ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຈົ້າໜ້າທີ່ ອີຣ່ານ ເວົ້າວ່າ ການເຈລະຈາ ກັບ ສຫລ ອາດເປັນໄປໄດ້ ຖ້າມັນຈະນຳໄປສູ່ ໝາກຜົນ ທີ່ເປັນຮູບປະທຳ


ໃນພາບຖ່າຍເມື່ອ ວັນທີ 28 ພຶດສະພາ 2019, ໂຄສົກກະຊວງການຕ່າງປະເທດ ທ່ານອັບບາສ ມູຊາວີ ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ
ເຕຫະຣ່ານ ຂອງອີຣ່ານ.
ໃນພາບຖ່າຍເມື່ອ ວັນທີ 28 ພຶດສະພາ 2019, ໂຄສົກກະຊວງການຕ່າງປະເທດ ທ່ານອັບບາສ ມູຊາວີ ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ.

ການເຈລະຈາລະຫວ່າງ ອີຣ່ານ ກັບ ສະຫະລັດ ຈະເປັນໄປໄດ້ ຖ້າຫາກ ຈະເປັນບົນ
ພື້ນຖານ ກ່ຽວກັບວາລະ ທີ່ຈະນຳໄປສູ່ໝາກຜົນອັນເປັນຮູບປະທຳ ແຕ່ຫາກ ວໍຊິງຕັນ
ບໍ່ໄດ້ສະແຫວງຫາການສົນທະນາໃດໆ ອີງຕາມການກ່າວຂອງ ໂຄສົກກະຊວງການ
ຕ່າງປະເທດຂອງອີຣ່ານ ທ່ານອັບບາສ ມູຊາວີ ໃນວັນຈັນມື້ນີ້.

ສ່ວນປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກໍໄດ້ກ່າວວ່າ ທ່ານ ເຕັມໃຈ ທີ່ຈະ
ຈັດການເຈລະຈາ ກັບ ສາທາລະນະລັດ ອິສລາມ.

“ການສົນທະນາ ແລະການເຈລະຈາ ສາມາດຈັດຂຶ້ນໄດ້ ກໍຕໍ່ເມື່ອ ພວກເຮົາມີລາຍການ
ທີ່ແນ່ນອນເສຍກ່ອນ ແລະໃນເວລາ ທີ່ພວກເຮົາອາດໄດ້ຮັບໝາກຜົນອັນເປັນຮູບປະທຳ
ແລະປະຕິບັດໄດ້” ທ່ານມູຊາວີ ໄດ້ກ່າວໃນກອງປະຊຸມຖະແຫລງຂ່າວ ທີ່ໄດ້ຖືກຖ່າຍ
ທອດສົດ ທາງໂທລະພາບ.

ທ່ານໄດ້ກ່າວຕື່ມວ່າ “ພວກເຂົາເຈົ້າ ບໍ່ຢາກຈະເຈລະຈາ. ພວກເຂົາເຈົ້າ ບໍ່ຢາກຈະສົນ
ທະນາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG