ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນ ຖືກຍິງ ເສຍຊີວິດ ໃນງານບຸນມະຫະກຳ ຜັກທຽມ ໃນລັດຄາລີຟໍເນຍ


ເກີດເຫດຍິງກັນຕາຍ ຢູ່ໃນງານບຸນມະຫະກຳຜັກທຽມ ໃນລັດຄາລີຟໍເນຍ ໃນວັນອາທິດ ທີ 28 ກໍລະກົດ 2019.
ເກີດເຫດຍິງກັນຕາຍ ຢູ່ໃນງານບຸນມະຫະກຳຜັກທຽມ ໃນລັດຄາລີຟໍເນຍ ໃນວັນອາທິດ ທີ 28 ກໍລະກົດ 2019.

ບັນດາເຈົ້າໜ້າທີ່ໃນລັດຄາລີຟໍເນຍ ຢູ່ທາງພາກຕາເວັນຕົກຂອງສະຫະລັດ ກ່າວວ່າ
ມືປືນຄົນນຶ່ງໄດ້ຍິງສັງຫານ ຢ່າງໜ້ອຍ 3 ຄົນ ໃນຕອນບ່າຍຂອງວັນອາທິດວານນີ້
ຢູ່ທີີ່ງານບຸນມະຫະກຳຜັກທຽມ.

ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນຢູ່ໃນເມືອງກີລໂຣຍ (Gilroy) ບ່ອນທີ່ຕຳຫຼວດກ່າວ
ວ່າ ມືປືນດັ່ງກ່າວ ຕິດອາວຸດດ້ວຍປືນຍາວ ແລະ ອີກ 15 ຄົນ ໄດ້ຮັບບາດເຈັບ ແຕ່ມັນ
ບໍ່ເປັນທີ່ຈະແຈ້ງວ່າ ພວກເຂົາເຈົ້າຖືກຍິງ ຫຼືບໍ່.

ໃນເວລານັ້ນ ມີເຈົ້າໜ້າທີ່ປະຈຳການຢູ່ທີ່ງານບຸນດັ່ງກ່າວ ແລະຜູ້ບັນຊາການຕຳຫຼວດ
ເມືອງກີລໂຣຍ ທ່ານສະກັອດ ສະມິດຕີ ໄດ້ກ່າວວ່າ ບັນດາເຈົ້າໜ້າຕຳຫຼວດ ກໍໄດ້ເຂົ້າ
ໄປແກ້ໄຂສະຖານະການ ກັບຜູ້ຕ້ອງສົງໄສຢ່າງວ່ອງໄວ ແລະໄດ້ຍິງຜູ້ກ່ຽວເສຍຊີວິດ.

ທ່ານສະມິດຕີ ໄດ້ກ່າວຕໍ່ບັນດານັກຂ່າວ ໃນຕອນກາງຄືນທີ່ກອງປະຊຸມຖະແຫລງ ແຈ້ງການສັ້ນໆ ວ່າ ພວກທີ່ເຫັນເຫດການ ໄດ້ລາຍງານ ຄວາມເປັນໄປໄດ້ວ່າ ອາດ
ຈະມີຜູ້ຕ້ອງສົງໄສຄົນທີສອງ ແຕ່ວ່າ ເຈົ້າໜ້າທີ່ຕຳຫຼວດ ຍັງບໍ່ຮູ້ເລີຍວ່າ ຄວາມຈິງແລ້ວ
ມີຜູ້ຕ້ອງສົງໄສຄົນທີສອງ ທີ່ກ່ຽວຂ້ອງນັ້ນ ຫຼືບໍ່ ແລະຫາກວ່າມີແທ້ ຜູ້ກ່ຽວມີສ່ວນກ່ຽວ
ຂ້ອງກັບການໂຈມຕີແນວໃດ.

ພວກຄົນທີ່ໄປເຂົ້າຮ່ວມໃນງານບຸນມະຫະກຳ ແມ່ນຕ້ອງໄດ້ຜ່ານການກວດສອບດ້ານ
ຄວາມປອດໄພ ໂດຍຈະຖືກກວດດ້ວຍເຄື່ອງຈັບເຫຼັກ ແລະກວດເບິ່ງຖົງຕ່າງໆ. ທ່ານ
ສະມິດຕີ ໄດ້ກ່າວອີກວ່າ ຜູ້ຕ້ອງສົງໄສເປັນມືປືນ ປາກົດວ່າ ເຂົ້າໄປພາຍໃນພື້ນທີ່ຂອງ
ງານບຸນໄດ້ ໂດຍການຕັດຮົ້ວລອດເຂົ້າໄປ.

ບັນດານັກສືບສວນສອບສວນ ໄດ້ພາກັນທຳງານຕະຫຼອດຄືນ ເພື່ອຊອກຫາສາເຫດ
ອັນແທ້ຈິງທີ່ເກີດຂຶ້ນ. ມາເຖິງເວລານີ້ ພວກເຂົາເຈົ້າ ຍັງບໍ່ສາມາດລະບຸເຫດຈູງໃຈ
ສຳລັບການຍິງສັງຫານດັ່ງກ່າວ.

ທ່ານສະມິດຕີ ໄດ້ກ່າວຕື່ມວ່າ ງານບຸນມະຫະກຳນີ້ ກາງຕໍ່ພວກອາສາສະໝັກຫຼາຍ
ພັນຄົນ ໃນແຕ່ລະປີ ແລະລະດົມທຶນເພື່ອມອບໃຫ້ແກ່ອົງການຕ່າງໆໃນຊຸມຊົນ.

ທ່ານເວົ້າວ່າ “ຂ້າພະເຈົ້າຄຶດວ່າ ຈຳນວນຄົນ ທີ່ຍິນດີສະລະເວລາຂອງພວກເຂົາເຈົ້າ
ເພື່ອຊ່ອຍເຮັດໃຫ້ຄົນຜູ້ອື່ນທັງຫຼາຍ ດີຂຶ້ນກວ່າເກົ່ານັ້ນ ແມ່ນເປັນສິ່ງທີ່ດີເລີດ. ມັນເປັນ
ທີ່ໜ້າໂສກເສົ້າແທ້ໆເລີຍ ແລະເປັນທີ່ໜ້າເສຍໃຈ ທີ່ງານນີ້ ຊຶ່ງເປັນງານທີ່ເຮັດແຕ່ສິ່ງ
ທີ່ດີໆ ໃຫ້ແກ່ຊຸມຊົນຂອງພວກເຮົາ ໄດ້ຮັບຜົນກະທົບຈາກໂສກນາດຕະກຳແບບນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG