໍ່ທັນໄດ້ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບເທື່ອ ສຳລັບການໂຈມຕີດັ່ງກ່າວ.
ສ່ວນກາບູລ ກໍໄດ້ຖືກສັ່ນສະເທືອນໂດຍການໂຈມຕີແບບນີ້ມາແລ້ວ ໃນສອງສາມວັນ
ບໍ່ດົນມານີ້ ຊຶ່ງໄດ້ຖືກອ້າງເອົາຄວາມຮັບຜິດຊອບ ໂດຍກຸ່ມຕາລີບານ ແລະພວກທີ່ຈົງ
ຮັກພັກດີ ຕໍ່ກຸ່ມລັດອິສລາມ.

ບັນດາເຈົ້າໜ້າທີ່ ກ່າວວ່າ ກຳລັງຂອງອັຟການິສຖານ ສາມາດຊ່ອຍຊີວິດພວກຄົນໄດ້
ຢ່າງໜ້ອຍ 85 ຄົນ.

ທ່ານຊາເລ ເປັນຜູ້ທີ່ປາກກ້າຕ້ອງຕິ ພວກກຸ່ມກະບົດຕາລີບານ.

ປະທານາທິບໍດີ ການີ ໄດ້ຂຽນລົງທວີດເຕີວ່າ ອະດີດຫົວໜ້າ ກຸ່ມຄະນະກຳມະການຊີ້ນຳ
ດ້ານຄວາມປອດໄພແຫ່ງຊາດ ຫຼືເອີ້ນຫຍໍ້ວ່າ NDS “ໄດ້ລອດຊີວິດມາໄດ້ຈາກການ
ໂຈມຕີ ໂດຍພວກສັດຕູຂອງປະເທດ ຢູ່ສະຖານທີ່ແຫ່ງດັ່ງກ່າວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG